ໂຮງຮຽນມັດທະຍົມສົມບູນອົ້ນນ້ອຍໄດ້ຮັບເຄື່ອງຊ່ວຍເຫຼືອ

ໂຮງຮຽນມັດທະຍົມສົມບູນອົ້ນນ້ອຍໄດ້ຮັບເຄື່ອງຊ່ວຍເຫຼືອ
ພະອາຈານ ລິນທອງ ຄໍາສະຫວ່າງ ພ້ອມຄະນະ ອົງການພຸດທະສາສະໜາສໍາພັນລາວ (ອພສ) ເມືອງເລົ່າງາມ ຕາງໜ້າພະອາຈານ ສີປະເສີດ ໄຊຍະປັນຍາ ກໍາມະການສູນກາງ ອພສ ຮອງປະທານ ອພສ ແຂວງສາລະວັນ ປະທານ ອພສ ເມືອງເລົ່າງາມ ໄດ້ມອບເຄື່ອງອັດເອກະສານ (ປິນເຕີ), ຊຸດກິລາ, ຂັນລາງວັນ ແລະ ເຄື່ອງດື່ມ ລວມມູນຄ່າ 10.175.000 ກີບ ໃຫ້ໂຮງຮຽນມັດທະຍົມສົມບູນອົ້ນນ້ອຍ ເມືອງເລົ່າງາມ ເມື່ອບໍ່ດົນມານີ້ ທີ່ໂຮງຮຽນດັ່ງກ່າງ ໂດຍມີທ່ານ ໄຊຍະເດດ ແກ້ວພູຫົງ ຮອງຫົວໜ້າເຂດ 8 ຜູ້ອໍານວຍການໂຮງຮຽນ ມັດທະຍົມສົມບູນອົ້ນນ້ອຍ ເມືອງເລົ່າງາມ ເຂົ້າຮ່ວມການມອບຮັບຄັ້ງນີ້..
ພະອາຈານ ລິນທອງ ຄຳສະຫວ່າງ ໄດ້ກ່າວມອບເຄື່ອງຊ່ວຍເຫຼືອວ່າ: ເຄື່ອງອັດເອກະສານ, ຂັນລາງວັນ, ຊຸດກິລາ ແລະ ເຄື່ອງດື່ມດັ່ງກ່າວນີ້ ແມ່ນພາຍໃຕ້ການຊີ້ນຳຂອງພະອາຈານ ສີປະເສີດ ໄຊຍະປັນຍາ ຍ້ອນເຫັນໄດ້ຄວາມສຳຄັນຕໍ່ກັບວຽກງານການສຶກສາ ກໍຄືວຽກງານກິລາ ແລະ ສິລະປະ ຈຶ່ງໄດ້ລະດົມ ເຄື່ອງດັ່ງກ່າວ ນຳລູກສິດລູກຫາ ຄົນລະໜ້ອຍ ເພື່ອເປັນກຳລັງສັດທາອັນໃຫຍ່. ຕໍ່ກັບການຊ່ວຍເຫຼືອດັ່ງກ່າວນີ້, ທ່ານ ໄຊຍະເດດ ແກ້ວພູຫົງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ພະອາຈານ ສີປະເສີດ ໄຊຍະປັນຍາ ທີ່ໄດ້ນໍາເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້, ຊຶ່ງຍາມໃດກໍເຫັນໄດ້ຄວາມໝາຍຄວາມສໍາຄັນ ແລະ ໃຫ້ການຊ່ວຍເຫຼືອພວກເຮົາຕະຫຼອດມາ. ການມອບວັດຖຸປັດໄຈດັ່ງກ່າວ, ເປັນການປະກອອບສ່ວນໃຫ້ແກ່ການກະກຽມ ແລະ ນໍາໃຊ້ເຂົ້າໃນການແຂ່ງຂັນກິລາ ບານເຕະຊາຍ ຊາວໜຸ່ມທົ່ວໄປ ພາຍໃນເຂດບ້ານທີ 8 ທີ່ຈະຈັດມໍໆນີ້.
(ຂ່າວ: ສາລະວັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຖາມ-ຕອບວິທະຍາສາດ ປູກຈິດສໍານຶກຊາວໜຸ່ມ-ໄວໜຸ່ມ  ໃນການເປັນນັກວິທະຍາສາດ

