ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ

ດຳເນີນກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຄັ້ງທີ 17 ສະໄໝທີ IX

ດຳເນີນກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຄັ້ງທີ 17 ສະໄໝທີ IX
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ (ເປີດກວ້າງ) ຄັ້ງທີ 17 ສະໄໝທີ IX ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-21 ທັນວາ 2024, ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໂດຍສະຫາຍ ບຸນທອງ ຈິດມະນີ

 ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ທັງເປັນຜູ້ຊີ້ນຳແຂວງສະຫວັນນະເຂດ, ມີສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ກໍາມະການພັກແຂວງເຂົ້າຮ່ວມ.
ໃນປະຊຸມ, ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ໄດ້ຜ່ານບົດສະຫຼຸບການນຳພາ-ຊີ້ນຳວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງປະຈຳປີ 2024 ແລະ ທິດທາງແຜນການສູ້ຊົນປີ 2025. ຈາກນັ້ນ, ສະຫາຍ ແສນສັກ ສຸລິສັກ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ໄດ້ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2024 ແລະ ທິດທາງແຜນການສູ້ຊົນ 2025.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການປະກອບຄຳເຫັນກ່ຽວກັບສະພາບຄວາມສະຫງົບປອດໄພ ແລະ ສິ່ງຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃນປີ 2024 ຜ່ານມາ ແລະ ທິດທາງວິທີປ້ອງກັນ, ແກ້ໄຂໃນປີ 2025, ປະກອບຄຳເຫັນກ່ຽວກັບເງິນບໍລິຫານ, ໜີ້ສິນ ແລະ ການຊຳລະຄ່ານໍ້າ-ຄ່າໄຟປະຈຳປີ 2024, ປະກອບຄຳເຫັນກ່ຽວກັບການຄຸ້ມຄອງ, ປົກປັກຮັກສາປ່າສະຫງວນໄປຄຽງຄູ່ກັບການແກ້ໄຂບັນຫາການລັກລອບຕັດໄມ້, ເຄື່ອນຍ້າຍໄມ້ຜິດກົດໝາຍ ແລະ ຄວາມຄືບໜ້າໃນການດັດສົມໂຮງງານຖ່ານດຳ-ຖ່ານຂາວ. ປະກອບຄໍາເຫັນກ່ຽວກັບຜົນສຳເລັດ ແລະ ຂໍ້ຫຍຸ້ງຍາກໃນການສ້າງເມືອງທ່າປາງທອງໃຫ້ກາຍເປັນເມືອງພົ້ນທຸກຕິດພັນກັບການຜັນຂະຫຍາຍຂໍ້ກຳນົດ 416/ຄລສພ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ແລະ ບ້ານໃຫຍ່, ປະກອບຄຳເຫັນກ່ຽວກັບວຽກງານສຶກສາປະຈຳປີ 2024, ການສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າພາຍໃນເມືອງຊົນນະບູລີ, ປະກອບຄຳເຫັນກ່ຽວກັບວິທີການ ແລະ ມາດຕະການສະກັດກັ້ນບັນຫາການລັກລອບຂຸດຄົ້ນຄຳຕົກຂ້ອນພາຍໃນເມືອງເຊໂປນ, ວິລະບູລີ ແລະ ເມືອງພີນ, ພ້ອມນັ້ນບັນດາສະຫາຍຄະນະພັກແຂວງຍັງໄດ້ປະກອບຄຳເຫັນໃສ່ວຽກງານຕ່າງໆທີ່ນອນໃນຂອບເຂດການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕື່ມອີກ.
