ຟີລິບປິນ ຕັ້ງເປົ້າໝາຍຜະລິດແຮງງານທັກສະລະດັບສູງດ້ານ Semiconductors

ຟີລິບປິນ ຕັ້ງເປົ້າໝາຍຜະລິດແຮງງານທັກສະລະດັບສູງດ້ານ Semiconductors
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ທ່ານ ເຟີດິນານ ມາກອສ ຈູເນຍ ປະທານາທິບໍດີຟີລິບປິນໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຟີລິບປິນມີຄວາມພ້ອມໃນການຜະລິດຜູ້ທີ່ມີຄວາມສາມາດທີ່ແຂ່ງແກ່ງ ຊຶ່ງປະກອບດ້ວຍຜູ້ຊ່ຽວຊານດ້ານເຄື່ອງຊັກນຳໄຟຟ້າ(Semiconductors) ຈຳນວນ 128.000 ຄົນ ໃນຈຳນວນນີ້ລວມເຖິງວິສາວະກອນ ແລະ ຊ່າງເຕັກນິກພາຍໃນປີ 2028.
    ທ່ານ ມາກອສ ຈູເນຍ ກ່າວວ່າ: ຟີລິບປິນພ້ອມຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງອຸດສາຫະກຳເຕັກໂນໂລຊີຂັ້ນສູງໃນລະຫວ່າງການເຂົ້າຢ້ຽມຢາມຄະນະຜູ້ແທນລະດັບສູງຈາກລັດຖະບານອາເມຣິກາ ແລະ ຄະນະຜູ້ແທນດ້ານການຄ້າ ແລະ ການລົງທຶນ ຊຶ່ງນຳໂດຍທ່ານນາງ ຈີນາ ໄຣມອນໂດ ລັດຖະມົນຕີການຄ້າອາເມຣິກາທີ່ທຳນຽບມາລາກັນຍັງ ໃນນະຄອນຫຼວງມະນິລາ. ປັດຈຸບັນ, ພາກ Semiconductors ແລະ ເອເລັກໂຕຣນິກສົ່ງອອກສິນຄ້າເປັນອັນດັບຕົ້ນໆຂອງຟີລິບປິນ ຊຶ່ງຄິດເປັນປະມານ 60% ຂອງການສົ່ງອອກສິນຄ້າທັງໝົດ. ທັງນີ້, ຟີລິບປິນໄດ້ຮັບການຍອມຮັບວ່າ ມີບົດບາດສຳຄັນໃນຕ່ອງໂຊ້ Semiconductors ລະດັບໂລກ ໂດຍສະເພາະໃນດ້ານການປະກອບ ແລະ ບັນຈຸອຸປະກອນ.
    ທ່ານ ມາກອສ ຈູເນຍ ກ່າວວ່າ: ຟີລິບປິນມຸ່ງເນັ້ນການມີບົດບາດສຳຄັນເພີ່ມຂຶ້ນ ໃນດ້ານການວິໄຈ ແລະ ພັດທະນາ, ການປະກອບຂັ້ນສູງ, ບັນຈຸອຸປະກອນ ແລະ ຂໍ້ກຳນົດການທົດລອງຂອງອຸດສາຫະກຳ Semiconductors ຊຶ່ງໂຕເລກຂ້າງເທິງນີ້ໄດ້ພິສູດເຖິງຄຸນນະພາບຂອງແຮງງານຟີລິບປິນທີ່ເປັນໜຸ່ມ, ມີທັກສະສູງ, ຮຽນຮູ້ໄວ, ມີຄວາມຄິດສ້າງສັນ ແລະ ມີປະສິດທິຜົນ, ສາມາດປັບຕົວເຂົ້າກັບວັດທະນະທຳທີ່ຫຼາກຫຼາຍໄດ້.

