ທ່ານ ເຊບາສຕຽນ ເລີຄໍນູ, ເກີດປີ 1986, ກາຍເປັນນາຍົກລັດຖະມົນຕີຜູ້ທີ 7 ພາຍໃຕ້ອຳນາດການປົກຄອງຂອງທ່ານ ແອມມານູຍແອນ ມາຄຣົງ ແລະ ເປັນນາຍົກລັດຖະມົນຕີຜູ້ທີ 5 ນັບແຕ່ທ່ານ ມາຄຣົງ ດຳເນີນອາຍຸການປະທານາທິບໍດີເທື່ອທີ 2.
ທ່ານ ເລີຄໍນູ ແມ່ນນັກການເມືອງໜຸ່ມ ດ້ວຍປະສົບການດ້ານການເມືອງຫຼາຍພໍສົມຄວນ; ທ່ານໄດ້ຮັບດຳລົງຕຳ ແໜ່ງເປັນເຈົ້າຄອງນະຄອນເມື່ອອາຍຸໄດ້ 28 ປີ, ຫຼັງຈາກນັ້ນ ກໍຮັບດຳລົງຕຳແໜ່ງເປັນປະທານສະພາແຂວງ Eure ເມື່ອອາຍຸ 29 ປີ ແລະ ກາຍເປັນລັດຖະມົນຕີ ເມື່ອອາຍຸ 31 ປີ.
ທ່ານປະທານາທິບໍດີຝຣັ່ງ ໄດ້ມອບໝາຍໜ້າທີ່ໃຫ້ນາຍົກລັດຖະມົນຕີຄົນໃໝ່ພົບປະບັນດາພັກການເມືອງ ແລະ ສ້າງຕັ້ງລັດຖະບານໃໝ່ໃນໄວໆນີ້.
ຄໍາເຫັນ