ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫຼີ

ຝຶກອົບຮົມການສ້າງຂີດຄວາມສາມາດໃຫ້ແກ່ກຸ່ມກອງທຶນພັດທະນາບ້ານ

ຝຶກອົບຮົມການສ້າງຂີດຄວາມສາມາດໃຫ້ແກ່ກຸ່ມກອງທຶນພັດທະນາບ້ານ
ຫວ່າງບໍ່ດົນມານີ້ທີ່ກົມພັດທະນາຊົນນະບົດ ຮ່ວມກັບ ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫຼີ ກະຊວງກະສິກໍາ ແລະ ປ່າໄມ້

 ໂດຍໄດ້ຮັບການສະໜັບສະໜູນຈາກອົງການກອຍກາ (KOICA) ໄດ້ຈັດຝຶກອົບຮົມການສ້າງຂີດຄວາມສາມາດໃຫ້ແກ່ກຸ່ມກອງທຶນພັດທະນາບ້ານ, ການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 29 ຄົນ ໃນນີ້ມີຕົວແທນທີ່ມາຈາກກົມພັດທະນາຊົນນະບົດ 1 ຄົນ ແລະ ຕົວແທນຈາກບ້ານ 14 ບ້ານ ຂອງ 7 ເມືອງ 3 ແຂວງ ຄື: ແຂວງຊຽງຂວາງ, ແຂວງບໍລິຄໍາໄຊ ແລະ ແຂວງວຽງຈັນ.
ຫຼັກສູດຝຶກອົບຮົມຄັ້ງນີ້ແມ່ນມຸ່ງເນັ້ນໃນການເສີມສ້າງຂີດຄວາມສາມາດດ້ານເຕັກນິກການຈັດຕັ້ງປະຕິບັດ ແລະ ບໍລິຫານຈັດການກອງທຶນພັດທະນາບ້ານເພື່ອນໍາໄປສູ່ການເພີ່ມລາຍຮັບໃຫ້ແກ່ຊຸມຊົນ ນັກສໍາມະນາກອນໄດ້ຮຽນຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງກ່ຽວກັບບົດບາດ ແລະ ພາລະໜ້າທີ່ຂອງຄະນະບໍລິຫານກອງທຶນ, ການບໍລິຫານການປ່ອຍກູ້, ການຄຸ້ມຄອງເງິນຄັງ, ກົດລະບຽບ-ລະບຽບການຂອງກອງທຶນພັດທະນາບ້ານ, ລະບົບບັນຊີ ລວມທັງການເຮັດລາຍງານຈາກອາຈານທີ່ມີຄວາມຊໍານານ, ການຝຶກອົບຮົມຄັ້ງນີ້ນອກຈາກການຮຽນຮູ້ບົດຮຽນແລ້ວ ຜູ້ເຂົ້າຮ່ວມສໍາມະນາຍັງໄດ້ແລກປ່ຽນວັດທະນະທໍາ, ແລກປ່ຽນປະສົບການຈາກທ້ອງຖິ່ນຕົນຮ່ວມກັນ ດ້ວຍບັນຍາກາດມ່ວນຊື່ນ ແລະ ເພື່ອເປັນການຢັ້ງຢືນຜົນສໍາເລັດຂອງການຝຶກອົບຮົມ.
ໃນວັນທີ 20 ກັນຍາທີ່ຜ່ານມາຈຶ່ງໄດ້ມີພິທີມອບໃບຢັ້ງຢືນການຜ່ານຝຶກອົບຮົມໃຫ້ແກ່ສໍາມະນາກອນ ເປັນກຽດມອບໃນຄັ້ງນີ້ ໂດຍ ທ່ານ ນາງ ແວວມະນີ ເທບພະວົງ ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ທ່ານ ສີສະເກດ ຂັນທະລັດ ຮອງຫົວໜ້າສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດລາວ-ເກົາຫຼີ. ໂດຍໃນຕອນທ້າຍຂອງພິທີ ຄະນະປະທານຍັງໄດ້ໃຫ້ກຽດໂອ້ລົມ ຕໍ່ສໍາມະນາກອນທີ່ຜ່ານການຝຶກອົບຮົມ ຊຶ່ງຄະນະປະທານໄດ້ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ສໍາມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ແລະ ໄດ້ເນັ້ນໃຫ້ສໍາມະນາກອນຈົ່ງສືບຕໍ່ນໍາເອົາຄວາມຮູ້ຄວາມສາມາດໃນຄັ້ງນີ້ໄປຈັດຕັ້ງປະຕິບັດໃນທ້ອງຖິ່ນຕົນໃຫ້ເກີດດອກອອກຜົນແລະ ພ້ອມກັນພັດທະນາກອງທຶນບ້ານໃຫ້ມີຄວາມເຂັ້ມແຂງ ມີປະສິດທິພາບ ແລະ ສ້າງໃຫ້ເປັນແຫຼ່ງທຶນພັດທະນາຊຸມຊົນຢ່າງແທ້ຈິງ.
(ຂໍ້າມູນຈາກ: ຂ່າວສານກະສິກຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ຜູ້ໂດຍສານທີ່ຮັກແພງທຸກທ່ານ

ຜູ້ໂດຍສານທີ່ຮັກແພງທຸກທ່ານ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປຸກລະດົມພະນັກງານເຮັດວຽກທັງເວັນ ແລະ ຄືນ ເພື່ອລົງເລິກກວດກາສະພາບແລວເສັ້ນທາງ, ອຸປະກອນກົນຈັກ ແລະ ສະຖານີລົດໄຟ ຢ່າງຖີ່ຖ້ວນຮອບດ້ານ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ເພີ່ມເຕີມ