ຫາລື ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງທີ 2

ຫາລື ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງທີ 2

ຫາລື ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງທີ 2
ກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງທີ 2 ແຕ່ເມືອງປາກຊັນ ຫາຊາຍແດນລາວ-ຫວຽດນາມ (ແທ້ງຖຸຍ) ເມືອງໄຊຈໍາພອນ ຈັດຂຶ້ນໃນວັນທີ 16 ພຶດສະພາ ຜ່ານມາ, ທີ່ແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄຳໄຊ, ມີຄະນະຊີ້ນໍາ ແລະ ຄຸ້ມຄອງໂຄງການກໍ່ສ້າງທາງດ່ວນເຂົ້າຮ່ວມ.
ຫາລ ການຈດຕງປະຕບດໂຄງການກສາງທາງດວນວຽງຈນ-ຮາໂນຍຊວງທ 2 - image 1
 

ໂຄງການກໍ່ສ້າງທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງທີ 2 ແຕ່ເມືອງປາກຊັນ ຫາຊາຍແດນລາວ-ຫວຽດນາມ (ແທ້ງຖຸຍ) ເມືອງໄຊຈໍາພອນ ມີຈຸດເລີ່ມຕົ້ນຢູ່ ກມ0+000 (ບ້ານທົ່ງໃຫຍ່ ເມືອງປາກຊັນ) ຫາຊາຍແດນລາວ-ຫວຽດນາມ (ແທ້ງຖຸຍ) ເມືອງໄຊຈໍາພອນ ແຂວງບໍລິຄຳໄຊ ມີລວງຍາວປະມານ 203,8 ກິໂລແມັດ (ກມ), ກວມເອົາ 4 ຕົວເມືອງ 28 ບ້ານ (ເມືອງປາກຊັນ, ບໍລິຄັນ, ວຽງທອງ ແລະ ເມືອງໄຊຈໍາພອນ); ໄດ້ເຊັນບົດສຶກສາຄວາມເປັນໄປໄດ້ໂດຍແມ່ນບໍລິສັດນໍ້າທາ 3 ເອັດ, ໄດ້ເຊັນສັນຍາພັດທະນາ (CA) ແບບມີເງື່ອນປີໄຂ ໃນວັນທີ 15 ຕຸລາ 2025, ອາຍຸການກໍ່ສ້າງ 4 ປີ ຮອດ 2029; ກົມຂົວທາງ ໄດ້ຮັບຮອງເອົາແບບແຕ້ມລະອຽດຈໍານວນ 2 ຈຸດ ໃນຮູບແບບອອກແບບໄປພ້ອມ ແລະ ກໍ່ສ້າງໄປພ້ອມ (Design Build) ແຕ່ ກມ 30+000 ຫາ 40+000 ແລະ ກມ 92+000 ຫາ 100+000.

