ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ

ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ

ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ
ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຂອງບັນດາປະເທດອາຊຽນ ພ້ອມກັບຍີ່ປຸ່ນ, ຈີນ ແລະ ສ ເກົາຫຼີ ໄດ້ສະແດງຄວາມກັງວົນກ່ຽວກັບສະຖານະການການສະໜອງນ້ຳມັນດິບຈາກຕາເວັນອອກກາງ ທ່າມກາງຄວາມຂັດແຍ້ງທີ່ເພີ່ມຂຶ້ນ. ພ້ອມທັງຕົກລົງທີ່ຈະຍົກລະດັບການຮ່ວມມືເພື່ອແກ້ໄຂຄວາມສ່ຽງຮ່ວມກັນ.

 

ຖະແຫຼງການຮ່ວມຊີ້ໃຫ້ເຫັນວ່າ: ຄວາມເຄັ່ງຕຶງໃນຕາເວັນອອກກາງໄດ້ເພີ່ມຄວາມກົດດັນຢ່າງຫຼວງຫຼາຍຕໍ່ທ່າອ່ຽງເສດຖະກິດຂອງພາກພື້ນ, ໃນຂະນະທີ່ບັນດາປະເທດສະມາຊິກຍັງສືບຕໍ່ຕິດຄວາມຜັນຜວນຢ່າງໃກ້ຊິດກ່ຽວກັບຕະຫຼາດການເງິນ ແລະ ອັດຕາແລກປ່ຽນ. ພ້ອມທັງດຳເນີນມາດຕະການທີ່ເໝາະສົມໂດຍອີງໃສ່ສະພາບການຂອງແຕ່ລະປະເທດ.

ໜັງສືພິມ Kyodo News ລາຍງານວ່າ: ການສົນທະນາດັ່ງກ່າວໄດ້ຈັດຂຶ້ນຢູ່ນອກກອງປະຊຸມປະຈໍາປີຂອງທະນາຄານພັດທະນາອາຊີ (ADB) ຊຶ່ງຈັດຂຶ້ນເປັນເວລາ 4 ວັນ ເລີ່ມແຕ່ວັນທີ 3 ພຶດສະພາ ຜ່ານມາ.

ທ່ານ ຊັດສຶກິ ຄາຕາຍາມະ ລັດຖະມົນຕີກະຊວງການເງິນຍີ່ປຸ່ນ ຊຶ່ງຮ່ວມເປັນປະທານກອງປະຊຸມ ໄດ້ກ່າວວ່າ: ບັນດາປະເທດສະມາຊິກໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຕ້ອງການທີ່ຈະເສີມສ້າງການຮ່ວມມືໃນພາກພື້ນ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນຊຶ່ງກັນ ແລະ ກັນ ໃນການກະຈາຍຄວາມສ່ຽງດ້ານລະບົບຕ່ອງໂສ້ການສະໜອງພະລັງງານ.

ຖະແຫຼງການດັ່ງກ່າວຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງລະບົບຫຼາຍຝ່າຍ ແລະ ສະໜັບສະໜູນລະບົບການຄ້າສາກົນທີ່ອີງໃສ່ກົດລະບຽບ, ຍຸຕິທຳ, ເປີດເຜີຍ, ໂປ່ງໃສ ແລະ ບໍ່ມີການຈຳແນກ.

ຖະແຫຼງການດັ່ງກ່າວຍັງໄດ້ລະບຸວ່າ: ບັນດາປະເທດສະມາຊິກມີຄວາມພ້ອມທີ່ຈະຮັບມືກັບຄວາມຜັນຜວນຂອງອັດຕາແລກປ່ຽນຫຼັງຈາກຄ່າເງິນເຢນຫຼຸດລົງຢ່າງໄວວາ, ໂດຍເຈົ້າໜ້າທີ່ຍີ່ປຸ່ນລາຍງານວ່າໄດ້ເຂົ້າແຊກແຊງຕະຫຼາດເງິນຕາໃນອາທິດທີ່ຜ່ານມາ.

ນອກຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຕືອນວ່າ: ການຂັດແຍ້ງທີ່ຍືດເຍື້ອໃນຕາເວັນອອກກາງອາດຈະມີຜົນສະທ້ອນຢ່າງກວ້າງຂວາງ ແລະ ຍາວນານ, ບໍ່ພຽງແຕ່ຕໍ່ຕະຫຼາດພະລັງງານເທົ່ານັ້ນ ແຕ່ຍັງຕໍ່ຕົ້ນທຶນການຜະລິດ, ການຂົນສົ່ງ, ລາຄາອາຫານ ແລະ ຂະແໜງການທ່ອງທ່ຽວອີກດ້ວຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ຫ້າປີຕໍ່ມາ, ເມືອງໜານຊາງ ໄດ້ຫັນປ່ຽນຈາກເຂດຫ່າງໄກສອກຫຼີກ ກາຍເປັນເຂດຊາຍແດນທີ່ເປີດກວ້າງ

ສຳລັບເມືອງໜານຊາງ ຊຶ່ງເປັນເຂດທີ່ບໍ່ມີທາງອອກສູ່ທະເລ ໃນແຂວງຈຽງຊີ ທາງພາກຕາເວັນອອກຂອງ ສປ ຈີນ, ການສ້າງເຄືອຂ່າຍການຂົນສົ່ງທີ່ເປີດກວ້າງທີ່ແຜ່ລາມໄປທົ່ວພາກກາງຂອງຈີນ ແລະ ເຊື່ອມຕໍ່ກັບໂລກພາຍນອກແມ່ນກຸນແຈສຳຄັນສູ່ການພັດທະນາທີ່ຂັບເຄື່ອນດ້ວຍການເປີດກວ້າງ.
ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ສປຊ ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ

ວິທະຍຸໂທລະພາບສູນກາງ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ໃນຂະນະທີ່ອົງການອຸຕຸນິຍົມໂລກຫຼື WMO ໄດ້ເຜີຍແຜ່ບົດລາຍງານສະພາບອາກາດຕາມລະດູການທົ່ວໂລກປະຈຳເດືອນສະບັບຫຼ້າສຸດ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ກຳລັງຈັດກອງປະຊຸມຖະແຫຼງຂ່າວຢູ່ສຳນັກງານໃຫຍ່ອົງການຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາ, ໂດຍໄດ້ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດມາດຕະການເພື່ອຮັບມືກັບສະພາບອາກາດຮ້ອນທີ່ຮຸນແຮງ ຊຶ່ງເກີດຈາກປາກົດການແອວນີໂຢ.
ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ກົງໂກ ປະເຊີນກັບການລະບາດຂອງພະຍາດອີໂບລາຄັ້ງໃຫຍ່ສຸດໃນປະຫວັດສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າ, ການລະບາດຂອງພະຍາດອີໂບລາ ໃນສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ໃນປັດຈຸບັນກາຍເປັນການລະບາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງກົງໂກ, ໂດຍມີຜູ້ຕິດເຊື້ອ Bundibuyo ທີ່ຢືນຢັນແລ້ວ 3,605 ຄົນ, ລວມທັງຜູ້ເສຍຊີວິດ 1,587 ຄົນ ຊຶ່ງຄິດເປັນອັດຕາການຕາຍ 44%. ສູງກວ່າການລະບາດທີ່ໃຫຍ່ທີ່ສຸດກ່ອນໜ້ານີ້ໃນລະຫວ່າງປີ 2018- 2020 ຊຶ່ງມີ 3,317 ຄົນ.
ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ປະຊາກອນມາເລເຊຍ ​ຈະ​ບັນລຸ 34.4 ລ້ານ​ຄົນ​ໃນ​ປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ສິງຫາ ຜ່ານມາວ່າ: ກົມສະຖິຕິຂອງມາເລເຊຍຄາດຄະເນວ່າປະຊາກອນຂອງມາເລເຊຍ ຈະບັນລຸ 34.4 ລ້ານຄົນໃນປີ 2026, ເພີ່ມຂຶ້ນຈາກ 34.2 ລ້ານຄົນໃນປີ 2025 ຊຶ່ງຄິດເປັນອັດຕາການເຕີບໂຕປະຈຳປີ 0.5%.
6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

