ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ
ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດຂອງ ບໍລິສັດ S&P Global ທີ່ເຜີຍແຜ່ໃນວັນທີ 2 ມີນາ ຜ່ານມາ ສະແດງໃຫ້ເຫັນວ່າດັດຊະນີຜູ້ຈັດການຝ່າຍຊື້ (PMI) ຂະແໜງການຜະລິດຂັ້ນສຸດທ້າຍຂອງອິນເດຍຈາກ ທະນາຄານ HSBC ໄດ້ເພີ່ມຂຶ້ນເປັນ 56.9 ໃນເດືອນກຸມພາ ຈາກ 55.4 ໃນເດືອນມັງກອນ, ຂະຫຍາຍຕົວໃນອັດຕາທີ່ໄວທີ່ສຸດໃນຮອບ 4ເດືອນ. ໂດຍໄດ້ຮັບແຮງໜຸນຈາກຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ຊຶ່ງຊ່ວຍເຮັດໃຫ້ຄຳສັ່ງຊື້ໃໝ່ ແລະ ການຜະລິດເພີ່ມຂຶ້ນ, ເຖິງແມ່ນວ່າການເຕີບໂຕຂອງການສົ່ງອອກຈະຊ້າລົງເຖິງລະດັບຕໍ່າສຸດໃນຮອບເກືອບໜຶ່ງປີເຄິ່ງກໍຕາມ.

 

ທັງນີ້, ດັດສະນີ PMI ທີ່ສູງກວ່າ 50 ຊີ້ບອກເຖິງການຂະຫຍາຍຕົວຂອງກິດຈະກຳທາງທຸລະກິດ, ໃນຂະນະທີ່ດັດສະນີຕໍ່າກວ່າ 50 ຊີ້ບອກເຖິງການຫົດຕົວ.

ຜົນໄດ້ຮັບໂດຍລວມຊີ້ໃຫ້ເຫັນວ່າ: ເສດຖະກິດອິນເດຍມີທ່າອ່ຽງທີ່ຈະຍັງເຂັ້ມແຂງໃນໄຕມາດນີ້, ຫຼັງຈາກຂະຫຍາຍຕົວ 7.8% ໃນເດືອນຕຸລາ-ເດືອນທັນວາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕ 13.3% ໃນຂະ ແໜງການຜະລິດ. ສໍາລັບປີງົບປະມານທີ່ຈະສິ້ນສຸດໃນເດືອນມີນານີ້, ຄາດວ່າເສດຖະກິດຂອງອິນເດຍຈະເຕີບໂຕ 7.6%.

ທ່ານ ປຣານຈຸລ ບານດາຣີ ຫົວໜ້ານັກເສດຖະສາດຂອງ ທະນາຄານ HSBC ປະຈຳອິນເດຍກ່າວວ່າ: ດັດຊະນີ PMI ຂະແໜງການຜະລິດຂັ້ນສຸດທ້າຍຂອງອິນເດຍສະທ້ອນໃຫ້ເຫັນເຖິງການເລັ່ງຂອງກິດຈະກຳການຜະລິດໃນເດືອນກຸມພາຜ່ານມາ, ໂດຍຜົນຜະລິດຂະຫຍາຍຕົວໃນອັດຕາທີ່ໄວຂຶ້ນເປັນເດືອນທີສອງຕິດຕໍ່ກັນ ຊຶ່ງໄດ້ຮັບການສະໜັບສະໜູນຈາກຄຳສັ່ງຊື້ພາຍໃນປະເທດທີ່ເຂັ້ມແຂງຂຶ້ນ. ຢ່າງໃດກໍຕາມ, ການເຕີບໂຕຂອງຄຳສັ່ງຊື້ເພື່ອສົ່ງອອກໃໝ່ມີທ່າອ່ຽງສືບຕໍ່ຊ້າລົງຕັ້ງແຕ່ກາງປີ 2025 ຊຶ່ງເປັນປັດໄຈທີ່ຈໍາກັດການສ້າງວຽກເຮັດງານທໍາໃນຂະແໜງການຜະລິດ.

