ດື່ມກາເຟໃນຕອນເຊົ້າ ຊ່ວຍຫຼຸດຜ່ອນຄວາມສ່ຽງເສຍຊີວິດ

ດື່ມກາເຟໃນຕອນເຊົ້າ ຊ່ວຍຫຼຸດຜ່ອນຄວາມສ່ຽງເສຍຊີວິດຈາກພະຍາດຫົວໃຈ

ດື່ມກາເຟໃນຕອນເຊົ້າ ຊ່ວຍຫຼຸດຜ່ອນຄວາມສ່ຽງເສຍຊີວິດຈາກພະຍາດຫົວໃຈ
ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ຜົນການຄົ້ນຄວ້າໃໝ່ສະແດງໃຫ້ເຫັນວ່າການດື່ມກາເຟໃນແຕ່ລະມື້ຂອງພວກເຮົາ ອາດມີສ່ວນຊ່ວຍຫຼຸດຜ່ອນຄວາມສ່ຽງໃນການເສຍຊີວິດຈາກພະຍາດທີ່ກ່ຽວກັບຫົວໃຈ ໄດ້.

ຜົນການສຶກສາພົບວ່າ: ຜູ້ທີ່ດື່ມກາເຟໃນຕອນເຊົ້າ ມີຄວາມສ່ຽງຕໍ່ການເສຍຊີວິດຈາກພະຍາດ ທີ່ກ່ຽວກັບຫົວໃຈ ແລະ ຫຼອດເລືອດ ແລະມີຄວາມສ່ຽງຕໍ່ການເສຍຊີວິດຕໍ່າກວ່າຄົນທີ່ດື່ມກາເຟໃນເວລາອື່ນໆ, ແນວໃດກໍຕາມ, ການຄົ້ນຄວ້ານີ້ບໍ່ໄດ້ພິສູດວ່າ ກາເຟເປັນປັດໄຈຫຼັກພຽງຢ່າງດຽວທີ່ເຮັດໃຫ້ຄວາມສ່ຽງໃນການເສຍຊີວິດຫຼຸດລົງ.

ທ່ານ ລູ່ ສີ ຫົວໜ້າຄະນະຄົ້ນຄວ້າ ແລະຜູ້ອໍານວຍການສູນຄົ້ນຄວ້າພະຍາດຕຸ້ຍ ມະຫາວິທະຍາໄລທູເລນ ເມືອງນິວອໍລີນ ສະຫະລັດ ອາເມຣິກາ ກ່າວວ່າ: ການສຶກສາບໍ່ໄດ້ອະທິບາຍຢ່າງຊັດເຈນວ່າເປັນຫຍັງການດື່ມກາເຟໃນຕອນເຊົ້າຈຶ່ງສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງໄດ້.ແຕ່ໜຶ່ງໃນຄໍາອະທິບາຍຄື: ການບໍລິໂພກກາເຟໃນເວລາອື່ນໆເຊັ່ນ: ໃນຕອນບ່າຍຫຼືຕອນແລງ ອາດກະທົບກັບລະບົບໂມງຊີວະພາບພາຍໃນຮ່າງກາຍ ແລະ ລະດັບຮໍໂມນເຊັ່ນ: ເມລາໂທນິນ ໄດ້.

ການຄົ້ນຄວ້າດັ່ງກ່າວໄດ້ຖືກພິມເຜີຍແຜ່ໃນວັນທີ 9 ມັງກອນ ຜ່ານມາ ໃນວາລະສານ European Heart ນັກຄົ້ນຄວ້າລະບຸວ່າ: ຍັງຕ້ອງມີການຄົ້ນຄວ້າເພີ່ມເຕີມວ່າ ຜົນການສຶກສາທີ່ອອກມາສອດຄ່ອງກັບຄົນທຸກກຸ່ມ ຫຼື ບໍ, ໂດຍອາດຈະຕ້ອງມີການທົດລອງທາງເຕັກນິກ ເພື່ອເບິ່ງຜົນກະທົບຂອງການປ່ຽນແປງເວລາໃນການດື່ມກາເຟ ດ້ວຍ.

ນັກຄົ້ນຄວ້າຈາກມະຫາວິທະຍາໄລທູເລນ ເມືອງນິວອໍລີນ ໄດ້ເຮັດການສຶກສາຜູ້ໃຫຍ່ ຈຳນວນ 40,725 ຄົນ ທີ່ຮ່ວມກັນເຮັດແບບສອບຖາມໃນສະຫະລັດ ອາເມຣິກາ ຕັ້ງແຕ່ປີ 1999 ຫາ 2018. ທຸກໆຄົນຈະຖືກຖາມກ່ຽວກັບເລື່ອງອາຫານແລະເຄື່ອງດື່ມທີ່ຮັບປະທານໃນທຸກໆວັນ ລວມເຖິງພຶດຕິກຳການດື່ມກາເຟເຊັ່ນ: ດື່ມຫຼາຍປານໃດແລະ ດື່ມໃນເວລາໃດ ເພື່ອວັດແທກວ່າເວລາຂອງການດື່ມກາເຟມີຜົນກະທົບຕໍ່ຄວາມແຂງແຮງຂອງຫົວໃຈ ຫຼື ບໍ? ຊຶ່ງຖືເປັນຄັ້ງທໍາອິດທີ່ມີການຄົ້ນຄວ້າກ່ຽວກັບຫົວຂໍ້ນີ້.

ທີມນັກຄົ້ນຄວ້າ ພົບວ່າ: ຜູ້ທີ່ດື່ມກາເຟໃນຕອນເຊົ້າ ອັດຕາການເສຍຊີວິດໜ້ອຍກ່ວາຄົນທີ່ບໍ່ດື່ມກາເຟ16% ແລະຜູ້ທີ່ດື່ມກາເຟໃນຕອນເຊົ້າ ເສຍຊີວິດຈາກພະຍາດຫົວໃຈນ້ອຍລົງກວ່າ 31%. ສ່ວນຜູ້ທີ່ດື່ມກາເຟໝົດມື້ ຄວາມສ່ຽງຂອງພະຍາດຫົວໃຈບໍ່ໄດ້ຫຼຸດລົງ ເມື່ອປຽບທຽບກັບຄົນທີ່ບໍ່ດື່ມກາເຟ.

ໂດຍໃນຈຳນວນຜູ້ທີ່ເຂົ້າຮ່ວມຄົ້ນຄວ້າທັງໝົດ ແບ່ງເປັນຄົນທີ່ດື່ມເຟໃນຕອນເຊົ້າ 36% ແລະ 14% ແມ່ນຜູ້ທີ່ດື່ມກາເຟໝົດມື້.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