ໂຮງແຮມຫຼວງຜາສຸກ ພ້ອມໃຫ້ບໍລິການດ້ວຍຄວາມຈິງໃຈ ເປັນເອກະລັກຂອງຄວາມເປັນວັດທະນະທໍາລາວ

ໂຮງແຮມຫຼວງຜາສຸກ ພ້ອມໃຫ້ບໍລິການດ້ວຍຄວາມຈິງໃຈ ເປັນເອກະລັກຂອງຄວາມເປັນວັດທະນະທໍາລາວ
ໂດຍ: ຍຸພິນທອງ
ເພື່ອເປັນການຕ້ອນຮັບປີທ່ອງທ່ຽວລາວ ປີ 2024 ແລະ ຕ້ອນຮັບປີໃໝ່ລາວທີ່ຈະມາເຖິງນີ້ ການຊອກຫາສະຖານທີ່ພັກກໍເປັນສິ່ງທໍາອິດທີ່ນັກເດີນທາງ ຫຼື ນັກທ່ອງທ່ຽວໃຫ້ຄວາມສໍາຄັນອັນດັບໜຶ່ງ.ເມື່ອບໍ່ດົນມານີ້ ທ່ານ ນາງ ວິດາລີ ຈັນທະຜາສຸກ ຜູ້ບໍລິຫານໂຮງແຮມຫຼວງຜາສຸກ ໄດ້ໃຫ້ສໍາພາດວ່າ: ຕົນເອງໃນນາມຜູ້ບໍລິຫານກໍມີການກະກຽມທີມງານແລະພະນັກງານທີ່ພ້ອມໃຫ້ບໍລິການຕ້ອນຮັບລູກຄ້າທັງພາຍໃນແລະຕ່າງປະເທດທີ່ເຂົ້າມາໃຊ້ບໍລິການໂຮງແຮມຫຼວງຜາສຸກຂອງພວກເຮົາ ແລະ ຮູບແບບການບໍລິການແມ່ນເນັ້ນໃສ່ບໍລິການດ້ວຍຄວາມຈິງໃຈ ອົບອຸ່ນ ໃຫ້ຄວາມເປັນກັນເອງກັບແຂກທຸກທ່ານ ແລະເປັນເອກະລັກຂອງຄວາມເປັນວັດທະນະທໍາລາວດ້ວຍໄມຕິຈິດມິດຕະພາບ. 
ທ່ານ ນາງ ວິດາລີ ຈັນທະຜາສຸກກ່າວຕື່ມອີກວ່າ: ສໍາລັບໃນໄລຍະຜ່ານມາ ທາງໂຮງແຮມກໍໄດ້ມີການປະເມີນ ໂດຍສ່ວນໃຫຍ່ກໍຄືລູກຄ້າມາພັກແລ້ວ ກໍກັບມາໃຊ້ບໍລິການໂຮງແຮມເຮົາເລື້ອຍໆຈົນກາຍເປັນຄົນຮັກແພງ ແລ້ວລູກຄ້າກໍເປັນຄົນບອກຕໍ່ໆກັບໜູ່ເພື່ອນຍາດພີ່ນ້ອງຂອງເຂົາເຈົ້າມາພັກນຳພວກເຮົາຕໍ່ໆກັນໄປ; ສໍາລັບປະເພດຫ້ອງມີ 2 ປະເພດຄື: ຫ້ອງມາດຕະຖານ(Standard Room); ຫ້ອງພິເສດ (Superior Room) ນອກຈາກວຽກຕ້ອນຮັບລູກຄ້າແລ້ວທາງໂຮງແຮມຫຼວງຜາສຸກ ຍັງມີການປະກອບສ່ວນຊ່ວຍເຫຼືອອົງການຈັດຕັ້ງ ແລະ ສັງຄົມຕ່າງໆ ບໍ່ວ່າຈະເປັນທາງດ້ານເຫື່ອແຮງແລະປັດໄຈພ້ອມທັງໃຫ້ເປັນສະຖານທີ່ສຳລັບການສຶກຮຽນຮູ້ໃຫ້ຂໍ້ມູນແກ່ນັກສຶກສາທີ່ລົງມາຝຶກງານຫຼາຍຊຸດທີ່ກຽມເສັງຈົບດ້ານການໂຮງແຮມ.ໂຮງແຮມຫຼວງຜາສຸກ ເປັນໂຮງແຮມທີ່ຕັ້ງຢູ່ໃຈກາງນະຄອນ-ຫຼວງພະບາງ ທີ່ຖືກອອກແບບໃຫ້ຄົງໄວ້ເອກະລັກຂອງຄວາມເປັນລາວ ມີຫ້ອງພັກທີ່ສະດວກສະບາຍ ການຕົບແຕ່ງລົົງຕົວຫ້ອງນ້ຳສະອາດ ເໝາະສຳລັບຄອບຄົວ ແລະ ຄູ່ຮັກ ເຂົ້າພັກແຮມ ບັນຍາກາດພາຍໃນ ແລະ ອ້ອມຮອບເປັນເອກະລັກສະເພາະໃຫ້ສຳຜັດໄດ້ກິ່ນອາຍຂອງເມືອງມໍລະດົກໂລກ.ເນື່ອງຈາກຕັ້ງຢູ່ຈຸດໃຈກາງເຂດມໍລະດົກ ເຮັດໃຫ້ໂຮງແຮມຫຼວງຜາສຸກ ໃກ້ກັບສະຖານທີ່ທ່ອງທ່ຽວ ແລະ ວັດສຳຄັນຕ່າງໆ ເຊັ່ນ: ພູສີ, ພະຣາຊະວັງ, ວັດຊຽງທອງ, ເຮືອນຈັນ,  ທ່າເຮືອ ໂດຍສະເພາະຕະຫຼາດກາງຄືນ ແລະ ຕະຫຼາດເຊົ້າທີ່ຕັ້ງຫ່າງຈາກໂຮງແຮມປະມານ 200 ແມັດ.
ທ່ານ ນາງ ວິດາລີ ຈັນທະຜາສຸກ ຝາກເຖິງຖ້າທ່ານໃດໄດ້ມາທ່ຽວແຂວງຫຼວງພະບາງສາມາດໄປພັກເຊົາໄດ້ ຊຶ່ງໂຮງແຮມຫຼວງຜາສຸກ ຕັ້ງຢູ່ໃຈກາງນະຄອນ-ຫຼວງພະບາງ ຕັ້ງຢູ່ບ້ານຈູມຄ້ອງ ນະຄອນ-ຫຼວງພະບາງ ສາມາດຕິດຕໍ່ໄດ້ເບີໂທລະສັບ +856 20 51504922; +856 20 58844446.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ

ປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ

ພິທີປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ເມສາຜ່ານມາ ທີ່ເດີ່ນໂຮງຮຽນ ມັດທະຍົມສົມບູນບ້ານທອງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາຂັ້ນແຂວງ, ເມືອງ, ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ 9 ບ້ານເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວພຶດສໍາຮອງລະດູແລ້ງໄດ້ແລ້ວ 64.21%

ຄໍາມ່ວນ ເກັບກ່ຽວພຶດສໍາຮອງລະດູແລ້ງໄດ້ແລ້ວ 64.21%

ໃນລະດູການປູກພືດລະດູແລ້ງສົກປີ 2025-2026ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ ຄາດຄະເນຜົນຜະລິດ 17,034 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ. ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ນິທັດສະການຮູບວາດວິຊາການການບິນ

ນິທັດສະການຮູບວາດວິຊາການການບິນ

ສະມາຄົມການບິນ ແລະ ອາວະກາດຈີນໄດ້ຈັດນິທັດສະການຮູບວາດວິຊາການການບິນຂຶ້ນໃນວັນທີ 25 ເມສາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍມີທ່ານ ກົວເວີຍ ຜູ້ອຳນວຍການສູນສົ່ງເສີມ ແລະ ນໍາໃຊເຕັກໂນໂລຊີການຜະລິດຂັ້ນສູງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ານ ທົງນະສັກ ດວງດາລາ ຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ, ມີບັນດານັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ, ພາຍໃນງານໄດ້ມີການສາຍວີດີໂອປະຫວັດຄວາມເປັນມາຂອງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ຽວຊົມຮູບວາດວິຊາການການບິນ.
ຄອສພ ປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III

ຄອສພ ປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III ສຳລັບ ສະມາຊິກພັກ-ພະນັກງານ ຄອສພ ຈໍານວນ 39 ສະຫາຍ, ໃນວັນທີ 24 ເມສານີ້ ທີ່ສະໂມສອນຂອງ ຄອສພ. ເປັນກຽດເຂົ້າຮ່ວມໃນພິທີມີ ສະຫາຍ ສາຄອນ ພົມມະລາດ ກໍາມະການພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ-ພະນັກງານ ຄອສພ.
ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນ ຈົ່ງເປັນເຈົ້າການປະຕິບັດຕາມສິດໜ້າທີ່ຂອງຕົນ

ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນ ຈົ່ງເປັນເຈົ້າການປະຕິບັດຕາມສິດໜ້າທີ່ຂອງຕົນ

