![]() |
ຈຸດປະສົງ ແລະ ຄວາມເປັນມາຂອງ ການຈັດຝຶກອົບຮົມ ເຊິ່ງແມ່ນຈະດຳເນີນໄປເປັນເວລາ 10 ວັນ ນັບແຕ່ວັນທີ 10 ຫາ 21 ສິງຫາ 2026. ການຝຶກອົບຮົມ ເນັ້ນໜັກໃສ່ການຖ່າຍທອດ ຄວາມຮູ້ດ້ານເຕັກນິກວິຊາການ ແລະ ການລົງເລິກປະຕິບັດຕົວຈິງ ໃນ 4 ສາຂາອາຊີບ ເພື່ອເນັ້ນໃສ່ ສ້າງສີມືແຮງງານໃນເປົ້າໝາຍໄດ້ຮັບຄວາມຮູ້ ແລະ ເຕັກນິກໃນສາຂາວິຊາ ຢ່າງຖືກຕ້ອງ ສາມາດນຳໄປປະກອບອາຊີບ ຊ່ວຍປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂື້ນເທື່ອລະກ້າວ.
ຊຸດອົບຮົມ ຈັດຂຶ້ນພາຍໃຕ້ການສະໜັບສະໜູນ ໂດຍໂຄງການເສີມສ້າງທັກສະທີ່ເປັນບຸລິມະສິດ ສຳລັບການເຕີບໂຕ ຂອງ ສປປ ລາວ. ຈຸດປະສົງ ຂອງໂຄງການແມ່ນເພື່ອສ້າງຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ ຜູ້ເຂົ້າຮ່ວມ ເພື່ອໃຫ້ສາມາດນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນການປະກອບອາຊີບດ້ວຍຕົນເອງ, ສ້າງວຽກເຮັດງານທຳ, ສ້າງລາຍຮັບທີ່ໝັ້ນຄົງ ແລະ ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງຕົນເອງ ແລະ ຄອບຄົວ ໃຫ້ດີຂຶ້ນ.ຂ່າວ:ແສງອາທິດ

ຄໍາເຫັນ