ບົດລາຍງານລະບຸວ່າ: ຂະນະດຽວກັນ ສະຫະລັດ ອາເມຣິກາ ເປັນແຫຼ່ງນຳເຂົ້າການບໍລິການຂະ ໜາດໃຫຍ່ທີ່ສຸດຂອງສິງກະໂປໃນປີ 2023, ດ້ວຍມູນຄ່າທຸລະກຳທັງໝົດ 105 ຕື້ໂດລາສິງກະໂປ ເພີ່ມຂຶ້ນ 13.3% ຈາກປີ 2022.
ຂະແໜງການຕົ້ນຕໍທີ່ຊຸກຍູ້ການສົ່ງອອກການບໍລິການຂອງສິງກະໂປໄປຍັງ EU ໄດ້ແກ່ການຄຸ້ມຄອງທຸລະກິດ, ການເງິນ ແລະ ການຂົນສົ່ງ, ໃນຂະນະທີ່ຂະແໜງການນຳເຂົ້າການບໍລິການຈາກ ສະຫະລັດ ອາເມຣິກາແມ່ນການຄຸ້ມຄອງທຸລະກິດ, ໂທລະຄົມມະນາຄົມ, ຄອມພິວເຕີ, ຂໍ້ມູນຂ່າວສານ ແລະ ການຂົນສົ່ງ.
ເຖິງຢ່າງໃດກໍຕາມ, ການສົ່ງອອກການບໍລິການຂອງສິງກະໂປໄປຍັງສະຫະລັດ ອາເມຣິກາ ຊຶ່ງເຄີຍເປັນຈຸດໝາຍປາຍທາງຂະໜາດໃຫຍ່ທີ່ສຸດໃນປີ 2022 ໄດ້ຫຼຸດລົງ 19% ໃນປີ 2023.
ບົດລາຍງານລະບຸຕື່ມວ່າ: ການປະຕິວັດທາງດີຈີຕອນສົ່ງເສີມການຊື້-ຂາຍ ການບໍລິການສົ່ງອອກທາງດີຈີຕອນ ຊຶ່ງຍັງເປີດໂອກາດໃໝ່ໆໃຫ້ແກ່ຜູ້ປະກອບການ ແລະ ທຸລະກິດຕ່າງໆ ເພີ່ມຄວາມສາມາດໃນການແຂ່ງຂັນ ແລະຂະຫຍາຍການເຂົ້າເຖິງຕະຫຼາດທົ່ວໂລກ.
ຄໍາເຫັນ