ຈຳນວນຄຳສັ່ງຊື້ເພື່ອສົ່ງອອກໃໝ່ຂະຫຍາຍຕົວໃນອັດຕາທີ່ຊ້າທີ່ສຸດໃນຮອບ 17 ເດືອນ ຊຶ່ງຊີ້ໃຫ້ເຫັນວ່າຄວາມບໍ່ແນ່ນອນກ່ຽວກັບພາສີຂອງ ສະຫະລັດ ອາເມຣິກາ ຍັງຄົງຢູ່ ເຖິງວ່າຈະມີຂໍ້ຕົກລົງການຄ້າກັບອິນເດຍກໍຕາມ. ໂດຍການສຳຫຼວດດັ່ງກ່າວໄດ້ດຳເນີນລະຫວ່າງວັນທີ 9-23 ກຸມພາ ຜ່ານມາ, ຫຼັງຈາກ ສະຫະລັດ ອາເມຣິກາ ໄດ້ຫຼຸດພາສີສິນຄ້ານຳເຂົ້າຂອງອິນເດຍລົງເປັນ 18% ຈາກ 50%. ຢ່າງໃດກໍຕາມ, ໃນອາທິດທີ່ຜ່ານມາ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ປະກາດພາສີທົ່ວໂລກຄັ້ງໃໝ່ຫຼັງຈາກສານສູງສຸດໄດ້ຕັດສິນໃຫ້ໂຈະບາງສ່ວນຂອງພາສີເຫຼົ່ານັ້ນ.

ໃນທາງກົງກັນຂ້າມ, ຈຳນວນຄຳສັ່ງຊື້ໃໝ່ ຊຶ່ງເປັນເຄື່ອງວັດແທກທີ່ສຳຄັນຂອງຄວາມຕ້ອງການໄດ້ເພີ່ມຂຶ້ນໃນອັດຕາທີ່ເຂັ້ມແຂງທີ່ສຸດນັບຕັ້ງແຕ່ເດືອນຕຸລາ, ໃນຂະນະທີ່ການຜະລິດເພີ່ມຂຶ້ນໃນອັດຕາທີ່ໄວທີ່ສຸດໃນຮອບ 4 ເດືອນ. ຂະແໜງທຸລະກິດລະບຸວ່າ: ການເພີ່ມຂຶ້ນແມ່ນໄດ້ຮັບຜົນປະໂຫຍດຈາກການຜະລິດທີ່ເພີ່ມຂຶ້ນ, ຄວາມຕ້ອງການທີ່ເຂັ້ມແຂງ ແລະ ການລົງທຶນດ້ານເຕັກໂນໂລຊີ.

ໃນດ້ານລາຄາ, ອັດຕາເງິນເຟີ້ດ້ານຕົ້ນທຶນປັດໄຈການຜະລິດຍັງຄົງຢູ່ໃນລະດັບປານກາງ ແລະ ບໍ່ປ່ຽນແປງຈາກເດືອນມັງກອນ, ແຕ່ຜູ້ຜະລິດໄດ້ຂຶ້ນລາຄາຂາຍໃນອັດຕາທີ່ໄວທີ່ສຸດໃນຮອບ 4 ເດືອນ ເນື່ອງຈາກຄວາມຕ້ອງການທີ່ເຂັ້ມແຂງຊ່ວຍເປີດໂອກາດໃຫ້ສາມາດສົ່ງຕໍ່ຕົ້ນທຶນທີ່ເພີ່ມຂຶ້ນໃຫ້ກັບຜູ້ຊື້.

