ໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານທູດທີ່ສຳເລັດການປະຕິບັດໜ້າທີ່ການທູດ ປະຈຳ ລາວ ຄັ້ງນີ້ ຊຶ່ງຕະຫຼອດໃນໄລຍະ ການປະຕິບັດໜ້າທີ່ ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການປະກອບສ່ວນ ໃນການເສີມສ້າງ ການພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ - ອົສຕຣາລີ ທີ່ມີມູນເຊື້ອມາແຕ່ຍາວນານນັ້ນ ໃຫ້ນັບມື້ເພີ່ມພູນແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມນີ້ ທ່ານຫົວ ໜ້າຄະນະໂຄ ສະນາອົບຮົມສູນກາງພັກ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໃໝ່ທີ່ມີກຽດຂອງທ່ານ.
ໂອກາດດັ່ງກ່າວ, ທ່ານທູດກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຄໍາພັນ ເຜີຍຍະວົງ ທີ່ໄດ້ໃຫ້ການ ຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ການຈັດຕັ້ງທຸກພາກສ່ວນຂອງ ສປປ ລາວ ທີ່ ໄດ້ໃຫ້ ການຮ່ວມມື ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫຼອດໃນໄລຍະການປະຕິບັດໜ້າທີ່ ຈົນໄດ້ຮັບຜົນສຳເລັດໃນການປະຕິບັດໜ້າທີ່ໃນຄັ້ງນີ້. ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າພາຍຫຼັງກັບຄືນ ປະເທດແລ້ວຍັງຈະສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ລະຫວ່າງ ອົສຕຣາລີ-ລາວ ໃຫ້ນັບມື້ແໜນແຟ້ນຍິ່ງໆຂຶ້ນ. ສປປ ລາວ ແລະ ອົສຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 15 ມັງກອນ 1952.
(ຂ່າວ: ຍຸພິນທອງ)
ຄໍາເຫັນ