ຫາລ ການຈດຕງປະຕບດໂຄງການກສາງທາງດວນວຽງຈນ-ຮາໂນຍຊວງທ 2 - image 2
 

ຜ່ານການຈັດຕັ້ງປະຕິບັດແມ່ນມີຄວາມຄືບໜ້າພໍສົມຄວນ ໄດ້ທະລຸແລວທາງເພື່ອເກັບກໍາຂໍ້ມູນ ຕາມແລວທີ່ໄດ້ຮັບຮອງສໍາເລັດປະມານ 63 ກິໂລແມັດ, ເກັບກໍາຜົນກະທົບສິ່ງແວດລ້ອມ 4 ເມືອງຄື: ເມືອງປາກຊັນ: ມີຂອບເຂດແລວທາງດ່ວນຜ່ານ 25 ກມ. (ແຕ່ກມ 0+000 ຫາ ກມ 25+000) ກວມເອົາ 8 ບ້ານ, ເກັບກໍາຜົນກະທົບສິ່ງແວດລ້ອມສໍາເລັດ 100% ມີຈໍານວນ 5 ບ້ານ (ບ້ານທົ່ງໃຫຍ່, ບ້ານສວນສະຫວັນ, ບ້ານປັດຊຸມ, ບ້ານນາດີ ແລະ ບ້ານບົວແວງຄໍາ), ຍັງ 3 ບ້ານ (ບ້ານສົມສະຫວາດ, ບ້ານນາຂາມ ແລະ ບ້ານຄໍາບອນ); ເມືອງບໍລິຄັນ: ມີຂອບເຂດແລວທາງດ່ວນຜ່ານ 66 ກມ (ແຕ່ກມ 0+000 ຫາ ກມ 91+000) ກວມເອົາ 5 ບ້ານ, ເກັບກໍາສໍາເລັດແຕ່ຍັງບໍ່ທັນໄດ້ເຊັນຮັບຮອງຂໍໍ້ມູນຈາກຄະນະກໍາມະການຂັ້ນເມືອງ ມີຈໍານວນ 3 ບ້ານ (ບ້ານພູຄໍາ, ບ້ານປາກໂພຍ ແລະ ບ້ານຫີນໂງ່ນ) ຍັງບໍ່ທັນສໍາເລັດ 2 ບ້ານຄື: ບ້ານພູຄໍາ ແລະ ບ້ານນໍ້າເຕັກ; ເມືອງວຽງທອງ: ມີຂອບເຂດແລວທາງດ່ວນຜ່ານ 39 ກມ (ແຕ່ ກມ 91+000 ຫາ ກມ 130+000) ກວມເອົາ 6 ບ້ານ, ເກັບກໍາສໍາເລັດ 3 ບ້ານ (ບ້ານກົກຂາມ, ບ້ານໂພນດູ່ ແລະ ບ້ານຫ້ວຍຫອຍ) ຍັງບໍ່ທັນສໍາເລັດ 3 ບ້ານຄື: ບ້ານມີໄຊ, ບ້ານໄຊບົວທອງ ແລະ ບ້ານນາຕັນ; ເມືອງໄຊຈໍາພອນ: ມີຂອບເຂດແລວທາງດ່ວນຜ່ານ 73,8 ກມ (ແຕ່ ກມ 130+000 ຫາ ກມ 203+800) ກວມເອົາ 9 ບ້ານ, ເກັບກໍາຜົນກະທົບສິ່ງແວດລ້ອມສໍາເລັດ 100% ຈໍານວນ 2 ບ້ານ, ກໍາລັງຈັດຕັ້ງປະຕິບັດ 3 ບ້ານ ແລະ ຍັງເຫຼືອ 4 ບ້ານ. ປັດຈຸບັນ, ຄະນະວິຊາການຂັ້ນແຂວງໄດ້ສໍາເລັດການຄົ້ນຄວ້າລາຄາຫົວໜ່ວຍຊົດເຊີຍຜົນກະທົບເປັນພື້ນຖານເບື້ອງຕົ້ນ.

ຫາລ ການຈດຕງປະຕບດໂຄງການກສາງທາງດວນວຽງຈນ-ຮາໂນຍຊວງທ 2 - image 3
 

ໂອກາດນີ້, ທ່ານລັດຖະມົນຕີກະຊວງ ຍທຂ ສະເໜີໃຫ້ຄະນະຊີ້ນໍາ ແລະ ຄຸ້ມຄອງໂຄງການແຕ່ລະຂັ້ນ ກໍຄື ບໍລິສັດ ນໍ້າທາ 3 ເອັດ ຈົ່ງໄດ້ສຶກສາວິເຄາະ-ວິໄຈໃຫ້ລະອຽດ ໃນການແກ້ໄຂແລວທາງປ່ຽນແປງໃໝ່ ຊ່ວງ ກມ 150+000 ຫາ ກມ 203+800, ການກຳນົດຫົວໜ່ວຍຊົດເຊີຍ, ມາດຕະຖານເຕັກນິກການກໍ່ສ້າງຕາມນິຕິກຳ ແລະ ກົດໝາຍທີ່ໄດ້ກຳນົດອອກ.

