ຮັບປະກັນການເຂົ້າເຖິງຢ່າງສະເໝີພາບທາງດ້ານເພດສຶກສາໃນນັກຮຽນໃຫ້ມີຄວາມພ້ອມໃນການສອນທີ່ມີປະສິດທິພາບ

ຮັບປະກັນການເຂົ້າເຖິງຢ່າງສະເໝີພາບທາງດ້ານເພດສຶກສາໃນນັກຮຽນໃຫ້ມີຄວາມພ້ອມໃນການສອນທີ່ມີປະສິດທິພາບ
ໂດຍ: ຄະນະສາທາລະນະສຸກສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ        
ເພດສຶກສາ ຫຼືComprehensive Sexuality Education (CSE) ມີຄວາມສຳຄັນເພື່ອເຮັດໃຫ້ໄວລຸ້ນໄດ້ຮຽນຮູ້ຂໍ້ມູນ ແລະ ທັກສະທີ່ສຳຄັນກ່ຽວກັບສຸຂະພາບຈະເລີນພັນ. ການຄົ້ນຄວ້າຜ່ານມາໄດ້ສະແດງໃຫ້ເຫັນວ່າເພດສຶກສາຊ່ວຍໃຫ້ໄວໜຸ່ມພັດທະນາຄວາມຮູ້ທີ່ຖຶກຕ້ອງ ທັດສະນະຄະຕິໃນທາງບວກ ແລະ ທັກສະ ສໍາລັບຄວາມສໍາພັນທີ່ປອດໄພ ແລະ ມີສຸຂະພາບດີ. ເພດສຶກສາຍັງມີຄວາມສຳຄັນໃນການກະກຽມໄວໜຸ່ມສຳລັບຊີວິດທີ່ສົມບູນ ແລະ ສ້າງຄວາມເຂັ້ມແຂງປາສະຈາກ HIV/AIDS, STIs, ການຖືພາບໍ່ຕັ້ງໃຈ, ຄວາມຮຸນແຮງທາງເພດ ແລະ ຄວາມບໍ່ສະເໝີພາບທາງເພດ.
ໃນປີ 2023 ການສຶກສາຂອງພວກເຮົາໄດ້ສະແດງໃຫ້ເຫັນວ່າ ຄູໃນໂຮງຮຽນມັດທະຍົມຍັງມີຄວາມຮູ້ກ່ຽວກັບເພດສຶກສາຕໍ່າ ເຖິງຢ່າງໃດກໍຕາມເຂົາເຈົ້າເຫຼົ່ານັ້ນກໍມີທັດສະນະຄະຕິທີ່ດີຕໍ່ກັບການສອນເພດສຶກສາ. ອາດມີຫຼາຍເຫດ ຜົນທີ່ຄວາມຮູ້ຂອງຄູກ່ຽວກັບເພດສຶກສາຍັງຈຳກັດເຊັ່ນ: ການຝຶກອົບຮົມອາດຍັງບໍ່ທັນພຽງພໍ ແລະ ບໍ່ສອດຄ່ອງ, ອຸປະສັກທາງດ້ານວັດທະນະທຳ ແລະ ຄວາມລັງເລໃຈທີ່ຈະສົນທະນາເພດສຶກສາກັບເພື່ອນຮ່ວມງານ ໂດຍສະ ເພາະໂຮງຮຽນໃນເຂດຊົນນະບົດທີ່ຍັງອີງໃສ່ວິທີການສອນແບບດັ້ງເດີມ ແລະ ຂາດອຸປະກອນໃນການສອນເພດສຶກສາ. ນອກຈາກນີ້, ການສຶກສາຊີ້ໃຫ້ເຫັນວ່າຍັງຂາດການສະໜັບສະໜູນ ແລະ ປື້ມຄູ່ມືໃນການສອນເພດສຶກສາໃນໂຮງຮຽນ.  
ການເຜີຍແຜ່ເພື່ອການປະຕິບັດຄູສອນໃນການຝຶກອົບຮົມເພດສຶກສາຄວນໄດ້ຮັບໂອກາດໃນການຝຶກປະຕິ ບັດສ້າງທັກສະຂອງເຂົາເຈົ້າ, ສ້າງຄວາມໝັ້ນໃຈ ໂດຍການນຳໃຊ້ວິທີການສິດສອນຕາມກິດຈະກຳ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໂດຍການມີຜູ້ອໍານວຍຄວາມສະດວກໃຫ້ແກ່ແມ່ຍິງ ຮັບປະກັນການເຂົ້າຮ່ວມ ແລະ ການມີສ່ວນຮ່ວມຂອງຄູຍິງຢ່າງສະເໝີພາບ. ສະເໜີໃຫ້ມີການຝຶກອົບຮົມຢ່າງຕໍ່ເນື່ອງ ເພື່ອເສີມຂະຫຍາຍທັກສະຂອງຄູ ແລະ ຄວາມໝັ້ນໃຈໃນຕົນເອງ. ທີມງານຊ່ຽວຊານສະເພາະດ້ານໃນລະດັບຊາດ, ແຂວງ ແລະ ເມືອງ ສາມາດອຳນວຍຄວາມສະດວກໃນການສ້າງ ແລະ ຜັນຂະຫຍາຍຕົວຊີ້ວັດສະເພາະເພດສຶກສາໃນການປະຕິບັດ. ໂຮງຮຽນຄວນສະໜອງສະພາບແວດລ້ອມ ສະໜັບສະໜູນກ່ຽວກັບການສິດສອນເພດສຶກສາ. ກະຊວງສຶກສາທິການ ແລະ ກິລາໄດ້ຈັດຕັ້ງຜູ້ນໍາໂຮງຮຽນ ແລະ ຄູ-ອາຈານເຂົ້າຮ່ວມກິດຈະກໍາການຝຶກອົບຮົມຄູເພດສຶກສາ. ຮັບປະກັນຄວາມພ້ອມຂອງຊັບພະຍາກອນຕ່າງໆສໍາລັບການສົ່ງຕໍ່ເພດສຶກສາທີ່ມີປະສິດທິພາບ. 
    ລັດຖະບານ ແລະ ອົງການຈັດຕັ້ງສາກົນ ຈຳເປັນຕ້ອງມີການຂະຫຍາຍການສອນເພດສຶກສາໃນໂຮງຮຽນທົ່ວປະເທດ ແລະ ການລົງທຶນໃນໂຄງການໃຫ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນຄວນເໝາະສົມກັບໄວອາຍຸ ແລະ ອອກແບບພິເສດ ເພື່ອໃຫ້ເຂົ້າກັບຫົວຂໍ້ຂອງຫຼັກສູດເພດສຶກສາ. ນຳໃຊ້ CDs, ແຜນການສອນ, ນຳໃຊ້ເຕັກໂນໂລຢີຊ່ວຍເຫຼືອ ແລະ ຊຸດເຄື່ອງມືທີ່ປະກອບການສອນແບບສາທິດ ແລະ ການເຊື່ອມສານວິຊາເພດສຶກສາເຂົ້າໃນວິຊາອື່ນໆຂອງຫຼັກສູດແມ່ນແນະນໍາ. ຄວນໃຫ້ການສະໜັບສະໜູນ ແລະ ຕິດຕາມຄູຢ່າງຕໍ່ເນື່ອງ ເພື່ອຊຸກຍູ້ການພັດ ທະນາການສິດສອນໃຫ້ມີປະສິດທິພາບຫຼາຍຂຶ້ນ.
ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ມີຄວາມຕ້ອງການດ້ານການຮ່ວມມືລະຫວ່າງຜູ້ວາງແຜນນະໂຍບາຍ, ນັກສຶກສາ, ຜູ້ຊ່ຽວຊານດ້ານສຸຂະພາບ, ນັກເຄື່ອນໄຫວທາງສັງຄົມ, ອົງການ NGO ແລະ GOs (ລວມທັງໄວໜຸ່ມ) ແມ່ນຈໍາເປັນເພື່ອເຮັດໃຫ້ເພດສຶກສາປະສົບຜົນສໍາເລັດ. UNFPA ແລະ INGOs  ແລະ ອື່ນໆ ຄວນສະໜອງການສະໜັບສະໜູນດ້ານວິຊາການທາງດ້ານການເງິນຢ່າງຕໍ່ເນື່ອງ ເພື່ອຂະຫຍາຍການປະຕິບັດເພດສຶກສາໃນທົ່ວປະເທດ. ສະໜັບສະໜູນການຄົ້ນຄວ້າ ແລະ ຫຼັກຖານໃໝ່ເພື່ອແຈ້ງໃຫ້ຜູ້ວາງແຜນນະໂຍບາຍ ແລະ ການຈັດຕັ້ງປະຕິບັດສໍາລັບການສົ່ງຕໍ່ເພດສຶກສາທີ່ມີຄຸນນະພາບດີ. UNFPA, ແລະ MOHs ຄວນມີການວິເຄາະຢ່າງຕໍ່ເນື່ອງ, ແລະ ມີສ່ວນຮ່ວມຂອງໂຄງການເພດສຶກສາທີ່ມີຢູ່ແລ້ວ ເພື່ອສ້າງຄວາມເຂັ້ມ ແຂງ, ເສີມສ້າງ ແລະ ດັດປັບການອອກແບບຫຼັກສູດເພດສຶກສາ ແລະ ການນຳໄປປະຕິບັດໃຫ້ເໝາະສົມ. ດໍາເນີນການວິເຄາະຊ່ອງຫວ່າງຕື່ມອີກ ກ່ຽວກັບການຈັດຕັ້ງປະຕິບັດເພດສຶກສາໂດຍຮັບຂໍ້ມູນແບບເຈາະເລິກຈາກຜູ້ອໍານວຍການໂຮງຮຽນ, ຄູສອນ ແລະ ກະຊວງສຶກສາທິການ ແລະ ກິລາ ກ່ຽວກັບວິທີການຮັບປະກັນການເຂົ້າເຖິງເພດສຶກສາໃຫ້ມີຄວາມຍືນຍົງ. 

