ຂ່າວຕ່າງປະເທດລາຍງານ, ຜູ້ຜະລິດລົດລາຍໃຫຍ່ສຸດຂອງເຢຍລະມັນໄດ້ກ່າວໃນວັນທີ 12 ມັງກອນ ຜ່ານມາວ່າ: ກຸ່ມບໍລິສັດ ໂຟກສະວາເກນ ໄດ້ສົ່ງມອບລົດໃນປີ 2023 ຈຳນວນ 9,24 ລ້ານຄັນ, ເພີ່ມຂຶ້ນ 12%.
ທ່ານ ໂອລີເວີ ບລູມ ຄະນະບໍລິຫານງານຂອງກຸ່ມໂຟກສະວາເກນ ກ່າວວ່າ: ນີ້ເປັນຜົນດີທີ່ເຫັນວ່າ ຍີ່ຫໍ້ທີ່ສຳຄັນຂອງບໍລິສັດ ແລະ ການສົ່ງມອບໃນແຕ່ລະພາກພື້ນກຳລັງເຕີບໂຕ, ນອກຈາກປະເພດລົດເກງທີ່ແມ່ນຍີ່ຫໍ້ຫຼູຫຼາເຊັ່ນ: ແລມໂບກີນີ, ເບນເລ ຊຶ່ງມີຍອດມອບສົ່ງລວມກັນທັງໝົດແມ່ນ 23.700 ຄັນ, ຫຼຸດລົງ 3% ເມື່ອທຽບໃສ່ປີຕໍ່ປີ. ສ່ວນຍອດຂາຍລົດໄຟຟ້າທົ່ວໂລກຂອງບໍລິສັດໄດ້ເພີ່ມຂຶ້ນ 34,7% ເທົ່າກັບ 771.100 ຄັນ.
ເມື່ອມີຄຳສັ່ງຫ້າມປະເພດລົດທີ່ໃຊ້ຈັກແບບເຜົາໄໝ້ເຊື້ອໄຟ ຈາກເອີຣົບຮອດປີ 2035. ໃນຫຼາຍປີຈະມາເຖິງນີ້, ໂຟກສະວາເກນ ໄດ້ມີແຜນການຢ່າງຈະແຈ້ງທີ່ຈະເພີ່ມສ່ວນແບ່ງການຕະຫຼາດຂອງປະເພດລົດໄຟຟ້າ, ເມື່ອຮອດປີ 2025, ສ່ວນແບ່ງການຕະຫຼາດໃນເອີຣົບຕ້ອງເພີ່ມຂຶ້ນ 30%, ຫຼັງຈາກນັ້ນຈະເພີ່ມຂຶ້ນເປັນ 80% ເມື່ອໝົດທົດສະວັດນີ້.
ໃນປີຜ່ານມາ, ຕະຫຼາດຈີນຍັງແມ່ນຕະຫຼາດດຽວທີ່ມີຍອດຂາຍຫຼາຍສຸດສຳລັບໂຟກສະວາເກນ ດ້ວຍຍອດສົ່ງມອບໄດ້ຄ່ອຍໆເພີ່ມຂຶ້ນເປັນ 3,24 ລ້ານຄັນ. ລົດລຸ້ນທີ່ໃຊ້ໄຟຟ້າທັງໝົດຍັງເຕີບໂຕດີຢູ່ທີ່ນີ້ ແລະ ເພີ່ມຂຶ້ນ 23,2% ເປັນ 191,800 ຄັນ.
ຮັບຮູ້ເຂົ້າໃຈ “ປີຈີນ” ຂອງ APEC ຜ່ານຈາກ 3 ຈຸດເວລາສຳຄັນ
ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33 ໄດ້ຈັດຂຶ້ນລະຫວ່າງວັນທີ 18-19 ພະຈິກນີ້ ຢູ່ນະຄອນເຊິ່ນເຈິ້ນ ແຂວງກວາງຕຸ້ງ ຈີນ. ໂອກາດກ່າວຄຳປາໄສໃນກອງປະຊຸມ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວເຖິງຈຸດເວລາສຳຄັນ 3 ຈຸດ ຊຶ່ງຊ່ວຍໃຫ້ຜູ້ຄົນທັງຫຼາຍຮັບຮູ້ເຂົ້າໃຈ “ສິ່ງມະຫັດສະຈັນແຫ່ງອາຊີ-ປາຊີຟິກ” ຢ່າງຈະແຈ້ງ.
ຄໍາເຫັນ