ຄໍາເຫັນ

ຂ່າວຕ່າງປະເທດ

ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການທ່ອງ ທ່ຽວຂອງຍີ່ປຸ່ນໄດ້ປະກາດວ່າ: ກໍາລັງກະກຽມອອກກົດລະບຽບໃໝ່ເພື່ອຈໍາກັດຜູ້ໂດຍສານຖືພາວເວີແບງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະສອງອັນ ແລະ ຮຽກຮ້ອງໃຫ້ຫຼີກລ່ຽງການໃຊ້ໃນລະຫວ່າງການບິນ ເພື່ອປ້ອງກັນຄວາມສ່ຽງຈາກໄຟ ໄໝ້ ຫຼັງຈາກເກີດເຫດການໄຟໄໝ້ຫຼາຍຄັ້ງທີ່ຜ່ານມາ.
OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ມີນາ ຜ່ານມາວ່າ: ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການເພີ່ມປະລິມານນ້ຳມັນ ໃນກອງປະຊຸມວັນທີ 1 ມີນາ ຜ່ານມາ. ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິສຣາແອນ ແລະ ອີຣ່ານ.
ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ການສົ່ງອອກເຂົ້າຂອງອິນເດຍຕົກຢູ່ໃນຄວາມສ່ຽງທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນອາຊີຕາເວັນຕົກ, ໂດຍຜູ້ສົ່ງອອກສະແດງຄວາມກັງວົນກ່ຽວກັບບັນຫາການຈ່າຍເງິນທີ່ຊັກຊ້າ ແລະ ອຸປະສັກໃນການຂົນສົ່ງໄປອີຣ່ານ, ອັຟການິສະຖານ ແລະ ຫຼາຍປະເທດໃນອ່າວເປີເຊຍ.
ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 2 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ບາກີຊັນ ຊາກິນຕາເຢບ ປະທານສະພາ ຄະນະກຳມະການ ເສດຖະກິດ ອາຊີ - ເອີຣົບ (EAEU).
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນທຳລາຍສະຖິຕິສູງສຸດຂອງເດືອນກຸມພາ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນທຳລາຍສະຖິຕິສູງສຸດຂອງເດືອນກຸມພາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມີນາ ຜ່ານມາວ່າ: ການສົ່ງອອກຂອງ ສ ເກົາຫຼີ ໃນເດືອນກຸມພາຜ່ານມາໄດ້ບັນລຸລະດັບສູງສຸດເປັນປະຫວັດການ, ໂດຍມີປັດໄຈສ່ວນໃຫຍ່ຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເຂັ້ມແຂງ ຊຶ່ງຖືເປັນສິນຄ້າສົ່ງອອກທີ່ສຳຄັນທີ່ເປັນຕົວຂັບເຄື່ອນເສດຖະກິດຂອງປະເທດ.
ຈຳນວນຜູ້ອົບພະຍົບເສຍຊີວິດ ແລະ ຫາຍສາບສູນທົ່ວໂລກເກີນ 7,600 ຄົນ

ຈຳນວນຜູ້ອົບພະຍົບເສຍຊີວິດ ແລະ ຫາຍສາບສູນທົ່ວໂລກເກີນ 7,600 ຄົນ

ຂ່າວຕ່າງປະເທດລາຍງານວ່າ: ໂຄສົກຂອງອົງການສະຫະປະຊາຊາດ (UN) ໄດ້ອ້າງອີງຂໍ້ມູນຈາກອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ວ່າ, ມີຜູ້ຄົນຢ່າງໜ້ອຍມີ 7,667 ຄົນຜູ້ເສຍຊີວິດ ຫຼື ຫາຍສາບສູນຕາມເສັ້ນທາງການເຄື່ອນຍ້າຍຖິ່ນຖານທົ່ວໂລກໃນປີ 2025.
ສາກົນເຕືອນ ຄວາມເຄັ່ງຕຶງພາກພື້ນຕາເວັນອອກກາງເພີ່ມຂຶ້ນ

