![]() |
ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ສະແດງຄວາມຢ້ຽມຢາມຖາມຂ່າວ ພະນັກງານຫຼັກແຫຼ່ງທົ່ວກອງພົນທີ 5 ທີ່ກຳລັງປະຈຳການ ແລະ ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ສະແດງຄວາມຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທົ່ວກອງພົນທີ 5 ທີ່ມີຄວາມບຸກບືນຫ້າວຫັນ, ອົດທົນຜ່ານຜ່າ ແລະ ມີຄວາມຮັບຜິດຊອບສູງ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ. ພ້ອມທັງເນັ້ນໜັກໃຫ້ຄະນະນຳ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດ ໃຫ້ເປັນປົກກະຕິ, ຄຽງຄູ່ກັບການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດໃຫ້ພະນັກງານ-ນັກຮົບ, ປຸກລະດົມຈິດໃຈຮັກຊາດ, ສ້າງຄວາມສາມັກຄີ ແລະ ຄວາມເປັນນ້ຳໜຶ່ງໃຈດຽວ, ສຸມໃສ່ການນຳພາ-ຊີ້ນຳໃນການຝຶກອົບຮົມ-ຫັດແອບຢ່າງມີແບບແຜນ, ຍົກສູງຄຸນນະພາບ ແລະ ປະສິດທິຜົນ, ຖືເອົາວຽກງານກໍ່ສ້າງຮາກຖານເປັນບັນຫາສຳຄັນ, ແກ້ໄຂບັນຫາຈາກຮາກຖານ ແລະ ສ້າງພະນັກງານ-ນັກຮົບ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ.
ຂ່າວ: ໄຊຍະຄານ

ຄໍາເຫັນ