ກົມຮູບເງົາ ກະຊວງຖະແຫຼງຂ່າວ,ວັດະທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຝຶກອົບຮົມການຄຸ້ມຄອງວຽກງານຮູບເງົາໃຫ້ແກ່ພະນັກງານໃນຂົງເຂດ ຖວທ ທົ່ວປະເທດ ຂຶ້ນໃນວັນທີ 17 ທັນວາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ຊຶ່ງຈັດເປັນຄັ້ງທຳອິດ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ພ້ອມດ້ວຍພະນັກງານຈາກຂະແໜງ ຖວທ ແລະ ວິຊາການກົມຮູບເງົາເຂົ້າຮ່ວມ.
ຈຸດປະສົງການຈັດຝຶກອົບຮົມໃນຄັ້ງນີ: ແມ່ນເພື່ອໃຫ້ພະນັກງານໃນຂົງເຂດຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໃນແຕ່ລະແຂວງຮັບຮູ້ ແລະກຳແໜ້ນໄດ້ເຖິງຫຼັກການລະບຽບການ ແລະກົດໝາຍວ່າດ້ວຍຮູບເງົາ, ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບທ່ອງຖິ່ນໃນການຕິດຕາມ,ກວດກາວຽກງານຮູບເງົາ ເພື່ອນຳເອົາຄວາມຮູ້ດັ່ງກ່າວໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ຖືກຕ້ອງເຮັດໃຫ້ວຽກງານຄຸ້ມຄອງຮູບເງົາເຄື່ອນໄຫວຢ່າງເປັນລະບົບ, ແລະມີປະສິດຜົນ. ຂ່າວ:ກົມຮູບເງົາ

ຄໍາເຫັນ