ພັນທະບັດດັ່ງກ່າວໃຊ້ເພື່ອສະໜັບສະໜູນ 6,700 ກວ່າໂຄງການໃນ 16 ຂົງເຂດ ເປັນຕົ້ນແມ່ນ ອຸດສາຫະກໍາ, ພະລັງງານໄຟຟ້າ ແລະ ຂໍ້ມູນຂ່າວສານເອເລັກໂຕຣນິກ, ຈະສາມາດດຶງດູດການລົງທຶນຫຼາຍກວ່າ 380 ຕື້ຢວນ. ພ້ອມດຽວກັນນີ້, ຈີນຈະສືບຕໍ່ສະໜັບສະໜູນການນຳໃຊ້ລົດຂົນສົ່ງສິນຄ້າລຸ້ນໃໝ່ແທນລຸ້ນເກົ່າ, ໃຊ້ລົດເມພະລັງງານໃໝ່ ແລະ ໃຊ້ເຄື່ອງຈັກກະສິກໍາລຸ້ນໃໝ່ແທນລຸ້ນເກົ່າ. ນັບແຕ່ຕົ້ນປີນີ້ມາ, ຈີນໄດ້ຈັດສັນງົບປະມານສໍາລັບການປ່ຽນຖ່າຍເຄື່ອງອຸປະກອນ ແລະ ການທົດແທນຄືນເຄື່ອງອຸປະໂພກ-ບໍລິໂພກ ທັງໝົດ 185,1 ຕື້ຢວນ.
ຂ່າວລະບຸວ່າ: ຈາກການຊຸກຍູ້ຂອງນະໂຍບາຍປ່ຽນຖ່າຍເຄື່ອງອຸປະກອນ, ການຈັດຊື້ ແລະ ການລົງທຶນຕໍ່ເຄື່ອງຈັກ ແລະ ອຸປະກອນໃນໄຕມາດທໍາອິດຂອງປີນີ້ເພີ່ມຂຶ້ນ 13.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ທັງໄດ້ດຶງດູດການລົງທຶນທັງໝົດເພີ່ມຂຶ້ນ 2.3%.
ຄໍາເຫັນ