ຝຶກອົບຮົມລັດຖະສະພາທີ່ຄໍານຶງເຖິງບົດບາດຍິງ-ຊາຍ

ຝຶກອົບຮົມລັດຖະສະພາທີ່ຄໍານຶງເຖິງບົດບາດຍິງ-ຊາຍ

ຝຶກອົບຮົມລັດຖະສະພາທີ່ຄໍານຶງເຖິງບົດບາດຍິງ-ຊາຍ
ສະພາແຫ່ງຊາດ ໄດ້ຈັດຕັ້ງການຝຶກອົບຮົມໃນຫົວຂໍ້: “ລັດຖະສະພາທີ່ຄໍານຶງເຖິງບົດບາດ ຍິງ-ຊາຍ”ໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ຂຶ້ນໃນວັນທີ 23-24 ພຶດສະພາ ຜ່ານມາ ທີ່ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການຍຸຕິທໍາປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ; ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ

 

ຮອງປະທານຄະນະປະຈໍາສະພາແຫ່ງຊາດ ຮອງປະທານສະພາແຫ່ງຊາດ, ມີ ສສຊ ເພດຍິງ ໃນຂອບເຂດທົ່ວປະເທດ, ຜູ້ຕາງໜ້າໂຄງການ WFD ຜູ້ຮັບຜິດຊອບຝ່າຍລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ການຝຶກອົບຮົມໃນຫົວຂໍ້ດັ່ງກ່າວ ແມ່ນໄດ້ຮັບຟັງການນໍາສະເໜີຂໍ້ມູນກ່ຽວກັບລັດຖະສະພາທີ່ຄໍານຶງເຖິງບົດບາດຍິງ-ຊາຍ; ການສ້າງແຜນງົບປະມານທີ່ຄໍານຶງເຖິງບົດບາດຍິງ-ຊາຍ; ການສ້າງນິຕິກໍາທີ່ຄໍານຶງເຖິງບົດບາດຍິງ-ຊາຍ; ການເກັບກໍາຂໍ້ມູນທີ່ຄໍານຶງເຖິງບົດບາດຍິງ-ຊາຍ; ບົດຄົ້ນຄວ້າກ່ຽວກັບອຸປະສັກຕໍ່ແມ່ຍິງທີ່ເປັນການນຳໃນເວທີການເມືອງທີ່ນໍາສະເໜີໂດຍຊ່ຽວຊານຈາກປະເທດໄທ, ມາເລເຊຍ, ອັງກິດ, ໂຄງການ WFD ໂດຍຜ່ານວິດີໂອທາງໄກ ແລະ ການປະກອບຄວາມຄິດຄວາມເຫັນຢ່າງກົງໄປກົງມາຂອງບັນດາຜູ້ເຂົ້າຮ່ວມ ຊຶ່ງເປັນໂອກາດດີສຳລັບ ສສຊ ເພດຍິງ ໃນການຮ່ວມກັນຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໂດຍສະເພາະແມ່ນບົດຮຽນຈາກຊ່ຽວຊານຕ່າງປະເທດ.

ພ້ອມນີ້, ຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ນາງ ສູນທອນ ໄຊຍະຈັກ ໂດຍທ່ານໄດ້ມີບາງຄໍາເຫັນເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການຮັບປະກັນໃຫ້ແມ່ຍິງໄດ້ມີສ່ວນຮ່ວມປະກອບສ່ວນເຂົ້າໃນຂະບວນການສ້າງກົດໝາຍ, ແຜນງົບປະມານ ແລະ ການຕົກລົງບັນຫາສໍາຄັນຂອງຊາດ; ຍົກສູງບົດບາດຂອງແມ່ຍິງໃນເວທີການເມືອງ ແນໃສ່ເຮັດໃຫ້ສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກໄດ້ຮັບການປົກປ້ອງຢ່າງແທ້ຈິງ, ຕ້ອງມີວິທີການ ແລະ ມາດຕະການໃນການສົ່ງເສີມ ແລະ ເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນທຸກຂົງເຂດວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ສຸມໃສ່ສ້າງເງື່ອນໄຂໃຫ້ແມ່ຍິງ ໄດ້ມີໂອກາດເຂົ້າຮ່ວມໃນການຍົກລະດັບຄວາມຮູ້, ຄວາມສາມາດ, ທັກສະ ແລະ ຂໍ້ມູນຂ່າວສານ ກ່ຽວກັບບົດບາດຍິງ-ຊາຍໃຫ້ຫຼາຍຂຶ້ນ ໂດຍມີວິທີການ ແລະ ຮູບການທີ່ ເໝາະສົມ, ແທດຕົວຈິງ; ສູ້ຊົນໃຫ້ຈໍານວນຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງເພດຍິງ ເພີ່ມຂຶ້ນຮອດ 30%. ຢາກເຮັດໄດ້ຄືແນວນັ້ນ, ມີຄວາມຈໍາເປັນທີ່ຈະຕ້ອງຄົ້ນຄວ້າ, ຄັດເລືອກເປົ້າໝາຍເພດຍິງທີ່ມີມາດຕະຖານເງື່ອນໄຂ ເພື່ອລົງສະໝັກຮັບເລືອກຕັ້ງ ແລະ ໃນເງື່ອນໄຂທີ່ມີການເຊື່ອມໂຍງກັບສາກົນ, ການມີຄວາມຮູ້ດ້ານພາສາຕ່າງປະເທດ, ກົດໝາຍສາກົນ, ໄອທີ ແມ່ນສຳຄັນຫຼາຍ.

ທ່ານຮອງປະທານສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງ ສສຊ ມີຄວາມກ້າຫານໃນການຄົ້ນຄວ້າຄິດ ຫງໍາ, ມີການປະສານສົມທົບ ແລະ ແລກປ່ຽນບົດຮຽນທີ່ດີໃນການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງຢູ່ໃນເວ ທີການເມືອງໃຫ້ຫຼາຍຂຶ້ນ.

(ຂ່າວ-ພາບ: ສອນສັກ ວັນວິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