ຖາມ-ຕອບວິທະຍາສາດ ປູກຈິດສໍານຶກຊາວໜຸ່ມ-ໄວໜຸ່ມ ໃນການເປັນນັກວິທະຍາສາດ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກໍາໂຄສະນາປູກຈິດສໍານຶກໃຫ້ຊາວໜຸ່ມ, ໄວໜຸ່ມ ນັກຮຽນ-ນັກສຶກສາ ກ່ຽວກັບການເປັນນັກ ວິທະຍາສາດ ຈັດຂຶ້ນໃນວັນທີ 4 ມີນາຜ່ານມາ ທີ່ໂຮງຮຽນມັດທະຍົມສຶກສາສົມບູນຕານມີໄຊ ນະຄອນຫຼວງວຽງຈັນ (ນວ) ໂດຍມີສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ກຳມະການສູນກາງຊາວໜຸ່ມ ຮອງເລຂາ ຄຊປປລ ກະຊວງ ສສກ, ສະຫາຍ ນາງ ແກ້ວລັດ ມະນີແສງ ຜູ້ອຳນວຍການໂຮງຮຽນ ມສ ຕານມີໄຊ ພ້ອມຄະນະບໍລິຫານງານຊາວໜຸ່ມ, ສະຫະພັນແມ່ຍິງ, ສະຫະພັນກໍາມະບານ, ຄະນະຮັບຜິດຊອບຈັດກິດຈະກໍາ ສສກ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມແຂ່ງຂັນເຂົ້າຮ່ວມ.
ສະຫະພັນແມ່ຍິງກອງພົນທີ​ 2​ ສ້າງ​ຂະບວນການ​ກິລາ ຕ້ອນຮັບວັນແມ່ຍິງສາກົນ ​ຄົບຮອບ​ 116 ປີ

ສະຫະພັນແມ່ຍິງກອງພົນທີ​ 2​ ສ້າງ​ຂະບວນການ​ກິລາ ຕ້ອນຮັບວັນແມ່ຍິງສາກົນ ​ຄົບຮອບ​ 116 ປີ

ສະຫະພັນແມ່ຍິງກອງພົນທີ​ 2​ ​ສ້າງຂະບວນການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ 8 ມີນາ ຄົບຮອບ​ 116 ປີ ໃນວັນທີ​ 5 ມີນາຜ່ານມາ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ຄະນະພັກ, ຄະນະບັນຊາກົມ, ແຂກຖືກເຊີນ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ແຕ່ງຕັ້ງຄະນະອຳນວຍການ-ຄະນະຫ້ອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

ແຕ່ງຕັ້ງຄະນະອຳນວຍການ-ຄະນະຫ້ອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດພິທີປະກາດການຈັດຕັ້ງຂັ້ນຄະນະອຳນວຍການໂຮງຮຽນ ແລະ ຄະນະຫ້ອງຂຶ້ນ‎ໃນວັນທີ 4 ມີນາຜ່ານມາ ໂດຍການເປັນປະທານຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະນັກງານ, ຄູ-ອາຈານກ່ຽວຂ້ອງເຂົ້າຮ່ວມ.
2026 ສະມາຄົມນັກທຸລະກິດຮ້ານອາຮ້ານລາວ ຈະຈັດກິດຈະກຳແຂ່ງຂັນກິລາຫຼາຍປະເພດ

2026 ສະມາຄົມນັກທຸລະກິດຮ້ານອາຮ້ານລາວ ຈະຈັດກິດຈະກຳແຂ່ງຂັນກິລາຫຼາຍປະເພດ

ວັນທີ 4 ມີນາ ນີ້ ທີ່ຮ້ານອາຫານປ່າພ້າວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີກອງປະຊຸມໃຫຍ່ຄັ້ງທີ XIII ຂອງສະມາຄົມນັກທຸລະກິດຮ້ານອາຫານລາວ (ສນຮລ) ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ, ໂດຍເປັນປະທານຂອງທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ, ມີຮອງປະທານ, ຄະນະບໍລິຫານງານ, ຕາງໜ້າຝ່າຍສົ່ງເສີມການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ແລະ ສະມາຊິກຮ້ານອາຫານ ເຂົ້າຮ່ວມ.
ວຕກ ແລະ ວິທະຍາໄລລາວ-ເຢຍລະມັນ ຮ່ວມມືທາງວິຊາການ

