ແອັບຂາຍປີ້ລົດໄຟ LCR Ticket APP

ແອັບຂາຍປີ້ລົດໄຟ LCR Ticket APP
ບໍລິສັດທາງລົດໄຟບໍ່ຢຸດທີ່ຈະພັດທະນາອຳນວຍຄວາມສະດວກໃຫ້ຜູ້ຊົມໃຊ້ເຕັມທີ່, ປັດຈຸບັນLCR Ticket APP ໄດ້ເພີ່ມຊ່ອງທາງການລົງທະບຽນດ້ວຍເບີໂທລະສັບຜູ້ຊົມໃຊ້ສາມາດເລືອກລົງທະບຽນດ້ວຍເບີໂທລາວ, ຈີນແລະໄທ, ອີກທັງຜູ້ຊົມໃຊ້ສາກົນຍັງສາມາດນໍາໃຊ້ອີເມວໃນການລົງທະບຽນແລະຊຳລະເງິນຜ່ານMastercard ໄດ້ຕື່ມອີກຊຶ່ງໃນຕໍ່ໜ້າຈະບໍ່ເປັນບັນຫາຕໍ່ຜູ້ຊົມໃຊ້ໃນການຊື້ປີ້ຜ່ານLCR Ticket. ນອກຈາກນີ້, ຍັງໄດ້ເພີ່ມຊ່ອງທາງການດາວໂຫຼດAPP ທີ່ຫຼາກຫຼາຍຂຶ້ນຊຶ່ງປັດຈຸບັນສາມາດດາວໂຫຼດແອັບLCR Ticket ໄດ້ແລ້ວທັງໃນApple store, Google Play store ແລະໃນຮ້ານຄ້າຂອງHuawei, Samsung, Xiaomi, Oppo ແລະVivo. ນອກຈາກນີ້, ຍັງເພີ່ມຊ່ອງທາງການຊຳລະຜ່ານທະນາຄານກະສິກຳລາວໄດ້ອີກດ້ວຍ, ອຳນວຍຄວາມສະດວກໃຫ້ຜູ້ໂດຍສານໃນການຊື້ປີ້ຫຼາຍຂຶ້ນ.
ຜູ້ໂດຍສານສາມາດຄົ້ນຫາ, ດາວໂຫຼດແລະຕິດຕັ້ງAPP ໄດ້ໂດຍກົງໃນທຸກApp store ທີ່ກ່າວມາຂ້າງເທິງແລະຍັງສາມາດນຳໃຊ້ອີເມວໃນການລົງທະບຽນແລະຊຳລະເງິນຜ່ານMastercard ໄດ້ນຳອີກຊຶ່ງການອັບເດດໃນຄັ້ງນີ້ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານສາກົນໃນການຊື້ປີ້ລົດໄຟຫຼາຍຂຶ້ນ, ລາຍລະອຽດຂອງການອັບເດດLCR Ticket APP ເວີຊັ່ນໃໝ່ມີດັ່ງນີ້:
1. ການລົງທະບຽນ.
ນອກຈາກໄດ້ເພີ່ມຊ່ອງທາງການລົງທະບຽນດ້ວຍເບີໂທລະສັບ3ປະເທດຄື: ລາວ, ຈີນແລະໄທແລ້ວ, ຍັງສາມາດນຳໃຊ້ອີເມວເພື່ອລົງທະບຽນໄດ້. ໃນເວລາລົງທະບຽນສາມາດໃສ່ເບີໂທແລະອີເມວພ້ອມກັນ, ແຕ່ລະບົບຈະຮັບຮອງເອົາເບີໂທເປັນຊ່ອງທາງຫຼັກໃນການລົງທະບຽນ, ເມື່ອເບີໂທລະສັບແລະອີເມວໄດ້ຮັບການຢືນຢັນແລ້ວ, ເວລາເຂົ້າລະບົບແມ່ນສາມາດໃຊ້ເບີໂທຫຼືອີເມວlog in ເຂົ້າສູ່ລະບົບໄດ້ເລີຍ.
2. ການເຂົ້າສູ່ລະບົບ.
ການເຂົ້າສູ່ລະບົບດ້ວຍລະຫັດຜ່ານ: ສະໜັບສະໜູນການlog in ເຂົ້າສູ່ລະບົບດ້ວຍການໃຊ້ຊື່ຫຼືເບີໂທລະສັບຫຼືອີເມວ + ລະຫັດຜ່ານໄດ້; ລະບົບຈະປະມວນເນື້ອໃນຂໍ້ມູນທີ່ປ້ອນຊຶ່ງການເພີ່ມໝາຍເລກໂທລະສັບນັ້ນແມ່ນຈະຂຶ້ນລະຫັດປະເທດໂດຍອັດຕະໂນມັດ.
ການເຂົ້າສູ່ລະບົບໂດຍເບີໂທລະສັບ: ສາມາດນຳໃຊ້ເບີໂທລະສັບ + ລະຫັດຜ່ານ + ລະຫັດຢືນຢັນຫຼືເລກເອກະສານປະຈຳໂຕເພື່ອເຂົ້າສູ່ລະບົບ.
3. ກໍລະນີລືມລະຫັດຜ່ານ.
ສາມາດກູ້ຄືນລະຫັດຜ່ານໂດຍນຳໃຊ້ເບີໂທລະສັບຫຼືອີເມວຢືນຢັນ. ເພື່ອຮັກສາຄວາມປອດໄພຂອງຂໍ້ມູນຜູ້ໃຊ້ຜູ້ໃຊ້ຕ້ອງໄດ້ຢັ້ງຢືນເອກະສານປະຈຳໂຕທີ່ໃຊ້ໃນການລົງທະບຽນ.
4. ຂໍ້ມູນສ່ວນຕົວ.
ການແຈ້ງເຕືອນ: ຜູ້ໃຊ້ສາມາດເລືອກຊ່ອງທາງຮັບການແຈ້ງເຕືອນໃຫ້ບໍລິການທາງເບີໂທລະສັບຫຼືອີເມວກໍໄດ້.
ການແກ້ໄຂເບີໂທລະສັບ: ຜູ້ໃຊ້ສາມາດປ່ຽນເບີໂທລະສັບທີ່ເຊື່ອມກັບບັນຊີໄດ້ໂດຍເບີໂທລະສັບໃໝ່ຈະຖືກນຳໃຊ້ຫຼັງຈາກເບີທີ່ປ່ຽນແລ້ວໄດ້ຮັບການກວດສອບແລະເປີດໃຊ້ງານສຳເລັດ.
ການແກ້ໄຂອີເມວ: ຜູ້ໃຊ້ສາມາດປ່ຽນອີເມວທີ່ເຊື່ອມກັບບັນຊີໄດ້ໂດຍອີເມວໃໝ່ຈະສາມາດນຳໃຊ້ຫຼັງຈາກອີເມວທີ່ປ່ຽນແລ້ວໄດ້ຮັບການກວດສອບແລະເປີດໃຊ້ງານສຳເລັດ.
5. ການແຈ້ງການທຸລະກຳ.
ຫຼັງຈາກການເຮັດທຸລະກຳການຊື້ປີ້, ຖອນປີ້ຫຼືການປ່ຽນປີ້, ລະບົບຈະສົ່ງການແຈ້ງເຕືອນໄປຍັງເບີໂທລະສັບຫຼືອີເມວຂອງຜູ້ໃຊ້ໂດຍອັດຕະໂນມັດ.
ນອກຈາກອັບເດດຟັງຊັນໃໝ່ທີ່ເປີດໂຕໃນຄັ້ງນີ້ແລ້ວ, ໃນມໍ່ໆນີ້ຍັງຈະມີຟັງຊັນຕ່າງໆທີ່ເພີ່ມຂຶ້ນມາເຊັ່ນ: ສາມາດພິມໃບບິນຊື້ປີ້ອອນລາຍ, ການປ່ຽນແປງປີ້ຫຼືຖອນປີ້ທີ່ຊື້ຈາກອອນລາຍທີ່ປ່ອງບໍລິການຂາຍປີ້ໄດ້ອີກ. 
ຂ່າວ: ບໍລິສັດ ລົດໄຟ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ

