ຮັບປະກັນວຽກງານສື່ສານໃນພາກສະໜາມໃຫ້ປິດລັບ, ປອດໄພ, ວ່ອງໄວ, ຊັດເຈນ

ຮັບປະກັນວຽກງານສື່ສານໃນພາກສະໜາມໃຫ້ປິດລັບ, ປອດໄພ, ວ່ອງໄວ, ຊັດເຈນ
ວຽກງານສື່ສານພາກສະໜາມ ມີຄວາມສໍາຄັນຕໍ່ການຊ້ອມຮົບໃນການສະເຫຼີມສະຫຼອງ 75 ປີວັນສ້າງຕັ້ງກອງທັບປະຊາຊົນລາວເພື່ອເຮັດໃຫ້ບັ້ນດັ່ງກ່າວມີຜົນສໍາເລັດຕາມແຜນການ, ກົມສື່ສານ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພາກສ່ວນຮັບປະກັນວຽກງານຕິດຕໍ່ສື່ສານເຂົ້າປະຈໍາຢູ່ພາກສະໜາມ ເພື່ອໃຫ້ມີຄວາມຮັບປະກັນໄດ້ຕາມວຽກງານໜ້າທີ່ວິຊາສະເພາະ, ໂດຍໄດ້ສັງລວມເອົາ 5 ກົມກອງສື່ສານເປັນເຂດໃຈກາງ ແລະ ພາຫະນະນໍາໃຊ້ລົດວິຊາສະເພາະໃຫ້ຄົບຖ້ວນພຽງພໍ ແລະ ຈັດຝຶກອົບຮົບໃຫ້ແກ່ພະນັກງານ-ນັກຮົບວິຊາສະເພາະເພື່ອໃຫ້ມີຄວາມສໍານິຊໍານານໃນການນໍາໃຊ້ອຸປະກອນສື່ສານ.
      ສະຫາຍ ພັນໂທ ດອນສະຫວັນ ບົນຄໍາພັນ ຫົວໜ້າພະແນກເສນາ ກົມສື່ສານ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ເຂົ້າຢຶດສະໜາມໄດ້ຈັດຕັ້ງສູນສື່ສານຢູ່ພາກສະໜາມເຮັດໜ້າທີ່ຮັບປະກັນການຕິດຕໍ່ສື່ສານໃຫ້ຜູ້ບັນຊາ ບັນຊາກົມກອງເຫຼົ່າຮົບທີ່ເຮັດໜ້າທີ່ຍິງສະແດງຄັ້ງນີ້ສາມາດເຄື່ອນກຳລັງໄດ້ທັນເວລາ ແລະ ບັນຊາຢ່າງຄ່ອງແຄ້ວ. ນອກຈາກວຽກງານຕິດຕໍ່ສື່ສານແລ້ວ ຍັງໄດ້ຮັບການມອບໝາຍຈາກຄະນະຊີ້ນໍາພາກສະໜາມໃຫ້ຮັບປະກັນໃນການຖ່າຍ ແລະ ບັນທຶກຮູບພາບຈາກຈໍ LED.
   ສະຫາຍ ພັນໂທ ດອນສະຫວັນ ບົນຄໍາພັນ ໃຫ້ຮູ້ຕື່ມວ່າ: ຜ່ານການຝຶກຊ້ອມ ໄດ້ດຳເນີນໄປຕາມແຜນການທີ່ວາງໄວ້ດ້ວຍຜົນສຳເລັດຕາມການຊີ້ນຳຂອງຂັ້ນເທິງ, ສາມາດບັນຊາກໍາລັງເຖິງຈຸດທີ່ໝາຍ ແລະ ສາມາດທໍາລາຍສິ່ງຕ່າງໆຂອງສັດຕູ, ພາຍຫຼັງສໍາເລັດການຝຶກຊ້ອມຮ່ວມໃນຄັ້ງນີ້ ຍັງຈະໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນ ເປັນຕົ້ນແມ່ນວຽກງານຮັບປະກັນຕິດຕໍ່ສື່ສານ ເພື່ອຈະນໍາໄປຖອດຖອນບົດຮຽນໃນຄັ້ງຕໍ່ໄປ ເພື່ອເຮັດໃຫ້ເຫຼົ່າຮົບສື່ສານມີຄວາມເຂັ້ມແຂງ, ມີຄວາມຮັບປະກັນດັ່ງຄໍາຂວັນທີ່ວ່າ: ປິດລັບ, ປອດໄພ, ວ່ອງໄວ, ຊັດເຈນ.
    ຂ່າວ-ພາບ: ລຸນທອງ ສອນມະນີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ, ໄດ້ໄຂຂຶ້ນໃນວັນທີ 5 ມິຖຸນາ 2026 ທີ່ ແຂວງຫຼວງພະບາງ, ໂດຍມີ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ຍົກລະດັບຄວາມຮູ້ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ຍົກລະດັບຄວາມຮູ້ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ຊຸດອົບຮົມວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ພະນັກງານຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ໂດຍເປັນປະທານຂອງ ທ່ານ ສົນທອງ ວີບູນກ້ວາງ ຄະນະກຳມະການປົກຄອງແຂວງ ຫົວໜ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ.ມີວິທະຍາກອນຈາກກະຊວງ ຍຸຕິທຳ,ສຳມະນາກອນມາຈາກພະແນກ ຍຸດຕິທຳແຂວງ ແລະ 7 ຕົວເມືອງເຂົ້າຮ່ວມ.
ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ວັນທີ 5 ມິຖຸນາ 2026 ນີ້, ຢູ່ທີ່ເມືອງມຸນລະປາໂມກ ແຂວງຈຳປາສັກ, ໄດ້ຈັດງານສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ແລະ ມີບັນຍາກາດຟົດຟື້ນມ່ວນຊື່ນ ໂດຍມີທ່ານ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ,ທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງ ປະທານກວດກາພັກ - ລັດເມືອງ ພ້ອມດ້ວຍຄະນະນຳແຂວງ-ເມືອງ, ນັກຮຽນ ແລະ ເດັກນ້ອຍ ເຂົ້າຮ່ວມ.
ເມືອງພຽງ ອະ​ນຸ​ມັດ​ໃຫ້ບໍ​ລິ​ສັດລົງ​ທຶນ ກ້າແນວພັນຫົວດຸກເດືອ

