ຫັດຖະກຳພື້ນເມືອງລາຍນາກລາວ ຖືກຮັບຮອງເຂົ້າໃນບັນຊີມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ

ຫັດຖະກຳພື້ນເມືອງລາຍນາກລາວ ຖືກຮັບຮອງເຂົ້າໃນບັນຊີມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ
ໂດຍ: ວັນເພັງ
ນາກເປັນສັດໃນຕຳນານ ທີ່ຊຸມຊົນເຊື້ອຊາດລາວມີຄວາມເຊື່ອຖື ແລະ ຕິດພັນກັບການດໍາລົງຊີວິດຂອງຕົນມາແຕ່ດຶກດຳບັນ ຊຶ່ງໄດ້ສະແດງອອກຜ່ານການຕັ້ງຊື່ຂອງເມືອງ ຫຼື ນໍາເອົາໄປສ້າງສັນໃນງານຈິດຕະກຳ, ປະຕິມາກຳ ແລະ ຫັດຖະກໍາຕ່າງໆ. ອັນທີ່ພົ້ນເດັ່ນແມ່ນການນໍາເອົາຄວາມເຊື່ອ ກ່ຽວກັບນາກຂອງແມ່ຍິງລາວ ໄປປະຍຸກໃຊ້ເຂົ້າໃນວຽກງານຫັດຖະກໍາຕໍ່າແຜນຈົນກາຍມາເປັນເອກະລັກ ອັນໂດດເດັ່ນຂອງຜ້າແພລາວ ແລະ ເປັນມໍລະດົກຕົກທອດຈາກຮຸ່ນຄົນຕໍ່ຮຸ່ນຄົນຈົນເຖິງປັດຈຸບັນ ເຮັດໃຫ້ຫັດຖະກຳພື້ນເມືອງພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວຖືກຮັບຮອງເຂົ້າໃນບັນຊີມໍລະດົກ ວັດທະນະທຳ ທີ່ບໍ່ເປັນວັດຖຸ.
ທ່ານ ພະຂັນໄຊ ສີຄັນໄຊ ຫົວໜ້າກົມມໍລະດົົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານໃຫ້ຮູ້ ໃນວັນທີ 22 ທັນວາ ຜ່ານມາ ລາຍນາກເປັນລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າແພລາວ ທີ່ຖືກປະດິດຄິດສ້າງຂຶ້ນດ້ວຍຈິດສຳນຶກ, ຄວາມເຊື່ອຖື, ບູຊາ, ມີສິລະປະອັນປານີດລາຍ ແລະ ຜູກພັນກັບຊີວິດການເປັນຢູ່ຂອງຊຸມຊົນເຊື້ອຊາດລາວ ຢ່າງແຍກບໍ່ອອກ. ດັ່ງນັ້ນ, ພາຍຫຼັງທີ່ “ສຽງແຄນເຊື້ອຊາດລາວ” ໄດ້ຖືກຮັບຮອງໃຫ້ເປັນບັນຊີມໍລະດົກ ວັດທະນະທໍາ ທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດ ໂດຍອົງການອຸຍແນັສໂກ ໃນປີ 2017. ລັດຖະບານ ສປປ ລາວ ກໍຄື ກະຊວງ ຖວທ ໄດ້ສືບຕໍ່ສະເໜີເອົາ “ຫັດຖະກຳພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ” ຕໍ່ອົງການອຸຍແນັສໂກ ເພື່ອຮັບຮອງເຂົ້າເປັນມໍລະດົກໂລກທາງດ້ານວັດທະນະທຳ ໂດຍໄດ້ມອບໃຫ້ກົມມໍຣະດົກ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ທັງພາກລັດ ແລະ ເອກະຊົນ ດຳເນີນການສຶກສາຄົ້ນຄວ້າ ແລະ ປະກອບເອກະສານຄຳຮ້ອງ ເຖິງອົງການອຸຍແນສໂກ ນັບຕັ້ງແຕ່ປີ 2018. ມາຮອດ ວັນທີ 31 ມີນາ 2022, ຄະນະຮັບຜິດຊອບ ກໍໄດ້ສຳເລັດເອກະສານຄຳຮ້ອງ ແລະ ນຳສົ່ງເຖິງສູນມໍລະດົກໂລກຢ່າງເປັນທາງການ.
ໃນກອງປະຊຸມໃຫຍ່ ຂອງຄະນະກຳມະການລະຫວ່າງລັດຖະບານ ວ່າດ້ວຍການປົກປ້ອງມໍລະດົກ ວັດທະນະທຳ ທີ່ບໍ່ເປັນວັດຖຸ ຄັ້ງທີ 18 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-8 ທັນວາ 2023 ທີ່ເມືອງຄາຊານ ສາທາລະນະລັດບັນສະວານາ. ຄະນະກຳມະການລະຫວ່າງລັດຖະບານ ວ່າດ້ວຍການປົກປ້ອງມໍລະດົກວັດທະນະທໍາ ທີ່ບໍ່ເປັນວັດຖຸ ຈາກ 24 ປະເທດ ທີ່ເປັນຕົວແທນໃຫ້ແກ່ບັນດາປະເທດພາຄີຂອງສົນທິສັນຍາດັ່ງກ່າວ ໄດ້ຮັບຮອງເອົາ “ຫັດຖະກຳພື້ນເມືອງ ພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ” ເຂົ້າເປັນມໍລະດົກ ວັດທະນະທຳ ທີ່ບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດຢ່າງເປັນທາງການ.
ທ່ານ ພະຂັນໄຊ ສີຄັນໄຊ ລາຍງານຕື່ມວ່າ: ການຮັບຮອງໃຫ້ເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດໂລກ ແມ່ນມີຄວາມໝາຍ-ຄວາມສຳຄັນຕໍ່ການອະນຸລັກ, ປົກປັກຮັກສາ ມໍລະດົກອັນລໍ້າຄ່າຂອງຊາດໃຫ້ມີຄວາມຍືນຍົງ ທັງເປັນປະກອບສ່ວນເຂົ້າໃນການສົ່ງເສີມ ວຽກງານເສດຖະກິດຂອງຊາດ, ເປັນການຕໍ່ຍອດໃຫ້ແກ່ຜະລິດຕະພັນ ຫັດຖະກຳຂອງລາວ ໃຫ້ມີບາດກ້າວຂະຫຍາຍຕົວອັນໃໝ່ ແລະ ເປັນທີ່ຮັບຮູ້ຈາກສາກົນຫຼາຍຂຶ້ນ. ສະນັ້ນ, ພາຍຫຼັງການຮັບຮອງເອົາ “ຫັດຖະກຳພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ” ເຂົ້າໃນບັນຊີມໍລະດົກ ວັດທະນະທໍາ ທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດ ຈາກອົງການອຸຍແນັສໂກ ຢ່າງເປັນທາງການ; ກະຊວງ ຖວທ ໄດ້ມີແຜນການທີ່ຈະຈັດພິທີຖະແຫຼງຢ່າງເປັນທາງການຂຶ້ນ ໃນເດືອນມັງກອນ 2024 ແລະ ກະກຽມຈັດພິທີສະເຫຼີມສະຫຼອງໃຫຍ່ ພາຍຫຼັງໄດ້ຮັບໃບຢັ້ງຢືນຢ່າງເປັນທາງການຈາກອົງການອຸຍແນັສໂກໃນໄວໆນີ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