ໃນວັນທີ 29 ມັງກອນ ນີ້ທີ່ເຊບູ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງຕ່າງປະເທດໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບໂດຍການເປັນປະທານຂອງລັດຖະມົນຕີຕ່າງປະເທດຟີລິບປິນ ແລະ ເຂົ້າຮ່ວມໂດຍບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບແມ່ນກອງປະຊຸມຄັ້ງທໍາອິດສຳລັບປີ 2026 ຈັດຂຶ້ນພາຍໃຕ້ການເປັນປະທານອາຊຽນຂອງຟີລິບປິນພາຍໃຕ້ຄໍາຂວັນ “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ (Navigating Our Future, Together)”.
ສະມາຄົມມິດຕະພາບ ລາວ-ກູບາ ຈັດພິທີ ລະນຶກເຖິງ ທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດກູບາ

ສະມາຄົມມິດຕະພາບ ລາວ-ກູບາ ຈັດພິທີ ລະນຶກເຖິງ ທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດກູບາ

ໃນວັນທີ 28 ມັງກອນ ນີ້, ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສ ກູບາ ປະຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ ເພື່ອລະນຶກເຖິງ ທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດກູບາ ເນື່ອງໃນໂອກາດວັນເກີດ ຂອງ ທ່ານ ໂຮເຊ ມາກຕີ ຄົບຮອບ 173 ປີ (28/1/1853 – 28/1/2026) ທີ່ໂຮງຮຽນ ມສ ດົງບັງມິດຕະພາບ ລາວ-ກູບາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ
ສະຫຼອງວັນຊາດອິນເດຍ ຄົບຮອບ 77 ປີ

