ດ່ານສາກົນ ຂົວມິດຕະພາບ 3 ຈັດກິດຈະກໍາປູກຕົ້ນຄູນ ເພື່ອຄວາມສວຍງາມ ແລະ ສີຂຽວຍືນຍົງ

ດ່ານສາກົນ ຂົວມິດຕະພາບ 3 ຈັດກິດຈະກໍາປູກຕົ້ນຄູນ ເພື່ອຄວາມສວຍງາມ ແລະ ສີຂຽວຍືນຍົງ

ດ່ານສາກົນ ຂົວມິດຕະພາບ 3 ຈັດກິດຈະກໍາປູກຕົ້ນຄູນ ເພື່ອຄວາມສວຍງາມ ແລະ ສີຂຽວຍືນຍົງ
ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມໂລກ ທີ່ໄດ້ຜ່ານໄປໃນມໍ່ໆນີ້ ແລະ ເພື່ອຮ່ວມກັນປ່ຽນໂສມໜ້າ ຂອງປະຕູສູ່ປະເທດໃຫ້ມີຄວາມຮົ່ມເຢັນ, ເປັນລະບຽບຮຽບຮ້ອຍ ແລະ ສວຍງາມ ດັ່ງນັ້ນ ໃນວັນທີ 2 ກໍລະກົດ 2026 ນີ້ ທີ່ເດີ່ນຂົວມິດຕະພາບ 3 ຄໍາມ່ວນ - ນະຄອນພະນົມ ເມືອງທ່າແຂກ ແຂວງຄໍາມ່ວນ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 3 ໄດ້ພ້ອມກັນ ຈັດພິທີປູກຕົ້ນໄມ້ຂຶ້ນຢ່າງເປັນຂະບວນຝົດຟື້ນ, ເຂົ້າຮ່ວມໃນພິທີຄັ້ງນີ້ມີທ່ານ ພູຊະນະ ໄຊໂກສີ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 3 ພ້ອມດ້ວຍຄະນະ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງການ, ພະນັກງານ-ລັດຖະກອນ ທຸກພາກສ່ວນທີ່ເຮັດໜ້າທີ່ປິ່ນອ້ອມພາຍໃນດ່ານ, ຕາງໜ້າຈາກບໍລິສັດ, ຫ້າງຮ້ານ, ຜູ້ປະກອບການ, ຕະຫຼອດເຖິງພະນັກງານວິຊາການ ພາຍໃນດ່ານສາກົນຂົວມິດຕະພາບ 3 ເຂົ້າຮ່ວມ.
ດານສາກນ ຂວມດຕະພາບ 3 ຈດກດຈະກາປກຕນຄນ ເພອຄວາມສວຍງາມ ແລະ ສຂຽວຍນຍງ - image 1
 

ທ່ານ ພູຊະນະ ໄຊໂກສີ ໄດ້ກ່າວໃນພິທີຈັດກິດຈະກຳປູກຕົ້ນໄມ້ຄັ້ງນີ້ວ່າ: ດ່ານສາກົນຂົວມິດຕະພາບ 3 ຖືເປັນໜ້າຕາ ແລະ ເປັນປະຕູເສດຖະກິດ-ການທ່ອງທ່ຽວ ທີ່ສໍາຄັນຂອງແຂວງຄໍາມ່ວນ ກໍ່ຄືຂອງປະເທດຊາດ. ສະນັ້ນ, ການພັດທະນາດ່ານໃຫ້ມີຄວາມສະອາດ, ສວຍງາມ ແລະ ມີການບໍລິການທີ່ປະທັບໃຈ ມັນບໍ່ແມ່ນໜ້າທີ່ຂອງບຸກຄົນໃດໜຶ່ງ, ແຕ່ມັນແມ່ນຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາທຸກຄົນ ທີ່ອາໄສ ແລະ ເຄື່ອນໄຫວວຽກງານຢູ່ສະຖານທີ່ແຫ່ງນີ້. ກິດຈະກຳທີ່ພວກເຮົາຮ່ວມແຮງຮ່ວມໃຈກັນຈັດຂຶ້ນໃນມື້ນີ້ ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເຊິ່ງກວມເອົາ 3 ວຽກງານຫຼັກຄື: 1). ການສ້າງພື້ນທີ່ສີຂຽວ ໂດຍການປູກຕົ້ນຄູນ ຈໍານວນ 40 ຕົ້ນ, ເພື່ອເພີ່ມຄວາມຮົ່ມເຢັນ ແລະ ສ້າງທັດສະນີຍະພາບທີ່ເປັນເອກະລັກ. ເມື່ອຕົ້ນຄຸນເຫຼົ່ານີ້ໃຫຍ່ເຕັມທີ່ ແລະ ອອກດອກສີເຫຼືອງສະຫງ່າງາມ, ມັນຈະກາຍເປັນ ພາບຄວາມປະທັບໃຈທໍາອິດ ໃຫ້ແກ່ຜູ້ເດີນທາງຜ່ານເຂົ້າ-ອອກດ່ານຂອງພວກເຮົາ, 2). ການປັບປຸງພື້ນຖານໂຄງລ່າງ ແລະ ສຸຂະອະນາໄມ ການບູລະນະສ້ອມແປງ ແລະ ປ່ຽນຖ່າຍຫົວຊັກໂຄກ ຫ້ອງນໍ້າສາທາລະນະ ເບື້ອງຂາເຂົ້າ-ຂາອອກ ຈໍານວນ 25 ຊຸດ. ນີ້ແມ່ນການຍົກສູງຄຸນນະພາບການບໍລິການຂັ້ນພື້ນຖານ ທີ່ພວກເຮົາຕ້ອງເອົາໃຈໃສ່ ເພື່ອຮັບປະກັນຄວາມສະອາດ ຖືກສຸຂະອະນາໄມ ແລະ ສ້າງຄວາມພາກພູມພໍໃຈ ໃຫ້ແກ່ສັງຄົມ ແລະ 3). ການສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ, ການກະກຽມເປີດກອງປະຊຸມເຜີຍແຜ່ດຳລັດເລກທີ 643/ລບ , ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະຄຸ້ມຄອງດ່ານ ເພື່ອໃຫ້ພະນັກງານທຸກສະຫາຍໄດ້ກຳແໜ້ນນິຕິກຳ, ຫັນເຂົ້າສູ່ລະບຽບຫຼັກການ ແລະ ປະສານງານກັນໄດ້ຢ່າງກົມກຽວ, ໂປ່ງໃສ ແລະ ມີປະສິດທິພາບສູງຂຶ້ນ.