ຫາລ ການຈດຕງປະຕບດໂຄງການກສາງທາງດວນວຽງຈນ-ຮາໂນຍຊວງທ 2 - image 4
 

ຂ່າວ-ພາບ: ສາຍສະໝອນ

ຄໍາເຫັນ

ຂ່າວການຮ່ວມມື

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຫົວໜ້າ ຄອສພ ຕ້ອນຮັບ ທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ໃນວັນ ທີ 4 ພະຈິກນີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ ຕັດຈິກິດສະຖານ ປຶກສາຫາລືສອງຝ່າຍ

ໃນວັນທີ 2 ພະຈິກ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕັດຈິກິດສະຖານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ.
ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອາເມຣິກາ ແລະ WFP ມອບເງິນ 19 ຕື້ກວ່າກີບ ຊ່ວຍປະຊາຊົນ 4 ເມືອງ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

​ ວັນທີ 3 ພະຈິກນີ້ ທີ່ບ້ານດົງໝາກໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ໄດ້ຈັດພິທີເປີດກິດຈະກຳການມອບເງິນສົດເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ມີກເຊວ ເອົາຫຼໍ່ ອຸປະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ທ່ານ ມາກ ອັງເດຣ ໂພຣສ ຜູ້ອຳນວຍການອົງການອາຫານໂລກ (WFP) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່່ກຽວຂ້ອງເຂົ້າຮ່ວມ.
ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ສະຫາຍ ທອງສະຫວັນ ພົມວິຫານ ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

ໃນວັນທີ 3 ພະຈິກນີ້, ທີ່ເຮືອນຮັບແຂກລັດຖະບານຕ້ຽວ ຢູ ຖາຍ ນະຄອນຫຼວງປັກກິ່ງ ສປ ຈີນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11 ໃນລະຫວ່າງວັນທີ 3-4 ພະຈິກ 2026 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.
ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ຍີ່ປຸ່ນ ຊ່ວຍສ້າງໂຮງຮຽນ ​ອະ​ນຸ​ບານແລະປະ​ຖົມຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງເມືອງນາໝໍ້ ແຂວງອຸດົມໄຊໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ຮ່ວມ​ລົງ​ນາມ​ໂດຍທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວແລະທ່ານ ວົງວັນ ສີວິໄລ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນາໝໍ້, ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ​ນໍ​າ.
ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ

ໃນວັນທີ 2 ພະຈິກຜ່ານມາ,ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານພິທີເປີດງານມະຫາກໍາພືດສວນໂລກ ຢ່າງເປັນທາງການ ຢູ່ທີ່ພື້ນທີ່ຊຸ່ມນໍ້າໜອງແດ, ແຂວງອຸດອນທານີ ປະເທດໄທ. ຊຶ່ງມີ ທ່ານ ອານຸທິນ ຊານວິລະກູນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງມະຫາດໄທ ເຂົ້າຮ່ວມເປັນປະທານໃນພິທີ.
ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ສະພາແຫ່ງຊາດ​ ລາວ-ຫວຽດນາມພົບປະ​ສອງຝ່າຍ

ວັນທີ 3 ພະຈິກນີ້, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ,​ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມໃນໂອກາດເຄື່ອນໄຫວຢ້ຽມຢາມ ສສຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ສື່ມວນຊົນລາວ ພົບປະແລກປ່ຽນບົດຮຽນກັບໜັງສືພິມວິທະຍຸ - ໂທລະພາບນະຄອນຫາຍຟອງ

ໃນທ້າຍເດືອນຕຸລາຜ່ານມາ, ຄະນະນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົບວຽກງານພະນັກງານນໍາພາ-ຄຸ້ມຄອງສື່ມວນຊົນ ສປປ ລາວ ໄດ້ໄປທັດສະນະພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ຊຶ່ງນໍາໂດຍທ່ານນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນຄະນະໂຄສະນາອົບຮົມສູນກາງພັກ.
ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ຮອງປະທານປະເທດ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມຂໍ່ານັບອຳລາ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ (Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົສ ຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ, ໃນວັນ ທີ 3 ພະຈິກນີ້, ທີ່ທຳນຽບປະທານປະເທດ,ເນື່ອງໃນໂອກາດ ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