ດ້ານການຈ້າງງານເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 4 ເດືອນ, ແຕ່ຍັງຄົງເປັນການຂະຫຍາຍຕົວພຽງເລັກນ້ອຍ, ໂດຍມີບໍລິສັດພຽງແຕ່ 4% ທີ່ລາຍງານການຈ້າງງານໃໝ່ ແລະ ສ່ວນໃຫຍ່ບໍ່ມີການປ່ຽນແປງດ້ານຈຳນວນພະນັກງານ. ສ່ວນຄວາມໝັ້ນໃຈຂອງຜູ້ປະກອບການຕໍ່ການດຳເນີນທຸລະກິດໃນປີທີ່ຈະມາເຖິງໄດ້ປັບດີຂຶ້ນສູ່ລະດັບສູງສຸດໃນຮອບ 4ເດືອນ ຊຶ່ງຊີ້ບອກເຖິງທ່າອ່ຽງການເຕີບໂຕທາງເສດຖະກິດທີ່ເຂັ້ມແຂງ ເຖິງວ່າຈະມີຄວາມຕ້ອງການພາຍນອກທີ່ຊ້າລົງ ກໍຕາມ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄວາມເຊື່ອໝັ້ນທາງທຸລະກິດຂອງອົສຕຣາລີຫຼຸດລົງໃນເດືອນກໍລະກົດ

ຄວາມເຊື່ອໝັ້ນທາງທຸລະກິດຂອງອົສຕຣາລີຫຼຸດລົງໃນເດືອນກໍລະກົດ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານແຫ່ງຊາດອົດສະຕຣາລີ (NAB) ໄດ້ເປີດເຜີຍຜົນການສຳຫຼວດໃນວັນທີ 11 ສິງຫານີ້ວ່າ, ດັດສະນີຄວາມເຊື່ອໝັ້ນທາງທຸລະກິດຫຼຸດລົງ 1 ຈຸດ ມາຢູ່ທີ່ -6 ຈຸດ ໃນເດືອນກໍລະກົດ ຜ່ານມາ. ໂດຍດັດຊະນີດັ່ງກ່າວອ່ອນແຮງລົງຫຼັງຈາກເພີ່ມຂຶ້ນຕິດຕໍ່ກັນເປັນເວລາ 3 ເດືອນ ຍ້ອນວ່າພາກທຸລະກິດມີຄວາມກັງວົນກ່ຽວກັບຄວາມບໍ່ແນ່ນອນຂອງຂໍ້ຂັດແຍ່ງໃນຕາເວັນອອກກາງ ແລະ ລາຄາພະລັງງານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງກຳລັງສ້າງຄວາມກົດດັນຕໍ່ທ່າອ່ຽງເສດຖະກິດ.
ຄັງ​ສຳ​ຮອງນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ ຫຼຸດ​ລົງ​ຕ່ຳ​ກວ່າ 300 ລ້ານ​ບາ​ເຣວ

ຄັງ​ສຳ​ຮອງນ້ຳ​ມັນ​ເຊື້ອ​ໄຟ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ຣິ​ກາ ຫຼຸດ​ລົງ​ຕ່ຳ​ກວ່າ 300 ລ້ານ​ບາ​ເຣວ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 10 ສິງ​ຫາ ຜ່ານມາ, ລາ​ຄາ​ນ້ຳ​ມັນ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ນັບ​ມາ​ຮອດ​ເວ​ລາ​ປິດ​ຕະຫຼາດ​ໃນ​ມື້​ດຽວ​ກັນ, ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ​​ທີ່ສັ່ງ​ຊື້​ລ່ວ​ງ​ໜ້າ​ ຊຶ່ງ​ຈະ​ສົ່ງມອບ​ໃນ​ເດືອນ​ກັນ​ຍາ​ ໃນ​ຕະຫຼາດ​​ຊື້-​ຂາຍ​ສິນ​ຄ້າ​ນິວຢອກ​ ໄດ້​ເພີ່ມ​ຂຶ້ນ 3.95 ໂດ​ລາ ​ມາ​ຢູ່​ທີ່ 82.13 ໂດ​ລາ, ເພີ່ມ​ຂຶ້ນ 5.05%; ລາ​ຄາ​ນ້ຳ​ມັນ​ດິບແບ​ຣນ​ລອນດອນ​ທີ່​ສັ່ງ​ຊື້​ລ່ວງ​ໜ້າ ຊຶ່ງຈະ​ສົ່ງມອບ​ໃນ​ເດືອນ​ຕຸ​ລາ​​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 4.17 ໂດ​ລາ ມາ​ຢູ່​ທີ່ 87.72 ໂດ​ລາ, ເພີ່ມ​ຂຶ້ນ 4.99%.
ໂກລົມບີ ປະກາດພາວະໄພພິບັດແຫ່ງຊາດ

