ທ່ານ ຊາດາເຢຟ ກ່າວວ່າ: ການອອກຊິມກາດສຳລັບເດັກນ້ອຍຕ້ອງໄດ້ຮັບອະນຸຍາດຈາກພໍ່ແມ່ເທົ່ານັ້ນ. ໂດຍພໍ່ແມ່ຈະສາມາດຮັບຂໍ້ມູນຕຳແໜ່ງທີ່ຢູ່ຂອງລູກໆໄດ້ໂດຍບໍ່ຕ້ອງຍື່ນຄຳຮ້ອງຂໍຢ່າງເປັນທາງການ ຫຼື ຂໍອະນຸມັດຈາກສານ. ໃນຂະນະດຽວກັນ, ຜູ້ອາຍຸສູງຈະສາມາດແຕ່ງຕັ້ງບຸກຄົນທີ່ໜ້າເຊື່ອຖືໃຫ້ເຂົ້າເຖິງຂໍ້ມູນຕຳແໜ່ງທີ່ຢູ່ຂອງເຂົາເຈົ້າຜ່ານທາງເວັບໄຊ.
ກ່ອນໜ້ານີ້, ທ່ານ ຊາດາເຢຟ ໄດ້ຊີ້ແຈງວ່າ: ຜູ້ໃຊ້ຊິມກາດສຳລັບເດັກຈະຖືກຈຳກັດການເຂົ້າເຖິງການບໍລິການອອນລາຍບາງປະເພດ ຊຶ່ງລວມທັງແພລັດຟອມສື່ສັງຄົມອອນລາຍ. ໂດຍການບໍລິການຊິມກາດສຳລັບເດັກນີ້ໄດ້ນຳສະເໜີຄັ້ງທຳອິດໃນເດືອນສິງຫາຜ່ານມາ ມີຈຸດປະສົງເພື່ອເສີມຂະຫຍາຍຄວາມປອດໄພຂອງເດັກ ແລະ ຈຳກັດການເຂົ້າເຖິງເນື້ອຫາອອນລາຍທີ່ບໍ່ເໝາະສົມສຳລັບຜູ້ໃຊ້ທີ່ມີອາຍຸຕ່ຳກວ່າ 14 ປີ.
ຄໍາເຫັນ