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ກໍາມະກອນ​ສາກົນ ​ຄົບຮອບ 140 ປີ (1 ພຶດສະພາ 1886 - 1 ພຶດສະພາ2026) ທີ່ຈະມາເຖິງນີ້, ທ່ານ ຄໍາຜອຍ ວັນນະສານ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຖະ​ແຫຼ​ງຂ່າວຕໍ່ສື່ມວນຊົນ ໃນວັນທີ 23 ເມສານີ້ວ່າ: ໂດຍສືບທອດມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນສາກົນ, ຊົນຊັ້ນກຳມະກອນລາວ ແມ່ນພາກສ່ວນໜຶ່ງຂອງຊົນຊັ້ນກຳມະກອນສາກົນ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ ໄດ້ຮ່ຳຮຽນເອົາຄຸນລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນສາກົນ ຊຶ່ງສະແດງອອກໃນຫຼາຍດ້ານເປັນຕົ້ນ: ເປັນຊົນຊັ້ນກຳມະກອນທີ່ດີເລີດ ແລະ ກ້າວໜ້າກວ່າໝູ່, ມີນໍ້າໃຈຮັກຊາດ ແລະ ນ້ຳໃຈສາກົນກຳມະຊີບອັນຜ່ອງໃສ, ມີມານະຈິດປະຕິວັດອັນສູງສົ່ງ ດຸໝັ່ນ, ປະຢັດ, ມີຄວາມສາມັກຄີເອື້ອເຟື້ອເຜື່ອແຜ່, ມີຄວາມຕື່ນຕົວ, ເດັດດ່ຽວ, ກ້າຫານ, ບໍ່ຍອມຈຳນົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບ, ມີຫົວຄິດປະດິດສ້າງ ພັດທະນາຕົນເອງທາງດ້ານເຕັກນິກວິທະຍາສາດທີ່ທັນສະໄໝ.
ສປສສ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

ສປສສ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

ວັນທີ 23 ເມສາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ຄະນະບໍລິຫານງານຊາວໜຸ່ມ ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955 ຫາ 14 ເມສາ 2026). ໃຫ້ກຽດປາຖະກະຖາໂດຍ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍມີ ສະຫາຍ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ, ສະຫາຍ ອານຸສິດ ສຸຂະທຳມະວົງ ຄະນະປະຈຳ ເລຂາຄະນະບໍລິຫານງານຊາວໜຸ່ມ ສປສສ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຮັບຟັງ.
ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ

ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ

ທ່ານ ນາງ ບົວສະຫວັນ ອິນທິສານ ຮອງຫົວໜ້າກົມໂຄສະນາ-ວັດທະນະທໍາ ປະທານສະຫະພັນແມ່ຍິງ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວລາຍງານຕໍ່ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃນຫົວຂໍ້: ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ.
ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2026 ພາຍໃຕ້ຫົວຂໍ້ “ດື່ມຢ່າງມີສະຕິ ເມົາແລ້ວບໍ່ຂັບ” (Drink With Care, Drunk Don't Drive ) ຂຶ້ນໃນຕອນເຊົ້າວັນທີ 24 ເມສານີ້ ໂດຍມີ ທ່ານ ບຸນທະວີ ນະຄອນສິດ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ພ້ອມດ້ວຍການນໍາຂັ້ນແຂວງ, ພະນັກງານ, ນັກຮຽນ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.

ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.

ວັນທີ 23 ເມສາຜ່ານນມາ, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ ໄດ້ຈັດກອງປະຊຸມ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026 ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2026 ຄົບຮອບ 51 ປີ, ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການອະໄພຍະໂທດລະດັບແຂວງວຽງຈັນ, ມີຮອງປະທານ, ມີຄະນະກຳມະການອະໄພຍະໂທດລະດັບແຂວງ ແລະ ກອງເລຂາຊ່ວຍວຽກຄະນະກຳມະການອະໄພຍະໂທດລະດັບແຂວງເຂົ້າຮ່ວມ.
ຄໍາມ່ວນ ຫາລືການວຽກງານດໍາເນີນກອງປະຊຸມຄັ້ງປະຖົມມະລຶກ

ຄໍາມ່ວນ ຫາລືການວຽກງານດໍາເນີນກອງປະຊຸມຄັ້ງປະຖົມມະລຶກ

ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງຄໍາມ່ວນ ເພື່ອປຶກສາຫາລື ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 23 ເມສານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍບັນດາຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກຳມະການປົກຄອງແຂວງ, ບັນດາພະແນກການອ້ອມຂ້າງ ເຂົ້າຮ່ວມ.
ເພີ່ມເຕີມ