ແດນສະຫວັນນໍ້າງື່ມຣີສອດ ໄດ້ຮັບລາງວັນໂຮງແຮມຂຽວມາດຕະຖານອາຊ່ຽນ

ແດນສະຫວັນນໍ້າງື່ມຣີສອດ ໄດ້ຮັບລາງວັນໂຮງແຮມຂຽວມາດຕະຖານອາຊ່ຽນ ແລະ ປະເມີນເປັນໂຮງແຮມມາດຕະຖານລະດັບ 5 ດາວ

ແດນສະຫວັນນໍ້າງື່ມຣີສອດ ໄດ້ຮັບລາງວັນໂຮງແຮມຂຽວມາດຕະຖານອາຊ່ຽນ ແລະ ປະເມີນເປັນໂຮງແຮມມາດຕະຖານລະດັບ 5 ດາວ
ໃນອາທິດຜ່ານມານີ້, ຄະນະກໍາມະການຈາກພາກສ່ວນກ່ຽວຂ້ອງ ນໍາພາໂດຍ ທ່ານ ໄຊສົມບັດ ບຸນນະຜົນ ວ່າການຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ),

 ມີທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກ ຖວທ ແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງໄປເຄື່ອນໄຫວວຽກງານຢູ່ ແດນສະຫວັນນໍ້າງື່ມຣີສອດ ເມືອງທຸລະຄົມ ແຂວງວຽງຈັນ, ໂດຍການຕ້ອນຮັບຂອງ ທ່ານ ໂລຫວັງຕີ່ນ ຜູ້ບໍລິຫາານແດນສະຫວັນນໍ້າງື່ມຣີສອດ.

ຈຸດປະສົົງຂອງການໄປເຮັດວຽກຄັ້ງນີ້ ເພື່ອມອບລາງວັນໂຮງແຮມຂຽວມາດຕະຖານອາຊ່ຽນ ແລະ ປະເມີນໂຮງແຮມ ເປັນໂຮງແຮມມາດຕະຖານລະດັບ 5 ດາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງ​ໂຂງເກັບ​ກຳ​ຂໍ້​ມູນສະ​ເໜີລຳ​ສີ​ພັນ​ດອນເປັນ​ມໍ​ຣະ​ດົກ​ແຫ່ງ​ຊາດດ້ານ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ

ເມືອງ​ໂຂງເກັບ​ກຳ​ຂໍ້​ມູນສະ​ເໜີລຳ​ສີ​ພັນ​ດອນເປັນ​ມໍ​ຣະ​ດົກ​ແຫ່ງ​ຊາດດ້ານ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ

ຫ້ອງການວັດທະນະທຳແລະການທ່ອງທຽ່ວເມືອງໂຂງແຂວງ​ຈຳ​ປາ​ສັກເຄື່ອນໄຫວເກັບກຳຂໍ້ມູນລຳສີພັນດອນ ເພື່ອສະເໜິເປັນມໍລະດົກແຫ່ງຊາດດ້ານວັດທະນະທຳຂັ້ນທ້ອງຖິ່ນ.
ແມ່ຍິງ​ແຂວງເຊກອງ ແລະ ກະຊວງ ຍທຂ ແລກປ່ຽນບົດຮຽນ

ແມ່ຍິງ​ແຂວງເຊກອງ ແລະ ກະຊວງ ຍທຂ ແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນວຽກ​ງານແມ່ຍິງ ລະຫວ່າງ ສະຫະພັນແມ່ຍິງແຂວງເຊກອງ ແລະ ສະຫະພັນແມ່ຍິງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ມີ​ຂຶ້ນໃນວັນທີ 27 ສິງຫາຜ່ານ​ມາທີ່​ແຂວງ​ເຊກອງ ໂດຍ​ມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງປະທານສະຫະພັນແມ່ຍິງແຂວງເຊກອງ ພ້ອມຄະນະ, ມີທ່ານ ນາງ ນຸ້ຍ ສັງວິບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.
ເມືອງທຸລະຄົມ ຝຶກອົບຮົມກົດໝາຍພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ

