ການປ່ຽນແປງດິນຟ້າອາກາດໂຄເປີນິຄັສ (C3S)ຂອງສະຫະພາບເອີຣົບ

ເດືອນພະຈິກ 2024 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 2

ເດືອນພະຈິກ 2024 ເປັນເດືອນທີ່ຮ້ອນທີ່ສຸດອັນດັບ 2
ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ທັນວາ ຜ່ານມາວ່າ: ສຳນັກງານບໍລິການຕິດຕາມການປ່ຽນແປງດິນຟ້າອາກາດໂຄເປີນິຄັສ (C3S)ຂອງສະຫະພາບເອີຣົບ

ເປີດເຜີຍວ່າ: ເດືອນພະຈິກປີ 2024 ເປັນເດືອນພະຈິກທີ່ຮ້ອນຫຼາຍທີ່ສຸດເປັນອັນດັບສອງຂອງໂລກ ຊຶ່ງສອດຄ່ອງກັບການຄາດຄະເນວ່າປີ 2024 ຈະເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍບັນທຶກໄວ້.

C3S ລະບຸວ່າ: ເດືອນພະຈິກ 2024 ມີອຸນຫະພູມສູງກວ່າລະດັບກ່ອນຍຸກອຸດສາຫະກຳ 1.62 ອົງສາເປັນຮອງພຽງແຕ່ເດືອນພະຈິກ 2023.

ຖະແຫຼງການຈາກ C3S ລະບຸວ່າ: ປັດຈຸບັນແນ່ນອນແລ້ວວ່າ ປີ 2024 ຈະເປັນປີທີ່ມີອຸນຫະພູມຮ້ອນທີ່ສຸດເທົ່າທີ່ເຄີຍບັນທຶກໄວ້ ແລະ ສູງກວ່າລະດັບກ່ອນຍຸກອຸດສາຫະກຳ 1.5 ອົງສາ, ໂດຍຜົນການສຶກສາດັ່ງກ່າວອີງໃສ່ຊຸດຂໍ້ມູນທີ່ໃຊ້ກວດວັດແທກຫຼາຍພັນລ້ານຄັ້ງຈາກດາວທຽມ,ເຮືອບິນແລະສະຖານີກວດສອບສະພາບອາກາດທົ່ວໂລກ.

ທ່ານ ສະແມນທາ ເບີເກສ ຮອງຜູ້ອຳນວຍການ ສຳນັກງານC3S ກ່າວວ່າ: ຂໍ້ມູນປີ 2024 ບໍ່ໄດ້ໝາຍຄວາມວ່າສັນຍາປາຣີ(Paris Agreement)ໄດ້ຖືກລະເມີດ, ແຕ່ມັນໝາຍຄວາມວ່າຈຳເປັນຕ້ອງມີການດໍາເນີນການດ້ານສະພາບອາກາດທີ່ຮີບດ່ວນກວ່າທີ່ເຄີຍມີມາ.

ສັນຍາປາຣີມີເປົ້າໝາຍຄວບຄຸມການເພີ່ມຂຶ້ນຂອງອຸນຫະພູມສະເລ່ຍຂອງໂລກໃຫ້ຕໍ່າກວ່າ 2 ອົງສາ ທຽບຈາກກ່ອນຍຸກອຸດສາຫະກຳແລະພະຍາຍາມຄວບຄຸມບໍ່ໃຫ້ກາຍ 1.5 ອົງສາໃນທ້າຍສະຕະວັດນີ້. ແຕ່ເປົ້າໝາຍເຫຼົ່ານີ້ແມ່ນອີງໃສ່ອຸນຫະພູມສະເລ່ຍທົ່ວໂລກໃນຮອບ 20 ປີ ຫຼື 30 ປີ ຫຼາຍກວ່າການຜັນແປຂອງປີ.

C3Sກ່າວວ່າ: ຂະໜາດນ້ຳກ້ອນໃນທະເລ Antarcticໄດ້ບັນລຸລະດັບຕ່ຳທີ່ສຸດໃນເດືອນພະຈິກ ຜ່ານມາໂດຍຕໍ່າກວ່າຄ່າສະເລ່ຍ 10% ຊຶ່ງຍັງຄົງຜິດປົກກະຕິຢ່າງຕໍ່ເນື່ອງຕະຫຼອດ 2023 ແລະ 2024.

C3Sກ່າວຕື່ມວ່າ: ເດືອນພະຈິກ ຜ່ານມາ ເປັນເດືອນທີ 16 ໃນໄລຍະ 17 ເດືອນທີ່ອຸນຫະພູມອາກາດສະເລ່ຍຂອງພື້ນຜີວໂລກສູງກວ່າລະດັບກ່ອນຍຸກອຸດສາຫະກຳ 1.5 ອົງສາເຊ.