ສະຫຼອງວັນຊາດອິນເດຍ ຄົບຮອບ 77 ປີ

ສະຖານທູດອິນເດຍ ປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດ ສາທາລະນະລັດອິນເດຍ ຄົບຮອບ 77 ປີ ໃນວັນທີ 26 ມັງກອນນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂຢເກສວາ ສັງວານ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳລາວ, ມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຟອງສະໝຸດ ອັນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ສປ ຕີມໍເລັດສະເຕ, ໃນອາທິດຜ່ານມານີ້ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ ຢ່າງເປັນທາງການເພື່ອກວດກາດິນ ແລະ ເຮືອນ ທີ່ຝ່າຍລາວໄດ້ແລກປ່ຽນກັບ ຝ່າຍຕີມໍ ແລະ ມີເເຜນນຳໃຊ້ສ້າງຕັ້ງເປັນສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງດີລີ ສປ ຕີມໍເລັດສະເຕ.
ສະວິດເຊີແລນ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ການຄຸ້ມຄອງ ສຳປະທານດິນ ເພື່ອການເຕີບໂຕທີ່ຍືນຍົງ ຢູ່ ສປປ ລາວ

ສະວິດເຊີແລນ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ການຄຸ້ມຄອງ ສຳປະທານດິນ ເພື່ອການເຕີບໂຕທີ່ຍືນຍົງ ຢູ່ ສປປ ລາວ

ລັດຖະບານ ແຫ່ງ ສປປ ລາວ ແລະ ສະວິດເຊີແລນ, ຮ່ວມກັບ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ປະເທດ ສະວິດເຊີແລນ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການ ຊີວິດຈາກດິນ ຂຶ້ນຫວ່າງມໍ່ໆມານີ້ ຢູ່ ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວໂດຍເປັນປະທານຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ຈອນ ກາບຣີວ ດູສ ຫົວໜ້າອົງການ ສະວິດ ເພື່ອການພັດທະນາ ແລະ ການຮ່ວມມື ປະຈຳພາກພື້ນແມ່ນໍ້າຂອງ ແລະ ມີພະນັກງານ ຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍມີຈຸດປະສົງເພື່ອທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລື ຍຸດທະສາດ ໃນການສ້າງຄວາມເຂັ້ມແຂງ ການຄຸ້ມຄອງທີ່ດິນ ຢູ່ ສປປ ລາວ.
ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ ປຶກສາຫາລືຍຸດທະສາດ ສ້າງຕັ້ງຄະນະກໍາມະການສະເພາະກິດຊຸດໃໝ່ເພີ່ມທະວີຮັດ​ແໜ້ນສາຍພົວພັນດ້ານວິສາຫະກິດ

ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ ປຶກສາຫາລືຍຸດທະສາດ ສ້າງຕັ້ງຄະນະກໍາມະການສະເພາະກິດຊຸດໃໝ່ເພີ່ມທະວີຮັດ​ແໜ້ນສາຍພົວພັນດ້ານວິສາຫະກິດ

ເພື່ອເປັນບາດກ້າວອັນສໍາຄັນໃນການຮັດແໜ້ນການຮ່ວມມືດ້ານວິສາຫະກິດລະຫວ່າງສອງຊາດ, ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ (ACD) ໄດ້ຈັດກອງປະຊຸມພົບປະຜູ້ປະກອບການ ແລະ ກິດຈະກຳນຳສະເໜີແຜນທຸລະກິດຂຶ້ນເມື່ອ​ວັນ​ທີ 24 ມັງ​ກອນ​ຜ່ານ​ມາທີ່ຮ້ານກາເຟ Buratino.
ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ວັນທີ 26 ມັງກອນນີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 70,526ໂດລາ ໃນການສະໜັບສະໜູນ “ໂຄງການກໍ່ສ້າງໂຮງຮຽນປະຖົມປາງທອງ ໃນແຂວງບໍ່ແກ້ວ” ເພື່ອຍົກລະດັບຄຸນນະພາບການຮຽນ ແລະ ສິດສອນຂອງຄູ-ນັກຮຽນຂອງໂຮງຮຽນດັ່ງກ່າວ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP).
ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: “ອາລະຍະທຳຈະມີສີສັນສົດໃສຂຶ້ນຜ່ານການແລກປ່ຽນ ແລະ ອຸດົມສົມບູນຂຶ້ນຜ່ານການຮຽນຮູ້ເຊິ່ງກັນ ແລະ ກັນ. ການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນລະຫວ່າງອາລະຍະທຳຕ່າງໆ ແມ່ນແຮງຂັບເຄື່ອນທີ່ສຳຄັນໃນການສົ່ງເສີມຄວາມກ້າວໜ້າຂອງອາລະຍະທຳມະນຸດ, ສັນຕິພາບ ແລະ ການພັດທະນາຂອງໂລກ”.
ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ໃນວັນທີ 26 ມັງກອນນີ້, ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V (2026-2030) ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ, ທ່ານ ຟ້ານ ວັນ ຮຸ່ງ ປະທານສະມາຄົມຫວຽດນາມ ປະຈໍາ ສປປ ລາວ, ມີແຂກຖືກເຊີນຈາກແຂວງຈໍາປາສັກ, ອັດຕະປື, ສາລະວັນ ແລະ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