ໂກລົມບີ ປະກາດພາວະໄພພິບັດແຫ່ງຊາດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ສິງຫານີ້ວ່າ: ໃນວັນທີ 10 ສິງຫາ ຜ່ານມາ, ລັດຖະບານໂກລົມບີໄດ້ປະກາດເຂົ້າສູ່ “ພາວະໄພພິບັດແຫ່ງຊາດ” ເພື່ອຮັບມືກັບແຜ່ນດິນໄຫວລະດັບ 7.4 ຣິກເຕີ ທີ່ເກີດຂຶ້ນຢູ່ພາກຕາເວັນຕົກຂອງປະເທດໃນມື້ດຽວກັນ. ອີງຕາມຖະແຫຼງການຫຼ້າສຸດທີ່ລັດຖະບານໂກລົມບີເປີດເຜີຍໃນມື້ດຽວກັນໃຫ້ຮູ້ວ່າ: ແຜ່ນດິນໄຫວຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 132 ຄົນ, ບາດເຈັບ 570 ຄົນ ພ້ອມທັງເຮັດໃຫ້ 32 ຕົວເມືອງໃນທົ່ວປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງ.
ຫຼາຍປະເທດໄດ້ຮັບຜົນກະທົບຈາກສະພາບອາກາດຮຸນແຮງ

ຫຼາຍປະເທດໄດ້ຮັບຜົນກະທົບຈາກສະພາບອາກາດຮຸນແຮງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ໃນຫຼາຍມື້ຜ່ານມາ, ບັນດາປະກົດການອາກາດຮຸນແຮງ ພວມເກີດຂຶ້ນຢູ່ຫຼາຍພາກພື້ນໃນທົ່ວໂລກ.
7 ເດືອນ​ຕົ້ນ​ປີ​ ການ​ຄ້າ​​ຈີນ-ອາ​ຊຽນ​ ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ

7 ເດືອນ​ຕົ້ນ​ປີ​ ການ​ຄ້າ​​ຈີນ-ອາ​ຊຽນ​ ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍໂຕ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, 7 ເດືອນ​ຕົ້ນ​ປີ​ນີ້, ການ​ຄ້າ​ລະ​ຫວ່າ​ງ​ຈີນ-ອາ​ຊຽນ ໄດ້​ຮັກ​ສາ​ຈັງ​ຫວະ​ການ​ເຕີບ​ໂຕ​​ທີ່​ແຂງ​ແຮງ ໂດຍ​ບັນ​ລຸ​ເຖິງ 5,140 ຕື້ຢວນ, ເພີ່ມ​ຂຶ້ນ 20% ຊຶ່ງສູງກວ່າ​ລະ​ດັບ​ການ​ຄ້າ​ໂດຍລວມ​ຂອງ​ຈີນ​ໃນ​ໄລ​ຍະ​ດຽວ​ກັນ, ອາ​ຊຽນ​ສືບ​ຕໍ່​ຄອງ​ຖາ​ນະ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 1 ຂອງ​ຈີນ.
ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸ 27 ຕື້ກວ່າໂດລາ

