ອົງການEDUFIລະບຸວ່າ: ປັດຈຸບັນກະຊວງສຶກສາທິການຂອງແຟັງລັງ ຢູ່ໃນລະຫວ່າງການກະກຽມກົດລະບຽບເພື່ອຈຳກັດການໃຊ້ງານໂທລະສັບມືຖືໃນຫ້ອງຮຽນ ແລະ ຈະມີການເຜີຍແຜ່ການປະຕິບັດໂດຍລະອຽດຫຼັງຈາກກົດລະບຽບສະບັບໃໝ່ຜ່ານການອະນຸມັດຈາກລັດຖະສະພາແລ້ວ, ພ້ອມທັງເນັ້ນຢໍ້າເຖິງຄວາມຈຳເປັນໃນການປຶກສາຫາລື ແລະ ສ້າງມາດຕະຖານເພື່ອສົ່ງເສີມສຸຂະພາບດີຈີຕອນຂອງເດັກ ແລະ ໄວໜຸ່ມ ໃນເວລາວ່າງ.
ທ່ານ ລໍຣາ ຟຣັງ ເຈົ້າໜ້າທີ່ອາວຸໂສປະຈຳອົງການ EDUFIກ່າວວ່າ: ສະຖາບັນການສຶກສາຄວນສັ່ງຫ້າມການໃຊ້ໂທລະສັບມືຖືລະຫວ່າງການຮຽນ ແລະ ຈຳກັດການໃຊ້ງານໃນເວລາພັກໃຫ້ສອດຄ່ອງຕາມລະບຽບໃນປັດຈຸບັນຂະນະທີ່ລໍຖ້າທາງການອອກກົດລະບຽບສະບັບໃໝ່, ໂດຍໃນຂະນະນີ້ມີໂຮງຮຽນຫຼາຍແຫ່ງໄດ້ສັ່ງຫ້າມໃຊ້ໂທລະສັບມືຖື ແລະ ດຳເນີນໂຄງການຕົ້ນແບບທີ່ມີປະສິດທິພາບຢູ່ແລ້ວ ຊຶ່ງການແບ່ງປັນແນວທາງຄວາມສຳເລັດເຫຼົ່ານີ້ໃນວົງກວ້າງຖືວ່າເປັນສິ່ງທີ່ສຳຄັນ.
ໃນວັນທີ 5 ສິງຫາ ຜ່ານມາ, ທ່ານ ແອນເດີ ອາດເລີຄຣູດ ລັດຖະມົນຕີກະຊວງສຶກສາທິການ ລະບຸວ່າ: ຍັງບໍ່ແນ່ນອນວ່າຈະປະກາດໃຊ້ກົດລະບຽບດັ່ງກ່າວຢ່າງເຕັມຮູບແບບ ຫຼື ບໍ່, ຫຼື ພຽງແຕ່ມອບອຳນາດໃຫ້ຄູຜູ້ສອນຈັດການການໃຊ້ງານໂທລະສັບມືຖືໃນຫ້ອງຮຽນ, ທ່ານກ່າວວ່າຕື່ມວ່າ: ກົດລະບຽບທີ່ຕັ້ງຂຶ້ນຄວນຈະເປັນໄປໃນຮູບແບບດຽວກັນທົ່ວປະເທດແຟັງລັງ.
ທັງນີ້, ການຈຳກັດການໃຊ້ໂທລະສັບມືຖືໃນໂຮງຮຽນ ເປັນສ່ວນໜຶ່ງໃນວາລະການເຮັດວຽກຂອງລັດຖະບານປະສົມຊຸດປັດຈຸບັນຂອງແຟັງລັງ ພາຍໃຕ້ການນຳຂອງທ່ານ ເພທຣີ ອໍໂປ ນາຍົກລັດຖະມົນຕີແຟັງລັງ.
ຄໍາເຫັນ