ຄໍາເຫັນ

ຂ່າວສືກສາ-ກິລາ

ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

​ ສະຫະພັນກິລາບານສົ່ງແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມ (ປະເພດທີມຊາຍ) ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອສະເຫຼີມສະຫຼອງງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງຈໍາປາສັກ ຊຶ່ງ​ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2026 ໂດຍມີທັງໝົດ 14 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ທີມຈາກ​ນະຄອນຫຼວງວຽງຈັນ 1 ທີມ, ​ແຂວງເຊກອງ 1 ທີມ ແລະ ​ສະໂມສອນພາຍໃນແຂວງຈຳປາສັກຈຳນວນ 12 ທີມ.
ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ໃນວັນທີ 25 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໄດ້ຈັດພີທີປິດງານສັບປະດາດີຈີຕອນລາວ (Lao Digital Week) ປະຈຳປີ 2026. ໂດຍການເຂົ້າຮ່ວມເປັນປະທານກ່າວປິດຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າອອ້ມຂ້າງກະຊວງ, ຄະນະຜູ້ອຳນວຍການ, ຜູ້ຕາງໜ້າບັນດາບໍລິສັດ ແລະ ຜູ້ປະກອບການທີ່ໃຫ້ການຜູ້ສະໜັບສະໜູນເຂົ້າຮ່ວມວາງສະແດງ, ນັກວິທະຍາກອນ, ແຂກຖືກເຊີນ, ນັກຮຽນນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 300 ຄົນ.
ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດພິທີມອບ-ຮັບ ໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ປະຈຳສົກສຶກສາ 2025-2026 ໃນວັນທີ 23 ຕຸລານີ້, ທີ່ສະຖາບັນດັ່ງກ່າວ, ເປັນກຽດເຂົ້າຮ່ວມມີທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ຄະນະຄູຝຶກ ແລະ ນັກກິລາທີມຊາລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ອອກເດີນທາງໄປປະເທດອາແຊັກໄບຊານ (AZERBAIJAN) ເມື່ອວັນທີ 20 ຕຸລາຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ 2026 ຫຼື FIFA U15 World Cup & Festival 2026.
ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

