ຂ່າວລະບຸວ່າ: ຕາມຂໍ້ຕົກລົງທີ່ບັນລຸໄດ້, ບັນດາປະເທດພັດທະນາໄດ້ໃຫ້ຄຳໝັ້ນສັນຍາ ແຕ່ລະປີຈະລະດົມເງິນຈຳນວນ 1,300 ຕື້ໂດລາ, ແຕ່ນີ້ຮອດປີ 2035 ເພື່ອຊ່ວຍປະເທດທຸກຍາກ ແລະ ປະເທດພວມພັດທະນາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍຕາມ ມີພຽງແຕ່ 300 ຕື້ໂດລາ/ປີ ໃນຈຳນວນເງິນດັ່ງກ່າວແມ່ນບ້ວງເງິນຊ່ວຍເຫຼືອ ຫຼື ໃຫ້ກູ້ຢຶມ ດ້ວຍອັດຕາດອກເບ້ຍຕ່ຳຈາກປະເທດພັດທະນາ. ຈຳນວນເງິນຍັງເຫຼືອ 1,000 ຕື້ໂດລາ/ປີ ຕ້ອງໄດ້ລະດົມຈາກແຫຼ່ງອື່ນ. ນີ້ແມ່ນມາດຕາທີ່ຖົກຖຽງກັນຫຼາຍທີ່ສຸດ ແລະ ພິເສດແມ່ນກຸ່ມບັນດາປະເທດທຸກຍາກ ແລະ ປະເທດເກາະນ້ອຍ, ໂດຍຖືວ່າ ບ້ວງເງິນ 300 ຕື້ໂດລາ/ປີ ແມ່ນຈຳນວນໜ້ອຍເກີນໄປເມື່ອທຽບໃສ່ຄວາມຕ້ອງການດ້ານການເງິນຮັບມືກັບການປ່ຽນແປງດິນຟ້າອາກາດ ຂອງປະເທດພວມພັດທະນາ.
ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ເປີດເຜີຍວ່າ, ໂຄງການອະນຸລັກຟື້ນຟູປະຊາກອນເສືອມາເລໄດ້ບັນລຸຜົນໃນທາງບວກ ຫຼັງຈາກມາເລເຊຍດຳເນີນມາດຕະການຫຼາຍຢ່າງຕັ້ງແຕ່ປີ 2021 ເຊັ່ນ: ການຍົກລະດັບການບັງຄັບໃຊ້ກົດໝາຍເພື່ອປາບປາມການຄ້າຂາຍສັດປ່າ, ພ້ອມທັງການຕິດຕາມກວດກາ ແລະ ຟື້ນຟູປະຊາກອນເສືອ ແລະ ສັດປ່າ.
ຄໍາເຫັນ