ດານສາກນ ຂວມດຕະພາບ 3 ຈດກດຈະກາປກຕນຄນ ເພອຄວາມສວຍງາມ ແລະ ສຂຽວຍນຍງ - image 2
 
ໃນໂອກາດດຽວກັນນີ້ ທ່ານ ຍັງໄດ້ກ່າວ ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍເປັນຢ່າງສູງ ມາຍັງບັນດາບໍລິສັດ, ຫ້າງຮ້ານ, ຜູ້ປະກອບການທຸກພາກສ່ວນ ທີ່ໄດ້ໃຫ້ການອຸປະຖຳສະໜັບສະໜູນ ບໍ່ວ່າຈະເປັນງົບປະມານ ຫຼື ວັດຖຸອຸປະກອນຕົວຈິງ ເຂົ້າໃນງານຄັ້ງນີ້ (ໂດຍສະເພາະງົບປະມານໃນການປ່ຽນຖ່າຍຊັກ ໂຄກ ລວມມູນຄ່າ 75,000 ບາດ ແລະ ຕົ້ນໄມ້ຕ່າງໆ, ຄວາມມີນໍ້າໃຈ ກ້າຕັດສິນໃຈເພື່ອນໍາເອົາຄວາມສໍາເລັດມາສູ່ການພັດທະນາດ່ານໃນມື້ນີ້. ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນ ປູກຕົ້ນໄມ້ຢ່າງເປັນຂະບວນ ໃນຂົງເຂດຄວາມຮັບຜິດຊອບຂອງ 3 ພາກສ່ວນຄື : ພາກສ່ວນບໍລິຫານຄຸ້ມຄອງດ່ານ , ພາກສ່ວນພາສີປະຈໍາດ່ານແລະພາກສ່ວນຕໍາຫຼວດກວດຄົນເຂົ້າ-ອອກເມືອງປະຈໍາດ່ານ.(ຂ່າວ:ແຂວງຄຳມ່ວນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

EU ເລັ່ງສືບສວນການໂຈມຕີທາງໄຊເບີຕໍ່ຮ້ານສັບພະສິນຄ້າໃນຫຼາຍປະເທດ

EU ເລັ່ງສືບສວນການໂຈມຕີທາງໄຊເບີຕໍ່ຮ້ານສັບພະສິນຄ້າໃນຫຼາຍປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ຄະນະກຳມາທິການເອີຣົບໄດ້ເປີດເຜີຍວ່າ, ການໂຈມຕີທາງໄຊເບີທີ່ສົ່ງຜົນກະທົບຕໍ່ລະບົບເຮັດຄວາມເຢັນຂອງຮ້ານສັບພະສິນຄ້າໃນຫຼາຍປະເທດສະມາຊິກສະຫະພາບເອີຣົບ (EU) ເມື່ອບໍ່ດົນມານີ້ ແມ່ນມີຄວາມກ່ຽວຂ້ອງກັນ, ພ້ອມທັງເນັ້ນຢໍ້າວ່າການສືບສວນກຳລັງດຳເນີນຢູ່ໃນລະດັບຊາດ ແຕ່ມັນຍັງໄວເກີນໄປທີ່ຈະລະບຸຕົວຜູ້ທີ່ຮັບຜິດຊອບ.
ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການລົງຕິດຕາມ, ຊຸກຍູ້ວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ ຄອສພ, ຈຸດປະສົງເພື່ອເປັນການຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ວຽກງານຄໍາຮ້ອງ ຄໍາສະເໜີ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງປະທານກວດກາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ທ່ານ ຊື່ນຊົມ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ມີບັນດາປະທານກວດກາ ຕາງໜ້າໜ່ວຍພັກທີ່ໄດ້ເຮັດວຽກງານກວດກາເຂົ້າຮ່ວມ.
ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ, ພະນັກ ງານຫຼັກແຫຼ່ງ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນເຂົ້າຮ່ວມ.
ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