​ ສະຫະພັນກິລາກະຕໍ້ ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາກະຕໍ້ 2 ລາຍການ ຊີງຂັນປະທານຄະນະກຳມະການປົກຄອງແຂວງ ປະຈຳປີ 2026 ໃນລະຫວ່າງວັນທີ 21-22 ຕຸລານີ້ ທີ່ສະໜາມກິລາແຂວງ (ຫຼັກ 2) ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີເປີດມີທ່ານ ນອງໃສ ສຸລິວົງຈັກ ປະທານທີ່ປຶກສາ ສະຫະພັນກິລາກະຕໍ້ແຂວງ, ທ່ານ ບົວທອງ ສຸວັນນະສານ ອະດີດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພັນເອກ ວິໄລພອນ ສີລິວົງ ຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ 2 ແຂວງ, ທ່ານ ໂອດານ ໄຊຍະລາດ ຮອງປະທານສະຫະພັນກິລາກະຕໍ້ແຂວງ ທັງເປັນເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ແລະ ທ່ານ ອິນທະວົງ ແດງປະເສີດ ຮັກສາການ ຫົວໜ້າຂະແໜງກິລາ-ກາຍຍະກຳແຂວງ ພ້ອມດ້ວຍກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2  ຢ່າງເປັນທາງການ

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ໃນວັນທີ 21 ຕຸລານີ້, ໄດ້ຈັດພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ), ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ສາຍສະໝອນ ງາມສີ ວ່າການແທນ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ ພ້ອມດ້ວຍພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.
ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ) ເດີນທາງເຂົ້າຮ່ວມຢ້ຽມຢາມ ແລະ ໃຫ້ກຳລັງໃຈທັບນັກກິລາຄົນພິການທີມຊາດລາວ ໃນການແຂ່ງຂັນ ງານມະຫະກຳກິລາຄົນພິການອາຊີ ຄັ້ງທີ V ຫຼື (5th Asian Para Games Aichi-Nagoya 2026) ຈັດຂຶ້ນໃນລະຫວ່າງ ວັນທີ 18–24 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ເມື່ອບໍ່ດົນມານີ້, ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ສູນຄະນິດຄິດໄວສະມາດແມັດ (Smart Math) ຮ່ວມກັບພະແນກສຶກສາທິການ ແລະ ກິລາ ນວ ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະບໍລິຫານທຸລະກິດ, ໃຫ້ກຽດມອບລາງວັນໂດຍ ທ່ານ ນາງ ສຸກພາພອນ ຜານິດ ຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະຜູ້ບໍລິ ຫານ, ຄູ-ອາຈານ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກກິລາລອຍນໍ້າ ສະໂມສອນລອຍນໍ້າອ່າງຄໍາ ສາມາດປະກາດສັກດາໃນວົງການກິລາລອຍນໍ້າລາວ ຊຶ່ງເປັນຜົນງານຄັ້ງປະຫວັດສາດຂອງສະໂມສອນ ຍາດໄດ້ 66 ຫຼຽນຄຳ, 26 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 108 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາລອຍນ້ຳ "ວຽງຈັນແຊັມປ້ຽນຊິບ 2026 ຊີງຫຼຽນ ແລະ ຂັນປະທານສະຫະພັນກິລາລອຍນໍ້າ ແລະ ດຳນ້ຳແຫ່ງຊາດ.
ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້.
ເພີ່ມເຕີມ