ຄໍາເຫັນ

ຂ່າວຕ່າງປະເທດ

ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ຫວຽດນາມ ໄດ້​ສ້າງ​ຕັ້ງ ແລະ ປັບ​ປຸງ​​ການຮ່ວມມືນັບ​ມື້​ນັບ​ກວ້າງຂວາງ ແລະ ໜັກ​ແໜ້ນ ເປີດກວ້າງ, ຫັນ​ເປັນຫຼາຍ​ຝ່າຍມີຄວາມຫຼາກຫຼາຍ, ສະ​ດວກ​ໃຫ້​ແກ່​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່.
ຫວຽດນາມ ສຸມໃສ່ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ຫຼາດ​ບັງຫຼວງ ແລະ ການຟຸ່ມເຟືອຍ​

ຫວຽດນາມ ສຸມໃສ່ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ຫຼາດ​ບັງຫຼວງ ແລະ ການຟຸ່ມເຟືອຍ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນໄລຍະຈະມາເຖິງ, ຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ການຟຸ່ມເຟືອບ ແລະ ໄພຫຍໍ້ທໍ້ ຫວຽດນາມ ຮຽກຮ້ອງສືບຕໍ່ຜັນຂະຫຍາຍວຽກງານຕ້ານການສໍ້ຫຼາດບັງຫຼວງ, ການຟຸ່ມເຟືອຍ, ໄພຫຍໍ້ທໍ້ຢ່າງແຮງ, ຂ້ຽວຂາດ ແລະ ມີປະສິດທິຜົນກວ່າເກົ່າ.
ຜູ້ນຳປະເທດສະມາຊິກບຣິກສ ປຶກສາຫາລືປິ່ນອ້ອມ 6 ຫົວຂໍ້ ແລະ ຂົງເຂດສຳຄັນຕ່າງໆ

ຜູ້ນຳປະເທດສະມາຊິກບຣິກສ ປຶກສາຫາລືປິ່ນອ້ອມ 6 ຫົວຂໍ້ ແລະ ຂົງເຂດສຳຄັນຕ່າງໆ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 6 ກໍ​ລະ​ກົດ ຜ່ານມາ, ການພົບປະຄັ້ງທີ 17 ຂອງຜູ້ນໍາປະເທດສະມາຊິກບຣິກສ ທີ່​ດຳ​ເນີນ​ເປັນ​ເວ​ລາ 2 ວັນ​ໄດ້​ຈັດຂຶ້ນ​ຢູ່ນະ​ຄອນ​​ຣີ​ໂອ ເດີ ຈາ​ເນ​ໂຣ ​ຂອງບ​ຣາ​ຊິນ ຢ່າງ​ເປັນ​ທາງ​ການ.
ກົມອຸຕິນິຍົມ ຂອງ ສ ເກົາຫຼີ ເຕືອນຄື້ນຄວາມຮ້ອນອາດຈະຮຸ່ນແຮງເຖິງ 37 ອົງສາ

ກົມອຸຕິນິຍົມ ຂອງ ສ ເກົາຫຼີ ເຕືອນຄື້ນຄວາມຮ້ອນອາດຈະຮຸ່ນແຮງເຖິງ 37 ອົງສາ

ຂ່າວຕ່າງປະເທດລາຍງານ; ກົມອຸຕຸນິຍົມວິທະຍາ ສ ເກົາຫຼີ (KMA) ເປີດເຜີຍໃນວັນທີ 7 ກໍລະກົດ ຜ່ານມາວ່າ: ຄື້ນຄວາມຮ້ອນທີ່ແຜ່ປົກຄຸມ ສ ເກົາຫຼີ ຈະທະວີຄວາມຮຸນແຮງຂຶ້ນໃນອາທິດນີ້, ໂດຍມີອຸນຫະພູມຕອນກາງເວັນສູງເຖິງ 37 ອົງສາເຊ ໃນບາງພື້ນທີ່.
ອິນໂດເນເຊຍ ຈະຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ

ອິນໂດເນເຊຍ ຈະຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ທ່ານ ແອຣລັງກາ ຮາຣຕາຣໂຕ ລັດຖະມົນຕີປະສານງານດ້ານເສດຖະກິດຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານອິນໂດເນເຊຍ ວາງແຜນທີ່ຈະປັບປຸງລະບົບບໍລິຫານ ແລະ ລະບຽບການຕ່າງໆ ເພື່ອຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນອິນໂດເນເຊຍ ໃນຕະຫຼາດສາກົນ.
ກຳປູເຈຍ - ຍີ່ປຸ່ນ ເປີດເຄືອຂ່າຍຊໍາລະເງິນຂ້າມຊາຍແດນ ຜ່ານ QR code

