ການສົ່ງອອກໃນເດືອນກໍລະກົດຫຼຸດລົງເປັນເດືອນທີ 3 ຕິດຕໍ່ກັນ, ຍ້ອນການຫຼຸດລົງຢ່າງຕໍ່ເນື່ອງຂອງການສົ່ງອອກໄປຍັງ ສະຫະລັດ ອາເມຣິກາ ຫຼັງຈາກການເພີ່ມຂຶ້ນອັດຕາພາສີ ຂອງລັດຖະບານ ທ່ານ ໂດໂນ ທຣໍາ. ສ່ວນການນໍາເຂົ້າໃນເດືອນກໍລະກົດ ຫຼຸດລົງ 7.5% ເປັນ 9.48 ພັນຕື້ເຢນ ຊຶ່ງເປັນການຫຼຸດລົງຄັ້ງທໍາອິດໃນຮອບສອງເດືອນ.
ທັງນີ້, ການຂາດດຸນການຄ້າຂອງຍີ່ປຸ່ນໄດ້ຫຼຸດລົງ 81.3% ໃນເດືອນກໍລະກົດ ເມື່ອທຽບໃສ່ປີກາຍ ມາເປັນ 117,5 ຕື້ເຢນ (795 ລ້ານໂດລາ) ຍ້ອນມູນຄ່າການນຳເຂົ້າຫຼຸດລົງຢ່າງຫຼວງຫຼາຍ, ໂດຍມີສາເຫດມາຈາກການຫຼຸດລົງຂອງລາຄາພະລັງງານ.
ເມື່ອພິຈາລະນາຕາມພາກພື້ນ, ຍີ່ປຸ່ນເກີນດຸນການຄ້າກັບ ສະຫະລັດ ອາເມຣິກາ ມູນຄ່າ 585.1 ຕື້ເຢນ, ຫຼຸດລົງ 23.9%. ໂດຍການສົ່ງອອກໄປຍັງ ສະຫະລັດ ອາເມຣິກາ ຫຼຸດລົງ 10.1% ໃນເດືອນກໍລະກົດ, ຫຼັງຈາກຫຼຸດລົງ 11.4% ໃນເດືອນມິຖຸນາ. ສ່ວນການນໍາເຂົ້າຫຼຸດລົງ 0.8%, ໃນຂະນະທີ່ການສົ່ງອອກລົດໃຫຍ່ໄປ ສະຫະລັດ ອາເມຣິກາ ຫຼຸດລົງ 28.4% ເມື່ອພິຈາລະນາເປັນມູນຄ່າ.
ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ເພີ່ມພາສີນຳເຂົ້າລົດຂຶ້ນເປັນ 27.5% ໃນເດືອນເມສາ ແລະ ຕໍ່ມາໃນທ້າຍເດືອນກໍລະກົດ, ຍີ່ປຸ່ນ ແລະ ສະຫະລັດ ອາເມລິກາ ໄດ້ບັນລຸຂໍ້ຕົກລົງຫຼຸດອັດຕາພາສີດັ່ງກ່າວລົງເປັນ 15%, ແຕ່ຍັງບໍ່ເປັນທີ່ຈະແຈ້ງວ່າຈະມີຜົນບັງຄັບໃຊ້ເວລາໃດ.
ໃນຂະນະດຽວກັນ, ຍີ່ປຸ່ນຂາດດຸນການຄ້າກັບຈີນໃນເດືອນກໍລະກົດຜ່ານມາ ບັນລຸ 609.2 ຕື້ເຢນ ຊຶ່ງເປັນການຂາດດຸນການຄ້າຕິດຕໍ່ກັນເປັນເດືອນທີ 52.
ຄໍາເຫັນ