6 ເດືອນຕົ້ນປີ ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸ 5,500 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນທາງທະເລຂອງຈີນບັນລຸເຖິງ 5,500 ຕື້ຢວນ, ເພີ່ມຂຶ້ນ 5.1% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ເສດຖະກິດທາງທະເລໄດ້ພັດທະນາຢ່າງໝັ້ນຄົງ ແລະ ມີທ່າອຽງການພັດທະນາທີ່ດີ.
ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ນະຄອນຫຼວງມະນີລາ ຈະໃຊ້ໂດຣນພະລັງງານ AI ຄາດຄະເນນໍ້າຖ້ວມລ່ວງໜ້າ 2 ຊົ່ວໂມງ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ນະຄອນຫຼວງມະນີລາ ປະເທດຟີລິບປິນ, ມີແຜນທີ່ຈະນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເພື່ອຄາດຄະເນນໍ້າຖ້ວມລ່ວງໜ້າໄດ້ເຖິງ 2 ຊົ່ວໂມງ. ໂດຍລະບົບດັ່ງກ່າວຈະໃຊ້ໂດຣນທີ່ໃຊ້ພະລັງງານ AI ແລະ ເຕັກໂນໂລຊີການສ້າງແຜນທີ່ 3D ເພື່ອວິເຄາະປະລິມານນໍ້າຝົນ, ປະລິມານນໍ້າ ແລະ ລະດັບຄວາມສູງຂອງແຜ່ນດິນ ເພື່ອລະບຸພື້ນທີ່ທີ່ສ່ຽງນໍ້າຖ້ວມ.
7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

7 ເດືອນຕົ້ນປີ ການສົ່ງອອກ-ນຳເຂົ້າຂອງຫວຽດນາມ ຈະບັນລຸ 659 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ສິງຫາ ຜ່ານມາວ່າ: ສະພາບການເສດຖະກິດ ຫວຽດນາມ ໃນ 7 ເດືອນຜ່ານມາໄດ້ຮັບຮູ້ຫຼາຍສັນຍານທີ່ຕັ້ງໜ້າຈາກການຜະລິດອຸດສາຫະກຳ, ສົ່ງອອກ-ນຳເຂົ້າ, ບໍລິໂພກ ແລະ ດຶງດູດການລົງທຶນ.
Samsung ຈະສ້າງໂຮງງານຜະລິດຊິບແຫ່ງທີສອງໃນລັດເທັກຊັສ ໃນທ້າຍປີນີ້

Samsung ຈະສ້າງໂຮງງານຜະລິດຊິບແຫ່ງທີສອງໃນລັດເທັກຊັສ ໃນທ້າຍປີນີ້

ຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ ຜ່ານມາວ່າ: ບໍລິສັດ Samsung Electronics, ຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກຈາກ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 30 ກໍລະກົດ ຜ່ານມາວ່າ, ບໍລິສັດ ຈະເລີ່ມກໍ່ສ້າງໂຮງງານຜະລິດເຊມິຄອນດັກເຕີແຫ່ງທີສອງ ຫຼື Taylor Fab 2 ໃນເມືອງເທເລີ ລັດເທັກຊັສ ສະຫະລັດອາເມຣິກາ ໃນທ້າຍປີນີ້.
ມາເລເຊຍ ເປີດໂຄງການຈັດຫາງານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ມາເລເຊຍ ເປີດໂຄງການຈັດຫາງານ ເພື່ອຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ສຳນັກຂ່າວສານຊິນຮວາຍລາຍງານໃນວັນທີ 28 ກໍລະກົດ ຜ່ານມາວ່າ: ປະເທດມາເລເຊຍໄດ້ເປີດໂຄງການສົ່ງເສີມການຈ້າງງານພາຍໃຕ້ໂຄງການການເງິນເພື່ອສັງຄົມ iTEKAD ເພື່ອຊ່ວຍເຫຼືອປະຊາຊົນຈາກກຸ່ມທີ່ມີຄວາມສ່ຽງໃຫ້ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ລາຍໄດ້ທີ່ຍືນຍົງ.
Microsoft ມີລາຍຮັບເພີ່ມຂຶ້ນ 18% ໃນໄຕຣມາດທີ 4 ຂອງປີງົບປະມານ 2026

Microsoft ມີລາຍຮັບເພີ່ມຂຶ້ນ 18% ໃນໄຕຣມາດທີ 4 ຂອງປີງົບປະມານ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກໍລະກົດ ຜ່ານມາວ່າ: ບໍລິສັດ Microsoft ໄດ້ປະກາດຫວ່າງມໍ່ໆມານີ້ວ່າ: ບໍລິສັດມີລາຍໄດ້ 90 ຕື້ໂດລາໃນໄຕມາດທີ 4 ຂອງປີງົບປະມານ 2026 (ສິ້ນສຸດວັນທີ 30 ມິຖຸນາ), ເພີ່ມຂຶ້ນ 18% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ເພີ່ມເຕີມ