ສາກົນເຕືອນ ຄວາມເຄັ່ງຕຶງພາກພື້ນຕາເວັນອອກກາງເພີ່ມຂຶ້ນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 1 ມີນາ ຜ່ານມາວ່າ: ປະຕິກິລິຍາຕໍ່ບັນດາເຫດການບຸກໂຈມຕີທາງອາກາດໂດຍ ອິສຣາແອນ ແລະ ສະຫະລັດ ອາເມລິກາ ສົມທົບກັນແນໃສ່ ອີຣານ ພ້ອມກັບບັນດາການກະທຳໂຕ້ຕອບຂອງ ເຕເຮຣານ ໃນວັນທີ 28 ກຸມພາ ຜ່ານມາ. ໃນວັນດຽວກັນ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ພ້ອມກັນຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈ ແລະ ເດີນຕາມມາດຕະການທາງການທູດ; ພ້ອມກັນນັ້ນ ກໍກ່າວເຕືອນໄພຄວາມສ່ຽງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນຕາເວັນອອກກາງ ເພີ່ມຂຶ້ນຢ່າງຮ້າຍແຮງ.
ບັນດາເມືອງທ່ອງທ່ຽວຂອງຍີ່ປຸ່ນປະກາດຂຶ້ນຄ່າທຳນຽມ

ບັນດາເມືອງທ່ອງທ່ຽວຂອງຍີ່ປຸ່ນປະກາດຂຶ້ນຄ່າທຳນຽມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມີນາ ຜ່ານມາວ່າ: ອຳນາດການປົກຄອງທ້ອງຖິ່ນຫຼາຍແຫ່ງໃນພາກຕາເວັນຕົກຂອງປະເທດຍີ່ປຸ່ນໄດ້ເລີ່ມຈັດຕັ້ງປະຕິບັດການເພີ່ມຄ່າທຳນຽມທີ່ກ່ຽວຂ້ອງກັບການທ່ອງທ່ຽວ ນັບແຕ່ວັນທີ 1 ມີນາ ເປັນຕົ້ນໄປ ເພື່ອແກ້ໄຂບັນຫາການທ່ອງທ່ຽວຫຼາຍເກີນໄປ.
ເດືອນມັງກອນປີນີ້ ຈີນສາມາດດຶງດູດທຶນຕ່າງປະເທດ 92.01 ຕື້ຢວນ

ເດືອນມັງກອນປີນີ້ ຈີນສາມາດດຶງດູດທຶນຕ່າງປະເທດ 92.01 ຕື້ຢວນ

ຂ່າວສານຊີອາໄອລາຍງານໃນວັນທີ 1 ມີນາ ຜ່ານມາວ່າ: ອີງຕາມຂໍ້ມູນທີ່ກະຊວງການຄ້າຈີນແຈ້ງໃຫ້ຮູ້ໃນວັນທີ 28 ກຸມພາ ຜ່ານມາສະແດງໃຫ້ເຫັນວ່າ: ເດືອນມັງກອນປີ 2026, ທົ່ວປະເທດຈີນໄດ້ສ້າງຕັ້ງວິສາຫະກິດລົງທຶນຈາກນັກທຸລະກິດຕ່າງປະເທດໃໝ່ເຖິງ 5,306 ແຫ່ງ, ເພີ່ມຂຶ້ນ 25.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ທຶນຕ່າງປະເທດທີ່ນໍາໃຊ້ຕົວຈິງມີເຖິງ 92.01 ຕື້ຢວນ.
ກົດໝາຍ 6 ສະບັບ ຂອງຫວຽດນາມ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມີນາ

ກົດໝາຍ 6 ສະບັບ ຂອງຫວຽດນາມ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມີນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ນັບແຕ່ວັນທີ 1 ມີນາ ເປັນຕົ້ນໄປ, ກົດໝາຍໃໝ່ 6 ສະບັບເລີ່ມມີຜົນບັງຄັບໃຊ້, ລວມມີ ກົດໝາຍວ່າດ້ວຍປັນຍາປະດິດ 2025; ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ 2025; ກົດໝາຍວ່າດ້ວຍການຟື້ນຟູ, ລົ້ມລະລາຍ 2025; ກົດໝາຍວ່າດ້ວຍການລົງທຶນ 2025; ກົດໝາຍວ່າດ້ວຍການວາງແຜນຜັງ 2025 ແລະ ກົດໝາຍວ່າດ້ວຍການປົກປ້ອງຄວາມລັບແຫ່ງລັດ 2025.
ເພີ່ມເຕີມ