ກຳປູເຈຍ - ຍີ່ປຸ່ນ ເປີດເຄືອຂ່າຍຊໍາລະເງິນຂ້າມຊາຍແດນ ຜ່ານ QR code

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກຳປູ​ເຈຍ ​ແລະ ຍີ່​ປຸ່ນ ​ເລີ່​ມດຳ​ເນີນ​ໂຄງການ​ຊຳລະເງິນຜ່ານ​ລະຫັດ QR code ຂ້າມ​ຊາຍ​ແດນ​ໄລຍະ 1, ​ໂດຍ​ທ່ານ ເຈ ເຊລີ ຜູ້​ວ່າການ​ທະນາຄານ​ແຫ່ງ​ຊາດ​ກຳປູ​ເຈຍ ຮ່ວມເປັນປະທານໃນງານເປີດໂຄງການດັ່ງກ່າວ ທີ່​ນະຄອນໂອຊາກາ ປະ​ເທດ​ຍີ່ປຸ່ນ.
ງານວາງສະແດງລົດໄຟຄວາມໄວສູງຈີນ

ງານວາງສະແດງລົດໄຟຄວາມໄວສູງຈີນ

ຂ່າວສານຊີອາໄອລາຍງານ ໃນວັນທີ 7 ກໍລະກົດ ຜ່ານມາ; ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈໍາກັດແຈ້ງໃຫ້ຮູ້ວ່າ: ງານວາງສະແດງລົດໄຟຄວາມໄວສູງຈີນພາຍໃຕ້ຫົວຂໍ້ “ນາມບັດແຫ່ງຊາດ” ທີ່ສວຍງາມ ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງປັກກິ່ງ ຂອງຈີນ. ງານວາງສະແດງຄັ້ງນີ້ໄດ້ວາງສະແດງຮູບພາບ ແລະ ເອກະສານພ້ອມດ້ວຍເຄື່ອງວາງສະແດງຕ່າງໆ 1,000 ກວ່າອັນ, ໂດຍໄດ້ສະແດງໃຫ້ເຫັນເຖິງຂະບວນການພັດທະນາອັນຍິ່ງໃຫຍ່ກ່ຽວກັບທາງລົດໄຟຄວາມໄວສູງຈີນຈາກການໄລ່ທັນບາດກ້າວຂອງໂລກຕະຫຼອດຮອດການນໍາໜ້າໂລກ.
ຫ​ວຽດ​ນາມ ແລະ WHO ເພີ່​ມ​ທະ​ວີ​ການຮ່ວມມື ​ເພື່ອ​ຄວາມ​ປອ​ດ​ໄພ ແລະ ສຸ​ຂະ​ພາບ​ຂອງ​ມະ​ນຸດ

ຫ​ວຽດ​ນາມ ແລະ WHO ເພີ່​ມ​ທະ​ວີ​ການຮ່ວມມື ​ເພື່ອ​ຄວາມ​ປອ​ດ​ໄພ ແລະ ສຸ​ຂະ​ພາບ​ຂອງ​ມະ​ນຸດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທ່ານ ເທໂດຣສ ແອດຮານອມ ເກຣເບຣເຢຊູ (Tedros Adhanom Ghebreyesus) ຜູ້ອຳນວຍການໃຫຍ່ WHO ໄດ້ຕີລາຄາສູງບັນດານະໂຍບາຍ, ຄວາມພະຍາຍາມຖືກທິດຂອງ ຫວຽດນາມ ໃນການຮັບມືກັບໂຣກລະບາດ, ພັດທະນາການແພດຮາກຖານ, ເບິ່ງແຍງດູແລສຸຂະພາບທົ່ວປວງຊົນ.
ພັກກອມມູນິດຫວຽດນາມ ວາງບາງທິດທາງໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ຢືດໝັ້ນຄວາມເປັນເອກະລາດ, ຄວາມເປັນ ເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ.
ຜົນການສຶກສາພົບວ່າ ຝຸ່ນ PM ພົວພັນກັບມະເຮັງປອດໃນຜູ້ທີ່ບໍ່ສູບຢາ

ຜົນການສຶກສາພົບວ່າ ຝຸ່ນ PM ພົວພັນກັບມະເຮັງປອດໃນຜູ້ທີ່ບໍ່ສູບຢາ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ວາລະສານ Nature ໄດ້ພິມເຜີຍແຜ່ຜົນການສຶກສາຄົ້ນຄວ້າໃໝ່ທີ່ພົບວ່າການສໍາຜັດກັບມົນລະພິດທາງອາກາດເຊັ່ນ: ຝຸ່ນລະອອງຂະໜາດນ້ອຍ (PM) ມີຄວາມກ່ຽວຂ້ອງກັບການປ່ຽນແປງທາງພັນທຸກໍາທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍຂອງເນື້ອງອກມະເຮັງປອດຂອງຜູ້ທີ່ບໍ່ເຄີຍສູບຢາ.
ເພີ່ມເຕີມ