ໂຮງຮຽນທິດສະດີການເມືອງກອງທັບ ແມ່ນສະຖາບັນການສຶກສາໜຶ່ງມີບົດບາດສໍາຄັນ

ໂຮງຮຽນທິດສະດີການເມືອງກອງທັບມີບົດບາດສຳຄັນໃນການສ້າງຊັບພະຍາກອນມະນຸດ

ໂຮງຮຽນທິດສະດີການເມືອງກອງທັບມີບົດບາດສຳຄັນໃນການສ້າງຊັບພະຍາກອນມະນຸດ
ໂດຍ: ສຸກສາຄອນ ໂຮງຮຽນທິດສະດີການເມືອງກອງທັບ ແມ່ນສະຖາບັນການສຶກສາໜຶ່ງມີບົດບາດສໍາຄັນໃນການປະກອບຄວາມຮູ້ທາງດ້ານທິດສະດີມາກ-ເລນິນ, ວິທະຍາສາດສັງຄົມອື່ນໆ ສ້າງໂລກະທັດ, ຊີວະທັດປະຕິວັດທີ່ຖືກຕ້ອງໃຫ້ແກ່ນາຍ

ແລະ ພົນທະຫານ, ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີທາດແທ້ຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ຊາດ ຕໍ່ປະຊາຊົນດ້ວຍຄວາມບໍລິສຸດໃຈ, ມີແບບແຜນດໍາລົງຊີວິດທີ່ສົດໃສ ແລະ ມີມານະຈິດຝຶກຝົນຫຼໍ່ຫຼອມຕົນເອງ ສະແຫວງຫາຄວາມຮູ້, ຄວາມກ້າວໜ້າ, ຄົ້ນຄວ້າຮໍ່າຮຽນຍົກລະດັບໃນທຸກດ້ານ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ເຄົາລົບລະບຽບກົດໝາຍຂອງພັກ, ຂອງລັດຢ່າງເຂັ້ມງວດໃນເງື່ອນໄຂພັກເຮົາມີແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ.
ສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜຶອ ເລຂາຄະນະພັກ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບໃຫ້ຮູ້ວ່າ: ໃນຊຸມປີຕໍ່ໜ້າໂຮງຮຽນທິດສະດີການເມືອງກອງທັບໄດ້ສຸມໃສ່ສ້າງ ແລະ ປັບປຸງການຈັດຕັ້ງໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ປັບປຸງ ແລະ ເພີ່ມທະວີການພົວພັນສ້າງຄວາມເປັນເອກະພາບພາຍໃນໃຫ້ສູງຂຶ້ນ ບົນຫຼັກການລວມສູນເປັນເອກະພາບ, ຕັ້ງໜ້າຕໍ່ສູ້ກັບປະກົດການຫຍໍ້ທໍ້, ສໍ້ລາດບັງຫຼວງ, ກຸ່ມກ້ອນພັກພວກ, ອາດຍາສິດອ້າຍດຽວເພື່ອສ້າງຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ກົງຈັກການຈັດຕັ້ງນໍາພາ-ບັນຊາ, ນີ້ແມ່ນໜຶ່ງໃນວິທີການແກ້ໄຂທີ່ເປັນພື້ນຖານ ເພື່ອເປັນການເພີ່ມທະວີໃນການສ້າງເຫງົ້າພະລັງແຮງດ້ານການເມືອງແນວຄິດໃຫ້ແກ່ກໍາລັງປະກອບອາວຸດ. ຍ້ອນກໍາລັງປະກອບອາວຸດ ແມ່ນກໍາລັງຫຼັກແຫຼ່ງ, ແມ່ນກຳປັ້ນເຫຼັກຂອງພັກ ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານໃນທຸກກໍລະນີ, ອີກດ້ານໜຶ່ງການປັບປຸງການຈັດຕັ້ງທາງດ້ານການເມືອງແນວຄິດໃຫ້ແກ່ກຳລັງປະກອບອາວຸດກອງທັບປະຊາຊົນລາວ ແມ່ນປັດໄຈເບື້ອງຕົ້ນໃນການສ້າງກອງທັບປະຊາຊົນລາວໃຫ້ເປັນກອງທັບທີ່ມີແບບແຜນທັນສະໄໝ, ເອົາໃຈໃສ່ປະຕິບັດ 4 ໜ້າທີ່ໃຫຍ່,26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ.ນີ້ແມ່ນໜຶ່ງໃນບັນດາວິທີການແກ້ໄຂທີ່ສໍາຄັນເພື່ອສ້າງເຫງົ້າພະລັງແຮງທາງດ້ານການເມືອງແນວຄິດໃຫ້ແກ່ກຳລັງປະກອບອາວຸດກອງທັບປະຊາຊົນລາວ. ຍ້ອນວ່າ: 4 ໜ້າທີ່ໃຫຍ່, 26 ແຜນງານໄດ້ຕິດພັນກັບການກໍ່ສ້າງກໍາລັງປະກອບອາວຸດເຮົາໃຫ້ເຕີບໃຫຍ່ເຂັ້ມແຂງ ພິເສດແມ່ນວຽກງານກໍ່ສ້າງກໍາລັງ, ສ້າງບຸກຄະລາກອນໃຫ້ເປັນຄົນດີ, ຄົນເກັ່ງ, ຄົນທັນສະໄໝ, ເປັນນັກຮົບທີ່ສະຫຼຽວສະຫຼາດມີໄຫວພິບອັນແຫຼມຄົມໃນການແກ້ໄຂບັນຫາທີ່ເກີດຂຶ້ນ. ພ້ອມກັນນັ້ນ, ຍັງຕິດພັນກັບການປັບປຸງກໍ່ສ້າງໂຄງການຫຼັກສູດວິທີການຮຽນ-ການສອນໃຫ້ສອດຄ່ອງກັບໜ້າທີ່, ສອດຄ່ອງກັບສະພາບການໃໝ່ທີ່ເກີດຂຶ້ນ ໂດຍສະເພາະການຕອບຕ້ານຍຸດທະສາດການຫັນປ່ຽນໂດຍສັນຕິຂອງຈັກກະພັດ ແລະ ກຳລັງປໍລະປັກທັງຊອກວິທີຕອບຕ້ານສົງຄາມຂໍ້ມູນຂ່າວສານທີ່ຈັກກະພັດ ແລະ ອິດທິກຳລັງນໍາໃຊ້ຢູ່ໃນປັດຈຸບັນໃຫ້ທັນການ ແລະ ມີປະສິດທິຜົນສູງ. ສືບຕໍ່ຕັ້ງໜ້າເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງລະຫວ່າງຂັ້ນລຸ່ມ-ຂັ້ນເທິງບົນຫຼັກການລວມສູນປະຊາທິປະໄຕ, ເນື້ອໃນດໍາເນີນຊີວິດຕ້ອງມີເນື້ອໃນເລິກເຊິ່ງແທດເໝາະກັບສະພາບຕົວຈິງ, ວຽກງານຕົວຈິງແທດເໝາະກັບເປົ້າໝາຍເຮັດໃຫ້ມີຄຸນນະພາບ, ຫຼີກເວັ້ນເວົ້າຫຼາຍປະຈົບປະແຈງມີແຕ່ຮູບການແຕ່ຂາດເນື້ອໃນ. ດ້ານໜຶ່ງອີກຕ້ອງສ້າງສະຕິ ແລະ ຄວາມຮັບຜິດຊອບໃນການປະຕິບັດລະບຽບກົດໝາຍ, ປະຕິບັດລັດຖະທຳມະນູນໃຫ້ຖືກຕ້ອງເຂັ້ມງວດ, ການເສີມຂະຫຍາຍປະຊາທິປະໄຕຂອງມະຫາຊົນ ຕ້ອງຄຽງຄູ່ກັບການປະຕິບັດຂໍ້ກຳນົດກົດລະບຽບ, ເພີ່ມທະວີຄວາມສັກສິດທາງດ້ານກົດໝາຍ, ຕ້ອງແກ້ໄຂຢ່າງຖືກຕ້ອງລະຫວ່າງປະຊາທິປະໄຕກັບຂໍ້ກຳນົດກົດລະບຽບໃນສັງຄົມ, ເປັນຫ່ວງເປັນໃຍໃນການສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນ, ຄວາມສາມັກຄີລະຫວ່າງຂັ້ນລຸ່ມ-ຂັ້ນເທິງ, ລະຫວ່າງອົງການ, ພະແນກການຕ່າງໆພາຍໃນກອງທັບປະຊາຊົນ, ສ້າງໃຫ້ໄດ້ທ່າສະໜາມດ້ານຈິດໃຈບົນພື້ນຖານ ຄວາມເປັນເອກະພາບດ້ານສິດຜົນປະໂຫຍດຢ່າງສົມເຫດສົມຜົນ ແລະ ເສີມຂະຫຍາຍກຳລັງແຮງຂອງອົງການຈັດຕັ້ງມະຫາຊົນເພື່ອປັບປຸງ ແລະ ສ້າງທ່າສະໜາມທາງດ້ານຈິດໃຈຖັນແຖວກຳລັງປະກອບອາວຸດໃຫ້ກວ້າງຂວາງ ແລະ ໜັກແໜ້ນໃນປັດຈຸບັນ. ນອກຈາກເສີມຂະຫຍາຍບົດຮຽນທີ່ເປັນມູນເຊື້ອ, ຍັງຕ້ອງຖືສໍາຄັນໃນການແກ້ໄຂຊີວິດການເປັນຢູ່ປະຕິບັດຄໍາຂັວນເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທົ່າທີ່ສາມາດປະຕິບັດໄດ້, ຍູ້ແຮງບັນດາກົມກອງທີ່ມີເງື່ອນໄຂສ້າງແຫຼ່ງລາຍຮັບ ທັງຂົງເຂດການຜະລິດ ແລະ ການບໍລິການຂອງກອງທັບ.ພ້ອມນັ້ນ, ຕ້ອງປ່ຽນແປງໃໝ່ບັນດາວິທີການ, ຮູບການສຶກສາອົບຮົມທິດສະດີການເມືອງໃຫ້ແທດເໝາະກັບແຕ່ລະເປົ້າໝາຍ, ເພີ່ມທະວີການຄົ້ນຄວ້າ, ວິເຄາະວິໄຈປະກົດການທີ່ເກີດຂຶ້ນ ແລະ ວິທີການແກ້ໄຂໃຫ້ທັນເວລາ.
ສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜືອ ໃຫ້ຮູ້ຕື່ມວ່າ: ສໍາລັບບົດບາດຂອງໂຮງຮຽນທິດສະດີການເມືອງກອງທັບ ຕໍ່ກັບການສ້າງເຫງົ້າພະລັງແຮງດ້ານການເມືອງແນວຄິດໃຫ້ນາຍ ແລະ ພົນທະຫານ ແມ່ນມີຄວາມສໍາຄັນ, ມັນເປັນພື້ນຖານ ແລະ ເປັນປັດໄຈເບື້ອງຕົ້ນໃນການກໍ່ສ້າງກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ, ການສ້າງພະນັກງານ-ນັກຮົບໃຫ້ມີຈິດໃຈຮັກຊາດອັນສູງສົ່ງ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບໃໝ່, ຕໍ່ສັງຄົມນິຍົມ ແລະ ກ້າເສຍສະຫຼະຊີວິດໃນເມື່ອປະເທດຊາດມີຄວາມຮຽກຮ້ອງຕ້ອງການ. ມັນບໍ່ແມ່ນບັນຫາທີ່ງ່າຍດາຍ, ແມ່ນບັນຫາທີ່ຫຍຸ້ງຍາກລຳບາກ ແລະ ອົດທົນ ທັງແມ່ນບັນຫາທີ່ລະອຽດອ່ອນ ແລະ ຕິດພັນກັບຫຼາຍປັດໄຈ.ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງມີຄວາມອົດທົນ, ຄວາມລະອຽດອ່ອນ ແລະ ເຮັດຢ່າງຕໍ່ເນື່ອງ, ຄົ້ນຄວ້າບັນຫາຢ່າງພາວະວິໄສ, ຫຼີກເວັ້ນການເບິ່ງບັນຫາແບບຜີວເຜີນ, ຈຶ່ງຈະສ້າງໄດ້ເຫງົ້າພະລັງແຮງດ້ານການເມືອງແນວຄິດໃຫ້ແກ່ກຳລັງປະກອບອາວຸດເຮົາ.

ຄໍາເຫັນ

ຂ່າວສືກສາ-ກິລາ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໃນວັນທີ 2 ຕຸລາ 2026, ອົງການກາແດງ ແຂວງອັດຕະປື, ນຳໂດຍ ທ່ານ ນາງ ຫົງຄຳ ສີສະຫວາດ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍທີມງານປຸກລະດົມບໍລິຈາກເລືອດຂອງແຂວງ ໄດ້ລົງເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື, ໂດຍການຕ້ອນຮັບຂອງທ່ານ ພັນໂທ ຄຳກ້ຽງ ໄຊຍະເສນາ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.
ເພີ່ມເຕີມ