![]() |
ໂຄງການດັ່ງກ່າວຈະດຳເນີນການຜ່າຕັດໃນລະຫວ່າງ ວັນທີ 4-7 ພຶດສະພາ 2026, ໂດຍມີຈຸດປະສົງຫຼັກເພື່ອຊ່ວຍເຫຼືອຄົນເຈັບທີ່ມີບັນຫາຫົວເຂົ່າເສື່ອມ ແລະ ຂໍ້ສະໂພກ ທີ່ຂາດເຂີນທຶນຮອນ ໃຫ້ສາມາດກັບມາຍ່າງ ແລະ ໃຊ້ຊີວິດໄດ້ເປັນປົກກະຕິອີກຄັ້ງ, ການຮ່ວມມືໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການຊ່ວຍເຫຼືອດ້ານການປິ່ນປົວເທົ່ານັ້ນ, ແຕ່ຍັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການແລກປ່ຽນບົດຮຽນທາງດ້ານເຕັກນິກການແພດ ລະຫວ່າງ ຊ່ຽວຊານໄທ ແລະ ແພດໝໍລາວໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ. "ຕະຫຼອດໄລຍະ 4 ວັນຂອງການດຳເນີນໂຄງການ, ທີມງານແພດໝໍທັງສອງປະເທດຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເຮັດການຜ່າຕັດໃຫ້ໄດ້ຕາມເປົ້າໝາຍ ໂດຍນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນທາງການແພດທີ່ໄດ້ມາດຕະຖານສາກົນ, ເຮັດໃຫ້ຄົນເຈັບມີຄວາມປອດໄພ ແລະ ຟື້ນຕົວໄດ້ໄວ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