ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນດາເນື້ອໃນເອກະສານສຳຄັນດັ່ງນີ້:1) ຜ່ານ ບົດສໍາຫຼວດຂອງ ສະຫາຍ ເລຂາຄະນະບໍລິຫານງານ ສານປະຊາຊົນສູງສູດ ແລະ ປະກອບຄໍາເຫັນໃຫ້ບັນດາສະຫາຍ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI , ດັ່ງນັ້ນ ປະທານກອງປະຊຸມ ຈຶ່ງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມທຸກສະຫາຍ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງ, ສຸມສະຕິປັນຍາຄົ້ນຄວ້າ, ປະກອບຄຳຄິດ ຄຳເຫັນຢ່າງເລິກເຊິ່ງ, ເພື່ອເຮັດໃຫ້ບົດສໍາຫຼວດ ແລະ ການປະກອບຄໍາເຫັນໃຫ້ ບັນດາ ສະຫາຍຄະນະບໍລິຫານງານສູນກາງພັກ ມີເນື້ອໃນ ຄົບຖ້ວນ, ສົມບູນ ເພື່ອເສີມຂະຫຍາຍປະຊາທິປະໄຕຢ່າງເຕັມສ່ວນ ກ້າວໄປເຖິງຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆທີ່ຍົກຂຶ້ນ, ເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບໝາກຜົນຢ່າງຈົບງາມ.(ຂ່າວ:ຕຸໄລເພັດ ຂໍ້ມູນ-ພາບ ສປສສ)
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ
ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ຄໍາເຫັນ