ເມືອງທຸລະຄົມ ຝຶກອົບຮົມກົດໝາຍພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ

ເມືອງທຸລະຄົມ ໄດ້ເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ, ໃນວັນທີ 26 ສິງຫານີ້, ທີ່ສະໂມສອນຫ້ອງວ່າການເມືອງທຸລະຄົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ພອນວິໄຊ ສີສະໝຸດ ເລຂາໜ່ວຍພັກ ຮັກສາການຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ ແລະ ທ່ານ ໂນລາ ຈັນທະວົງ ຫົວໜ້າຫ້ອງການຍຸຕິທໍາເມືອງ, ມີບັນດາກຳມະການພັກເມືອງ, ຫົວໜ້າ, ປະທານຄະນະກຳມະການປົກຄອງຕາແສງ, ຮອງຫົວໜ້າຫ້ອງການ, ພຣະສົງ, ອົງການ, ກົມກອງອ້ອມຂ້າງເມືອງ, ຄະນະຮັບຜິດຊອບ ການຮຽນ-ການສອນ ຂັ້ນແຂວງ, ຂັ້ນເມືອງ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການເປັນເຈົ້າພາບກອງປະຊຸມ 3RC-CCM

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການເປັນເຈົ້າພາບກອງປະຊຸມ 3RC-CCM

ໃນວັນທີ 27 ສິງຫານີ້ ທີ່ໂຮງແຮມ Holiday Inn ນະຄອນຫຼວງວຽງຈັນ, ຄະນະຊີ້ນໍາລະດັບຊາດເພື່ອກະກຽມເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM),ໄດ້ຈັດກອງປະຊຸມຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງມີບັນດາສະມາຊິກຄະນະຊີ້ນຳລະດັບຊາດ ເເລະ ອະນຸກຳມະການຕ່າງໆ ເຂົ້າຫຼາຍກວ່າ150ທ່ານ.ຈຸດປະສົງຂອງກອງປະຊຸມແມ່ນເພື່ອສືບຕໍ່ຕິດຕາມ, ກວດກາ ແລະ ຕີລາຄາຄືນຄວາມພ້ອມຂັ້ນສຸດທ້າຍຂອງທັງ 12ອະນຸກໍາມະການ ເພື່ອຮັບປະກັນໃຫ້ການເປັນເຈົ້າພາບກອງປະຊຸມສາກົນດັ່ງກ່າວ ຊຶ່ງຈະຈັດຂຶ້ນໃນລະ ຫວ່າງວັນທີ 13-18 ກັນຍາ 2026 ນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.
ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM

ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຕອບຄໍາຖາມສໍາພາດ ຂອງສື່ມວນຊົນ ໃນວັນທີ 27 ສິງຫານີ້, ທີ່ນະຄອນຫຼວງວຽງຈັນ. ດ້ວຍຄໍາຖາມດັ່ງລຸ່ມນີ້ ຄື:
ບໍລິສັດຢາງພາລາຫວຽດ-ລາວ ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກເມືອງ​ບາ​ຈຽງ

ບໍລິສັດຢາງພາລາຫວຽດ-ລາວ ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກເມືອງ​ບາ​ຈຽງ

ບໍລິສັດຢາງພາລາຫວຽດ-ລາວ ໄດ້ມອບທຶນສະໜັບສະໜູນການສຶກສາ ແລະ ສາທາລະນະສຸກ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ, ເພື່ອ​ປະ​ກອບ​ສ່ວນເປັນລາງວັນໃຫ້ແກ່ນັກຮຽນທີ່ມີຜົນການຮຽນດີເດັ່ນ ໃນລະດັບຊັ້ນ ປ5, ມ4 ແລະ ມ7 ແລະມອບ​ເງິນ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ໂຮງ​ໝໍ​ເມືອງ.
ການນຳເມືອງມຸນລະປາໂມກ ມອບເຄື່ອງຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຕາແສງນາດີ

ການນຳເມືອງມຸນລະປາໂມກ ມອບເຄື່ອງຊ່ວຍເຫຼືອແກ່ຜູ້ປະສົບໄພນ້ຳຖ້ວມຢູ່ຕາແສງນາດີ

ທ່ານ ສົມສັກ ເສົາວະລັດ ເລຂາພັກເມືອງ ພ້ອມດ້ວຍ ທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງຄະນະກຳມະການຕ້ານໄພພິບັດຂັ້ນເມືອງໄດ້ສືບຕໍ່ລົງຕິດຕາມ, ກວດກາສະພາບຄວາມເສຍຫາຍ, ເກັບກຳຂໍ້ມູນຕົວຈິງ ພ້ອມທັງມອບເຄື່ອງ ຊ່ວຍເຫຼືອເບື້ອງຕົ້ນ ໃຫ້ແກ່ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ຕາແສງນາດີເມືອງມຸນລະປາໂມກແຂວງ​ຈຳ​ປາ​ສັກເມື່ອ​ບໍ່​ດົນ​ມາ​ນີ້.
ເລຂາພັກແຂວງໄຊຍະບູລີ ຕິດ​ຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຢູ່ເມືອງແກ່ນທ້າວ

ເລຂາພັກແຂວງໄຊຍະບູລີ ຕິດ​ຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຢູ່ເມືອງແກ່ນທ້າວ

ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານ​ສະ​ພາ​ປະ​ຊາ​ຊົນ​ແຂ;ວງ​ໄຊ​ຍະ​ບູ​ລີພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າເຫືອງ ຢູ່ເມືອງແກ່ນທ້າວໃນ​ວັນ​ທີ 22 ສິງ​ຫາ​ຜ່ານ​ມາ, ໂດຍການຕ້ອນຮັບຂອງ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ.
ຄຳມ່ວນປາ​ຖະ​ກະ​ຖາວັນລັດຖະທຳມະນູນແລະວັນຢຶດອຳນາດ

ຄຳມ່ວນປາ​ຖະ​ກະ​ຖາວັນລັດຖະທຳມະນູນແລະວັນຢຶດອຳນາດ

ແຂວງ​ຄຳ​ມ່ວນໄດ້​ຈັດ​ພິ​ທີປາຖະກະຖາວັນລັດຖະທໍາມະນູນແຫ່ງສປປລາວຄົບຮອບ35ປີ (15ສິງຫາ1991 - 15ສິງຫາ2026 ) ແລະວັນຢຶດອຳນາດຄົບຮອບ81ປີ (23ສິງຫາ1945-23ສິງຫາ2026) ໃນວັນທີ24ສິງຫາ2026ຢູ່ທີ່ສະໂມສອນໃຫຍ່ຂອງແຂວງໂດຍການໃຫ້ກຽດປາຖະກະຖາຂອງທ່ານໄຊຊະນະໂຄດພູທອນກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນແລະທ່ານສົມໃຈພານິຈັນຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະນໍາແຂວງ, ບັນດາພະແນກການ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພາກສ່ວນຕ່າງໆອ້ອມຂ້າງເຂົ້າຮ່ວມ.
ເມືອງສຸຂຸມາເປີດສວນຢາພື້ນເມືອງຫວັງເປັນແຫຼ່ງອະນຸລັກ ແລະ ຮຽນຮູ້

ເມືອງສຸຂຸມາເປີດສວນຢາພື້ນເມືອງຫວັງເປັນແຫຼ່ງອະນຸລັກ ແລະ ຮຽນຮູ້

ຫ້ອງການສາລະນະສຸກເມືອງສຸຂຸມາ ຮ່ວມກັບຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ຈັດພິທີ ເປີດສວນຢາພື້ນເມືອງ ຢູ່ບ້ານໂນນແດງໃຕ້,ຕາແສງສຳຫຼຽງ ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍເປັນປະທານຂອງທ່ານ ຄຳບອນ ສີຮັກສາ ຮອງປະທານກຳມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມແລະການປົກຄອງ,ທ່ານ ສີສຸກ ແກ້ວມະນີວົງ ຫົວໜ້າຫ້ອງການ ສາທາລະນະສຸກເມືອງ,ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