ສໍາລັບຂົງເຂດເສດຖະກິດໂດຍໄດ້ສຸມໃສ່ການຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍ ແລະ ມາດຕະການຕ່າງໆຕາມມະຕິກອງປະຊຸມສະພາກຳນົດໄວ້, ໂດຍສະເພາະການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍລວມແລ້ວເຫັນວ່າການພັດທະນາເສດຖະກິດມີທັງໝົດ 22 ຕົວຊີ້ວັດເຫັນວ່າມີຄວາມຄືບໜ້າດີຄາດວ່າຈະບັນລຸຕາມແຜນໄດ້, ການເຕີບໂຕທາງດ້ານເສດຖະກິດລວມຍອກຜະລິດຕະພັນພາຍໃນ (GDP) ຂະຫຍາຍຄົວຢູ່ໃນລະດັບ 7.9%, ລື່ນແຜນການທີ່ວາງໄວ້ 0.05% ດ້ວຍມູນຄ່າລາຄາໃນປີ 36,575.48 ຕື້ກີບ, ສະເລ່ຍຕໍ່ພົນລະເມືອງ 32.68 ລ້ານກີບເທົ່າກັບ 1,486 ໂດລາສະຫະລັດ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,282.40 ຕື້ກີບ, ລື່ນແຜນການທີ່ວາງໄວ້ 45,73% ຂອງແຜນການປີ, ເປັນເງິນ 1,343.72 ຕື້ກີບ.
ໃນນັ້ນ, ພູດຂອງສູນກາງປະຕິບັດໄດ້ 1,886.47 ຕື້ກີບ, ລື່ນແຜນການປີ 24.32% ເປັນເງິນ 369.04 ຕື້ກີບ, ພູດທ້ອງຖິ່ນປະຕິບັດໄດ້ 2,395.92 ຕື້ກີບ, ລື່ນແຜນການປີ 68.58% ເປັນເງິນ 974,67 ຕື້ກີບ; ດ້ານລາຍຈ່າຍສາມາດປະຕິບັດໄດ້ທັງໝົດ 1,223.13 ຕື້ກີບເທົ່າກັບ 100% ຮັບປະກັນການເບີກຈ່າຍເງິນເດືອນຕາມກຳນົດເວລາ, ໄດ້ດຸ່ນດ່ຽງງົບປະມານໃຫ້ສູນກາງທັງໝົດປີ 2024 ຈຳນວນ 420.72 ຕື້ກີບ, ວຽກງານການລົງທຶນທົ່ວສັງຄົມປະຕິບັດໄດ້ 7,334.70 ຕື້ກີບ ເທົ່າກັບ 98.66% ຂອງແຜນການປີ (7,434.40ຕື້ກີບ), ການລົງທຶນຂອງລັດທົ່ວແຂວງມີ 377 ໂຄງການ, ມູນຄ່າສະພາຮັບຮອງ 5,116.15 ຕື້ກີບ, ມູນຄ່າຕາມສັນຍາ 5,109.89 ຕື້ກີບ, ທົ່ວແຂວງຜະລິດເຂົ້າເປືອກໄດ້ທັງໝົດ 881,441 ໂຕນ, (ນາປີໄດ້ 747,325 ໂຕນ, ນາແຊງໄດ້ 134,116 ໂຕນ), ຜະລິດຊີ້ນ, ປາ, ໄຂ່ໄດ້ທັງໝົດ 99,901ໂຕນ; ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ສາມາດສ້າງບ້ານພົ້ນທຸກໄດ້ 48 ບ້ານ, ເທົ່າກັບ 56.47%, (ແຜນການປີ 85 ບ້ານ), ສາມາດສ້າງຄອບຄົວພົ້ນທຸກໄດ້ 4,830 ຄອບຄົວ ເທົ່າກັບ 29.58% ຂອງແຜນການປີ, ທົ່ວແຂວງມີຄອບຄົວທີ່ພົ້ນທຸກແລ້ວ 156,370 ຄອບຄົວ, ແຜນສ້າງເມືອງພົ້ນທຸກໃຫ້ໄດ້ 4 ເມືອງ ແຕ່ປະຕິບັດໄດ້ 3 ເມືອງຄື: ເມືອງອາດສະພອນ, ທ່າປາງທອງ ແລະ ເມືອງຊົນນະບຸລີ.
(ແຫຼ່ງຂ່າວ: ສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