ເມືອງພຽງ ອະ​ນຸ​ມັດ​ໃຫ້ບໍ​ລິ​ສັດລົງ​ທຶນ ກ້າແນວພັນຫົວດຸກເດືອ

ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາຊຸກຍູ້ການລົງທຶນປູກພືດກະສິກຳເປັນສິນຄ້າ ວ່າດ້ວຍການຄຸ້ມຄອງການລົງທຶນກ້າແນວພັນ ຫົວດຸກເດືອ (ຫົວບຸກ) ລະຫວ່າງ ອົງການປົກຄອງເມືອງພຽງ (ຕາງໜ້າໂດຍ ຫ້ອງການການເງິນເມືອງ) ແລະ ບໍລິສັດ ລາວ-ຈີນ ໂຍ່ງຮຸຍ ພັດທະນາກະສິກຳ ຈຳກັດຜູ້ດຽວ.
ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ (26 ຕຸລາ 1966-26 ຕຸລາ 2026) ໃນວັນທີ 5 ມິຖຸນາ ຜ່ານມາ ທີ່ກົມເຄມີສາດ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄໍາສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນທະຫານເຂົ້າຮ່ວມ.
ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ໃນວັນທີ 2 ມິຖຸນາ ຜ່ານມາ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານຝຶກອົບຮົມວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ໃຫ້ພະນັກງານນໍາພາ-ຄຸ້ມຄອງຊຸດທີ XXII, ໂດຍການເປັນປະທານຂອງສະຫາຍພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດກ່ຽວກັບການໂຄສະນາຕ້ານການຄ້າມະນຸດໃນວັນທີ 4 ມິຖຸນາ ຜ່ານມາ, ເປັນປະທານໂດຍສະຫາຍ ພັທ ວັນປະດິດຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຄະນະຮັບຜິດຊອບຈາກກົມສື່ມວນຊົນ ປກສ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ຄະນະຮັບຜິດຊອບຈາກລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ປະຈຳ 5 ເດືອນ ຕົ້ນປີ 2026 ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວຂັ້ນເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ໃຫ້ 13 ໜ່ວຍພັກນຮາກຖານ ທີ່ຂຶ້ນກັບອົງຄະນະພັກນະຄອນປາກເຊ. ຈັດຂື້ນໃນວັນທີ 4 ມິຖຸນາ 2026, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍະເດດ ທອງສະຫັວນ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນປາກເຊ, ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນ 13 ໜ່ວຍພັກ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ກອງປະຊຸມແລກປ່ຽນບົດຮຽນຮອບດ້ານ ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 4 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງວຽງຈັນ. ໂດຍມີຄະນະນຳ, ຫົວໜ້າ,ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