ໂຮງຮຽນການເມືອງ ແລະ ການປົກຄອງສາລະວັນ ເປີດຮຽນທິດສະດີການເມືອງ ລະບົບ 3 ເດືອນ ຮຸ່ນທີ III

ໂຮງຮຽນການເມືອງ ແລະ ການປົກຄອງສາລະວັນ ເປີດຮຽນທິດສະດີການເມືອງ ລະບົບ 3 ເດືອນ ຮຸ່ນທີ III
ພິທີເປີດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຮຸ່ນທີ III ໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານສືບທອດປ່ຽນແທນຂອງເມືອງ ແລະ ຂະແໜງການຈາກບັນດາພະແນກການອ້ອມຂ້າງແຂວງ ແລະ ສອງກຳລັງປະກອບອາວຸດຂຶ້ນໃນວັນທີ 3 ພະຈິກ ຜ່ານມາ ທີ່ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງສາລະວັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານຂັ້ນແຂວງ, ສະຫາຍ ນາງ ໄກສອນ ຝ້າຍພົມມະວົງໄຊ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ຮອງຫົວໜ້າໂຮງຮຽນ, ມີຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
    ສະຫາຍ ເສີດ ສີວິໄລ ຫົວໜ້າຂະແໜງການຄຸ້ມຄອງການຮຽນ-ການສອນ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຜ່ານແຜນການຮຽນ-ການສອນ ລະບົບຂັ້ນຕົ້ນ ຮຸ່ນທີ III ສົກຮຽນ 2023-2024, ມີນັກສຶກສາທັງໝົດ 60 ສະຫາຍ ຍິງ 18 ສະຫາຍ, ຫຼັກສູດກຸ່ມວິຊາຮຽນຄື: ກຸ່ມວິຊາປັດຊະຍາ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ ແລະ ສັງຄົມສາດ, ແນວຄິດ ໄກສອນ ພົມວິຫານ (ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ), ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີ ແລະ ກົດໝາຍ, ເຕັກນິກບໍລິຫານ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ, ກຸ່ມວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ, ຂຽນບົດລາຍງານຈົບຂັ້ນ. ທັງນີ້ຍົກລະດັບຄວາມຮູ້ຄວາມສາມາດທັງດ້ານທິດສະດີການເມືອງ, ແນວຄິດໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ ເຮັດໃຫ້ພະນັກງານມີແນວຄິດ, ທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍຄືພາລະກິດປ່ຽນແປງໃໝ່ ຢ່າງມີຫຼັກການຂອງພັກ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ມີຄວາມຫ້າວຫັນເປັນແບບຢ່າງໃນທຸກວຽກງານ. 
    ສຳລັບການຈັດຕັ້ງປະຕິບັດການຮຽນ-ການສອນ ແມ່ນໄດ້ປະຕິບັດຕາມຫຼັກສູດຮຽນ ເປັນຕົ້ນ: ການບັນລະຍາຍ, ສຳມະນາເປັນໜ່ວຍ, ສອບເສັງແຕ່ລະວິຊາ ຫຼື ກຸ່ມວິຊາຮຽນ ໂດຍເອົາທິດສະດີມາສົມທຽບກັບພຶດຕິກຳຕົວຈິງ, ທັງຈະໄດ້ມີການປະເມີນ, ກວດກາຕາມລາຍວິຊາຮຽນ ແລະ ຂັ້ນຕອນອື່ນໆ. ໂດຍໃຊ້ເວລາຮຽນ 3 ເດືອນ ຫຼືປະມານ 70 ວັນ, ຮຽນຕົວຈິງ 60 ວັນ ເທົ່າກັບ 420 ຊົ່ວໂມງ,ນອກຈາກການຄົ້ນຄວ້າຮໍ່າຮຽນ ກໍຈະໄດ້ມີການຈັດກິດຈະກໍາ, ທັດສະນະສຶກສາ, ການແລກປ່ຽນຄວາມຮູ້ໃນດ້ານຕ່າງໆຕື່ມອີກ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

ຄໍາເຫັນ

ຂ່າວສືກສາ-ກິລາ

ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ  ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ລັດວິສາຫະກິດໄຟຟ້າລາວ ຮ່ວມສົ່ງເສີມທີມເບສະຫວັນ ແຂ່ງຂັນບານເຕະ ຢູ-10 ຊີງແຊັມເຍົາວະຊົນອາຊຽນ 2026 ທີ່ປະເທດໄທ

ນັກກິລາບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ປີ ສະໂມສອນ ເບ ສະຫວັນ ອາຄາເດມີ ຊຶ່ງນຳພາໂດຍທ່ານ ນາງ ສຸວັນນີ ອິນທະພົມ ຮອງປະທານສະໂມສອນ ເບ ສະຫວັນ ອາຄາເດມີ ໄດ້ທັດສະນະສຶກສາ ທີ່ລັດວິສາຫະກິດໄຟຟ້າລາວ ໃນວັນທີ 1 ເມສາ ຜ່ານມາ, ເນື່ອງໃນໂອກາດກຽມເຂົ້າຮ່ວມແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 10 ປີ ຊີງແຊັມເຍົາວະຊົນອາຊຽນ ປະຈຳປີ 2026 ຫຼື “U10 ASIAN YOUTH CHAMPIONSHIPS CUP 2026” ທີ່ນະຄອນຫຼວງບາງກອກ ປະເທດໄທ ຈະຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສາ 2026 ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ອັດສະວິນ ແສງທອງຄຳ ຮອງຫົວໜ້າຫ້ອງການໄຟຟ້າລາວ ລັດວິສາຫະກິດ ໄຟຟ້າລາວ ພ້ອມຄະນະ, ມີຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມ.
2 ພາກສ່ວນ ແຂ່ງຂັນບານເຕະມິດຕະພາບ ເພື່ອເສີມສ້າງຄວາມສຳພັນ

2 ພາກສ່ວນ ແຂ່ງຂັນບານເຕະມິດຕະພາບ ເພື່ອເສີມສ້າງຄວາມສຳພັນ

ບໍລິສັດ ພີທີທີ (ລາວ) ຈຳກັດ ຮ່ວມກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກິດຈະກຳເຕະບານມິດຕະພາບ ເພື່ອເສີມສ້າງຄວາມສໍາພັນອັນດີ ລະຫວ່າງອົງກອນ ແລະ ສື່ມວນຊົນ ພ້ອມທັງ ເພື່ອສົ່ງເສີມສຸຂະພາບ ແລະ ຄວາມສາມັກຄີ.
ມສ ແກ່ນທ້າວ ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XI ປະຈຳສົກຮຽນ 2025-2026

ມສ ແກ່ນທ້າວ ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XI ປະຈຳສົກຮຽນ 2025-2026

ໃນຄ່ຳຄືນວັນທີ 27 ມີນາຜ່ານມານີ້, ໂຮງຮຽນ ມສ ແກ່ນທ້າວ ເມືອງແກ່ນທ້າວ, ແຂວງໄຊຍະບູລີໄດ້ຈັດງານປະກວດສິລະປະ-ວັນນະຄະດີ ນັກຮຽນ ຄັ້ງທີ XI ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເບີກບານມ່ວນຊື່ນ ຢູ່ທີ່ເດີ່ນກິລາເມືອງແກ່ນທ້າວ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳປຸ່ນ ນວນສະບັບ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີທ່ານ ສີຄານ ແກ່ນມະນີປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະພັກ-ອົງການປົກຄອງເມືອງ, ຄູ-ອາຈານ, ຜູ້ປົກຄອງ ແລະ ມວນຊົນພາຍໃນເມືອງເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ແດນໃຕ້ ຊາຍ-ຍິງ ຄອງແຊັມເຕະບານ ລາວໂຄຄາ-ໂຄລາ ບ໊ອຕຕລິງ

ແດນໃຕ້ ຊາຍ-ຍິງ ຄອງແຊັມເຕະບານ ລາວໂຄຄາ-ໂຄລາ ບ໊ອຕຕລິງ

ສຳເລັດງານແຂ່ງຂັນກິລາເຕະບານ COPA COCA COLA LAOS 2026 ເພື່ອຄັດເລືອກຫາສຸດຍອດນັກເຕະດາວເດັ່ນນັກຮຽນມັດທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ ລາຍການ COPA COCA COLA LAOS ປະຈຳປີ 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ VIII, ການແຂງຂັນຄັ້ງນີ້ ຊຶ່ງເປັນການຮ່ວມມືລະຫວ່າງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນກິລາກາຍະກຳ ແລະ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕຣນິກ ຈຳກັດ ເປັນຜູ້ປະສານງານຈັດການແຂ່ງຂັນ.
ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ເຊກອງ ກຽມຄວາມພ້ອມ ເປັນເຈົ້າພາບ ງານມະຫາກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ

ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ)ເຊກອງ ລາຍງານໃນກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ
ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ສາລະວັນ ສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026

ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໄດ້ຈັດສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູປະຈຳປີ 2026 ຂຶ້ນໃນວັນທີ26ມີນາຜ່ານມາ ທີ່ສູນການສຶກສານອກໂຮງຮຽນ, ໂດຍການເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງຂອງທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ສຸກສະເຫຼີມພອນ ໄມມະນີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ບຸນຖາວອນ ທໍາມະພັດ ຮອງຫົວໜ້າພະແນກການເງິນແຂວງ, ມີບັນດາຄະນະຮັບຜິດຊອບການສອບເສັງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເມືອງພຽງ ເປີດການແຂ່ງຂັນກິລາປະຈຳປີ 2026

ເພື່ອເປັນການສົ່ງເສີມໃຫ້ມວນຊົນ, ທຸກເພດທຸກໄວໄດ້ອອກກໍາລັງກາຍ ແລະ ຫັນມາຫຼີ້ນກິລາ ຫຼາຍຂຶ້ນ, ເພື່ອເສີມສ້າງຄວາມສາມັກຄີພາຍໃນ ລະຫວ່າງຫ້ອງການອ້ອມຂ້າງເມືອງ ກັບໂຮງຮຽນ, ທັງເປັນການສົ່ງເສີມສຸຂະພາບພະລະນາໄມຂອງພະນັກງານ, ມວນຊົນ ແລະ ມະຫາຊົນ ໃຫ້ແຂງແຮງ ແລະ ຫ່າງໄກຢາເສບຕິດ. ໃນວັນທີ 26 ມີນາຜ່ານມາ, ເມືອງພຽງ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ປະຈຳປີ 2026 ຂຶ້ນ ທີເດີ່ນກິລາຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອິນທີ ຈັນປະເສີດເຮີ ຫົວໜ້າພະແນກສຶກສາ ທິການ ແລະກິລາ ແຂວງ,ມີ ທ່ານແຂກຖືກເຊີນ ແລະ ນັກກິລາເຂົ້າຮ່ວມ.
ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ເມື່ອບໍ່ດົນຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ມີການລົງນາມເຊັນສັນຍາຮັບເໝົາ ໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໂດຍການລົງນາມຂອງ ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ທ່ານ ຫວໍ ຕ໊າຍ ບາກ ຮອງຜູ້ອຳນວຍການບໍລິສັດ ວິນາ ກໍ່ສ້າງເຄຫາສະຖານ ແລະ ສ້ອມແປງ ຈຳກັດ, ມີທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີແຂກຮັບເຊີນ ພ້ອມດ້ວຍວິຊາການກ່ຽວຂ້ອງ ເຂົ້່າຮ່ວມເປັນສັກຂີພີຍານ.
ເມືອງມະຫາໄຊ ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX

ເມືອງມະຫາໄຊ ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX

ວັນທີ 25 ມີນາ 2026 ຢູ່ທີ່ເມືອງມະຫາໄຊ ແຂວງຄໍາມ່ວນ ໄດ້ຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາ ຄັ້ງທີ XIX ທົ່ວແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ອິນທະວົງ ພົມມະຈັນ ເລຂາພັກເມືອງມະຫາໄຊ, ທ່ານ ທອງສະນິດ ແພງພັກດີ ຮອງຫົວໜ້າກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີແຂກຖືກເຊີນຈາກແຂວງ, ເມືອງ ແລະ ເຍົາວະຊົນທັນວາ ທີ່ມາຈາກ 10 ເມືອງ ເຂົ້າຮ່ວມ.
ມສ ເພຍວັດ ໄດ້ຮັບຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ມສ ເພຍວັດ ໄດ້ຮັບຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ), ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລົງເຜີຍແຜ່ຄວາມຮູ້ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ໃຫ້ແກ່ ໂຮງຮຽນ ມສ ເພຍວັດ ໃນວັນທີ 19 ມີນານີ້ ທີ່ຫ້ອງປະຊຸມຂອງໂຮງຮຽນດັ່ງກ່າວ.
ເພີ່ມເຕີມ