(ມັງກອນ - ມິຖຸນາ) ຂອງປີ 2024 ມີທັງໝົດ 350.074 ຄົນ ຊຶ່ງຫຼຸດລົງໃນລະດັບຕໍ່າສຸດແບບບໍ່ເຄີຍມີມາກ່ອນ.
ຂໍ້ມູນເບື້ອງຕົ້ນຈາກກະຊວງດັ່ງກ່າວລະບຸວ່າ: ຈໍານວນເດັກນ້ອຍເກີດໃໝ່ທັງໝົດທົ່ວປະເທດ ລວມເຖິງເດັກນ້ອຍຕ່າງປະເທດ ຫຼຸດລົງ 20.978 ຄົນ ຫຼື 5,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ໂດຍອັດຕາການຫຼຸດລົງເພີ່ມຂຶ້ນຈາກແຕ່ກ່ອນ 3,6% ຂອງໄລຍະດຽວກັນຂອງປີຜ່ານມາ.
ຂະນະດຽວກັນ, ຈໍານວນຜູ້ເສຍຊີວິດໃນໄລຍະເວລາດຽວກັນນີ້ ເພີ່ມຂຶ້ນ 1,8% ມີ 811.819 ຄົນ ຫຼາຍກວ່າຈໍານວນເດັກນ້ອຍເກີດໃໝ່ເຖິງ 461.745 ລາຍ.
ຄະນະນັກວິເຄາະທ້ອງຖິ່ນເປີດເຜີຍວ່າ: ອັດຕາການເກີດຕໍ່າມີສາເຫດມາຈາກການແຕ່ງງານທີ່ຫຼຸດລົງທ່າມກາງຄ່ານິຍົມທີ່ປ່ຽນໄປ, ໂດຍຕັ້ງແຕ່ເດືອນມັງກອນ - ມິຖຸນາ ຈໍານວນການແຕ່ງງານເພີ່ມຂຶ້ນ 0,9% ມີ 248.513 ຄັ້ງ ຫຼຸດລົງ 80.000 ກວ່າຄັ້ງ ເມື່ອທຽບກັບໂຕເລກປີ 2014
ທັງນີ້, ສື່ຂ່າວທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ: ຫາກທ່າອ່ຽງເດັກນ້ອຍເກີດໃໝ່ຫຼຸດລົງຍັງຄົງດຳເນີນຕໍ່ໄປ ຈໍານວນເດັກນ້ອຍເກີດໃໝ່ຕະຫຼອດທັງປີນີ້ ແບບບໍ່ນັບລວມຊາວຕ່າງປະເທດ ອາດຈະເຖິງລະດັບຕໍ່າສຸດແບບບໍ່ເຄີຍມີມາກ່ອນດ້ວຍໂຕເລກຕໍ່າກວ່າ 700.000 ຄົນ ເປັນຄັ້ງທຳອິດ.
ຄໍາເຫັນ