ວຕກ ແລະ ວິທະຍາໄລລາວ-ເຢຍລະມັນ ຮ່ວມມືທາງວິຊາການ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືທາງວິຊາການ ລະຫວ່າງວິທະຍາຄານເຕັກນິກການທະ ຫານ (ວຕກ) ແລະ ວິທະຍາໄລເຕັກນິກລາວ-ເຢຍລະມັນ ຈັດຂຶ້ນໃນວັນທີ 3 ມີນາຜ່ານມາ ທີ່ ວຕກ ໂດຍມີ ສະຫາຍ ພົນຈັດຕະວາ ຟອງສະໝຸດ ພົນທິລາດ ອຳນວຍການ ຫົວໜ້າການທະຫານ ວຕກ, ມີສະຫາຍ ສຸລິຍາ ປ່າໄຊ ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະພັກ-ຄະນະອຳນວຍການ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ

ຮອງລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສືກສາ ແລະ ກິລາ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກສືກສາທິການ ແລະ ກິລາ ແຂວງສາລະວັນ, ໃນວັນທີ 2 ມີນາຜ່ານມາ,ໃຫ້ກຽດຕ້ອນຮັບຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະ.
ແຂ່ງຂັນບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ

ແຂ່ງຂັນບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ

ກົມຄຸ້ມຄອງວິທະຍາສາດ ຮ່ວມກັບກົມອາຊີວະສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ຫ້ອງການກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກຳແຂ່ງຂັນກິລາບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະພັກກະຊວງ ສສກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນ ປະຕິວັດລາວ ພ້ອມທັງເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຍິ່ງຂຶ້ນ.
ຍາມໃດ! ລັດຖະບານກໍ່ຖືເອົາວຽກງານການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ

ຍາມໃດ! ລັດຖະບານກໍ່ຖືເອົາວຽກງານການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ

ທ່ານ ນາງ ສຸກຂະເສີດ ສິດທິເດດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ປະຈໍາແຂວງຄໍາມ່ວນ ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນເມື່ອບໍ່ດົນມາ ກ່ຽວກັບການນໍາເອົາເນື້ອໃນຈິດໃຈຂອງແຜນພັດທະນາການສຶກສາ ແລະ ກິລາໄປຈັດຕັ້ງປະຕິບັດໃນສົກຮຽນ 2024 – 2025 ຜ່ານມາ.
ສິງກະໂປ ຈະປະເມີນການຄາດຄະເນ GDP ຄືນໃໝ່ ຍ້ອນວິກິດການອີຣ່ານ

ສິງກະໂປ ຈະປະເມີນການຄາດຄະເນ GDP ຄືນໃໝ່ ຍ້ອນວິກິດການອີຣ່ານ

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ຫງັນ ກິມ ຢົງ ຮອງນາຍົກລັດຖະມົນຕີສິງກະໂປ ໄດ້ຖະແຫຼງຕໍ່ລັດຖະສະພາໃນວັນທີ 2 ມີນາ ຜ່ານມາວ່າ: ລັດຖະບານສິງກະໂປຈະທົບທວນຄືນການຄາດຄະເນທ່າອ່ຽງເສດຖະກິດຂອງຕົນ ຖ້າເຫັນວ່າມີຄວາມຈຳເປັນ ເນື່ອງຈາກວິກິດການໃນຕາເວັນອອກກາງອາດຈະເຮັດໃຫ້ລາຄາພະລັງງານທົ່ວໂລກສູງຂຶ້ນ.
ການແຂ່ງຂັນສິລະປະນັກຮຽນທົ່ວເມືອງຫາດຊາຍຟອງ

ການແຂ່ງຂັນສິລະປະນັກຮຽນທົ່ວເມືອງຫາດຊາຍຟອງ

ການຈັດງານພົບປະແຂ່ງຂັນສິລະປະ-ວັນນະຄະດີ ຂອງນັກຮຽນສາຍສາມັນຊັ້ນ ປ5, ມ4 ແລະ ມ7 ທັງພາກລັດ-ເອກະຊົນທົ່ວເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ປະຈໍາສົກຮຽນ 2025-2026 ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສວນທ່ອງທ່ຽວວັດທະນະທໍາຊຽງຄວນ ໂດຍມີທ່ານ ຄໍາແກ້ວ ມະຫາໄຊ ຮອງປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ມີທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດ ສວນທ່ອງທ່ຽວວັດທະນະທໍາຊຽງຄວນ ຜູ້ໃຫ້ການສະໜັບໜູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