ໃນປະເທດເກຼັກ, ນັກດັບເພີງກໍາລັງຕໍ່ສູ້ກັບໄຟໄໝ້ປ່າໃນເຂດນອກເມືອງປາຕຣາສ ເມືອງໃຫຍ່ອັນດັບສາມຂອງປະເທດ, ຫຼັງຈາກໄຟທຳລາຍບ້ານເຮືອນ ແລະ ທຸລະກິດຕ່າງໆໃນພື້ນທີ່ພາກຕາເວັນຕົກຂອງປະເທດ ລວມທັງເກາະຊາດິນທອສ ແລະ ເກາະເຄຟາໂລເນຍ ທີ່ພວມກະກຽມຍົກຍ້າຍນັກທ່ອງທ່ຽວ. ນອກຈາກນີ້, ໄຟໄໝ້ທີ່ຮ້າຍແຮງໃນເກາະ ຄີອອສ ແລະ ພາກຕາເວັນຕົກຂອງແຜ່ນດິນໃຫຍ່ ໂດຍໜ່ວຍປ້ອງກັນຄວາມສະຫງົບໄດ້ປະກາດແຈ້ງເຕືອນທາງໂທລະສັບມືຖືຫຼາຍກວ່າ 20 ຄັ້ງ ພ້ອມດ້ວຍຄຳສັ່ງອົບພະຍົບ ແລະ ຄຳແນະນຳຄວາມປອດໄພ.
ໃນຂະນະດຽວກັນ, ໃນແອັດສະປາຍ, ໄຟໄໝ້ປ່າພວມເຜົາໄໝ້ຫຼາຍພາກພື້ນໃນທົ່ວແຫຼມໄອບີເຣຍ ໃນທ່າມກາງຄື້ນຄວາມຮ້ອນ ບາງພື້ນທີ່ມີອຸນຫະພູມສູງເຖິງ 44 ອົງສາ. ໃນຂະນະທີ່ເຈົ້າໜ້າທີ່ດັບເພີງສາມາດຄວບຄຸມໄຟໄໝ້ຢູ່ນອກນະຄອນຫຼວງມາດຣິດ ທີ່ໄດ້ລະເບີດຂຶ້ນໃນວັນທີ 11 ສິງຫາ ຜ່ານມາ ໄດ້ເປັນສ່ວນຫຼາຍ. ບົດລາຍງານຫຼ້າສຸດຊີ້ໃຫ້ເຫັນວ່າ, ໄຟໄໝ້ຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ໄດ້ທຳລາຍເນື້ອທີ່ 6,250 ກວ່າເຮັກຕາ. ສ່ວນໄຟໄໝ້ປ່າໃນແຄວ້ນຄາສຕີລ ແລະ ເລອອນ, ອັນດາລູເຊຍ ແລະ ກາລິເຊຍ ຍັງຄົງມີຄຳສັ່ງໃຫ້ອົບພະຍົບປະຊາຊົນ.
ຂະນະດຽວກັນ, ຢູ່ປະເທດປັອກຕຸຍການ, ເຈົ້າໜ້າທີ່ 700 ກວ່າຄົນ ພວມປະເຊີນກັບໄຟໄໝ້ປ່າຢູ່ເມືອງ ທຣັນໂກໂຊ ຊຶ່ງເປັນອີກໜຶ່ງຈຸດທີ່ວິກິດໃນເອີຣົບຕາເວັນອອກສຽງໃຕ້, ໂດຍອຸນຫະພູມໃນບາງເຂດສູງເຖິງ 43 ອົງສາ.
ຜູ້ຊ່ຽວຊານເຕືອນວ່າ: ສະພາບອາກາດທີ່ຮ້ອນ ແລະ ແຫ້ງແລ້ງຍ້ອນການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ໄຟໄໝ້ປ່າເກີດຂຶ້ນເລື້ອຍໆ ແລະ ຍາກທີ່ຈະຄວບຄຸມ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍຮ້າຍແຮງຕໍ່ຊຸມຊົນ, ເສດຖະກິດ, ແລະ ສິ່ງແວດລ້ອມ.
ຄໍາເຫັນ