![]() |
ໂອກາດນີ້, ທ່ານສົມສະອາດອຸ່ນສີດາປະທານຄະນະກຳມະການປົກຄອງແຂວງຄຳມ່ວນ,ເປັນກຽດກ່າວຮັບສິ່ງຂອງຊ່ວຍເຫຼືອ, ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານຫຼິນລູຍ (Lin Rui)ປະທານບໍລິສັດຂອງ EDL-T ຕາງໜ້າບໍລິສັດ EDL-T ໄດ້ກ່າວວ່າ: ບໍລິສັດຈະສືບຕໍ່ຮ່ວມມືແລະສະໜັບສະໜູນສັງຄົມລາວຄຽງຄູ່ກັບການດຳເນີນວຽກງານດ້ານໄຟຟ້າ, ພ້ອມທັງຈະສືບຕໍ່ຮ່ວມປະກອບສ່ວນໃນການຊ່ວຍເຫຼືອສັງຄົມຕາມໂອກາດອັນເໝາະສົມ.
![]() |
ທ່ານປະທານຄະນະກຳມະການປົກຄອງແຂວງຄຳມ່ວນໄດ້ກ່າວຂອບໃຈຕໍ່ບໍລິສັດ EDL-T ສຳລັບການສະໜັບສະໜູນໃນຄັ້ງນີ້ແລະຕີລາຄາສູງຕໍ່ການຮ່ວມປະກອບສ່ວນຂອງບໍລິສັດໃນການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ, ຊຶ່ງເປັນການສະແດງເຖິງນໍ້າໃຈແລະຄວາມຮັບຜິດຊອບຕໍ່ສັງຄົມຂອງບໍລິສັດ.
ພາຍຫຼັງພິທີ, ຕາງໜ້າແຂວງຄຳມ່ວນໄດ້ມອບໃບຍ້ອງຍໍໃຫ້ແກ່ບໍລິສັດ EDL-T ເພື່ອສະແດງຄວາມຂອບໃຈຕໍ່ການຮ່ວມປະກອບສ່ວນໃນການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ.
(ຂ່າວ: EDL-T)


ຄໍາເຫັນ