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸ 27 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ເຖິງວ່າຕ້ອງປະເຊີນໜ້າກັບການຜັນຜວນດ້ານເສດຖະກິດໂລກ ກໍຄືຮົ້ວກີດຂວາງດ້ານເຕັກນິກທີ່ເຄັ່ງຄັດຈາກບັນດາຕະຫຼາດບໍລິໂພກໃຫຍ່ກໍຕາມ, ໃນ 7 ເດືອນຕົ້ນປີ 2026 ການສົ່ງອອກ, ນຳເຂົ້າຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສືບຕໍ່ຮັບຮູ້ການເຕີບໂຕຢ່າງຕັ້ງໜ້າ.
“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ປັດຈຸບັນ, ຄໍາວ່າ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ໄດ້ກາຍເປັນຈຸດສຸມຂອງການປະຕິຮູບອຸດສາຫະກໍາທົ່ວໂລກ. ວົງການພາຍນອກມີຄວາມເຫັນໂດຍທົ່ວໄປວ່າ: ໂດຍອີງໃສ່ຕະຫຼາດຂະໜາດໃຫຍ່ພິເສດ, ລະບົບອຸດສາຫະກໍາທີ່ສົມບູນຄົບຖ້ວນ ແລະ ລະບົບນິເວດດ້ານການຮ່ວມມືແບບເປີດກວ້າງ, ຈີນໄດ້ສະໜອງບົດຮຽນອັນລໍ້າຄ່າໃຫ້ແກ່ທົ່ວໂລກກ່ຽວກັບຫົວຂໍ້ຈຸດສຸມດັ່ງກ່າວ. ອີງຕາມການຈັດອັນດັບຫຼ້າສຸດທີ່ເປີດເຜີຍໂດຍ Nature Index ສະແດງໃຫ້ເຫັນວ່າ: ຈີນຄອງອັນດັບໜຶ່ງຂອງໂລກດ້ານການປະກອບສ່ວນຄົ້ນຄວ້າວິທະຍາສາດໃນປີ 2025.
EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ສະ​ພາ​ລະ​ຫວ່າງ​ລັດ​ຖະ​ບານສະຫະ​ພັນ​​ເສດ​ຖະ​ກິດອາ​ຊີ - ເອີ​ຣົບ (EAEU) ດຳ​ເນີນກອງ​ປະ​ຊຸມ​ເປີດກວ້າງ ທີ່ປະເທດກີ​ກິດ​ສະ​ຖານ (Kyrgyzstan), ເພື່ອສຸມ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ, ການ​ຄ້ຳ​ປະ​ກັນ​ດ້​ານສະ​ບຽງ​ອາ​ຫານ, ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກ, ຫັນ​ການ​ຂົນ​ສົ່ງ​ເປັນ​ດີ​ຈີ​ຕອນ ແລະ ສ້າງ​ຕະ​ຫຼາດ​ການ​ເງິນ​ລວ​ມ. ບັນ​ດາ​ປະ​ເທດໄດ້ກວດ​ກາ​ຄືນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຄ້າ​ລວມ​ກັບ​ຄູ່​ຮ່ວມ​ມື.
ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ສິງຫາ ຜ່ານມາວ່າ: ສຳນັກຂ່າວ Kyodo ຂອງຍີ່ປຸ່ນລາຍງານວ່າ, ດິນເຈື່ອນທີ່ເກີດຂຶ້ນໃນຄືນວັນທີ 8 ສິງຫາຜ່ານມາ ໃນແຂວງນາກາໂນ ພາກກາງຂອງປະເທດຍີ່ປຸ່ນ, ເຮັດໃຫ້ມີປະຊາຊົນປະມານ 390 ຄົນຕິດຄ້າງ.
ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Queensland ໃນອົສຕຣາລີ ພົບວ່າ: ຜູ້ທີ່ມີສວນຢູ່ເຮືອນມີຄວາມສ່ຽງເປັນພະຍາດເບົາຫວານປະເພດ 2 ໜ້ອຍກວ່າຄົນທີ່ບໍ່ມີເຖິງ 6.8%. ໃນຂະນະດຽວກັນ, ຜູ້ທີ່ອາໄສຢູ່ໃກ້ສວນສາທາລະນະຫຼາຍແຫ່ງມີຄວາມສ່ຽງເປັນພະຍາດເບົາຫວານປະເພດດຽວກັນໜ້ອຍກວ່າຄົນທີ່ບໍ່ໄດ້ຢູ່ໃກ້ເຖິງ 5.7% ຊຶ່ງເນັ້ນໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງໃຫ້ຄວາມສໍາຄັນກັບພື້ນທີ່ສີຂຽວໃນການວາງແຜນຜັງຕົວເມືອງ.
ເພີ່ມເຕີມ