ຂ່າວລະບຸວ່າ: ດ້ວຍຖານະເປັນນັກອຸປະຖຳມະນຸດສະທຳແຖວໜ້າໂລກ, ເອີຣົບ ໄດ້ປະກາດແຜນການຄາດຄະເນລາຍຈ່າຍເກືອບ 2 ຕື້ໂດລາ ໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳໃນປີ 2025, ຄາດວ່າ, ຈະເຂົ້າເຖິງຜູ້ປະສົບກັບຄວາມຫຍຸ້ງຍາກ 300 ກວ່າລ້ານຄົນ.
ຕາມແຈ້ງການຂອງ ເອີຣົບ, ບ້ວງເງິນຊ່ວຍເຫຼືອຈະສຸມໃສ່ເຂດຖືກຜົນສະທ້ອນຢ່າງໜັກໜ່ວງຈາກບັນດາວິກິດການ, ລວມມີ: ເຂດຕາເວັນອອກກາງ, ພິເສດແມ່ນເຂດ ກາຊາ ແລະ ຊີຣີ, ອູແກຣນ, ອາຟຣິກາ, ອາຊີ - ປາຊີຟິກ… ຄະນະກຳມະການ ເອີຣົບ ເນັ້ນໜັກວ່າ:ບັນດາບ້ວງເງິນດັ່ງກ່າວຈະຫັນເປັນເຄື່ອງບັນເທົາທຸກ, ຢາ ຫຼື ບັນດາເຄື່ອງອຸປະກອນອື່ນ ຜ່ານບັນດາອົງການມະນຸດສະທຳຄູ່ຮ່ວມມືຄື: ອົງການບໍ່ຂຶ້ນກັບລັດຖະບານ, ອົງການຂຶ້ນກັບສະຫະປະຊາຊາດ ແລະ ອົງການ ສະເພາະກິດຢູ່ບັນດາປະເທດສະມາຊິກ.
ຄໍາເຫັນ