ແລະ ກິດຈະກຳສະເຫຼີມສະຫຼອງປີໃໝ່ຈີນທີ່ມີຫຼາກຫຼາຍສີສັນ, ກາຍເປັນຈຸດໝາຍຍອດນິຍົມຂອງນັກທ່ອງທ່ຽວແຜ່ນດິນໃຫຍ່ຈີນຈຳນວນຫຼວງຫຼາຍ.
ທ່ານນາງ ລົວຊູ່ເຜີ້ຍ ຫົວໜ້າກົມວັດທະນະທຳ ກິລາ ແລະ ການທ່ອງທ່ຽວຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງເປີດເຜີຍໃນວັນທີ 4 ກຸມພາ ຜ່ານມາວ່າ: ໃນ 7 ວັນທຳອິດຂອງມື້ພັກບຸນກຸດຈີນ, ຮົງກົງໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 1.25 ລ້ານເທື່ອຄົນ, ໃນນັ້ນ, ມີນັກທ່ອງທ່ຽວຈາກແຜ່ນດິນໃຫຍ່ຈີນຫຼາຍກວ່າ 1.06 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວຈາກປະເທດອື່ນໆຫຼາຍກວ່າ 180,000 ເທື່ອຄົນ. ນອກຈາກນີ້, ມີກຸ່ມນັກທ່ອງທ່ຽວຈາກແຜ່ນດິນໃຫຍ່ຈີນເຂົ້າມາຫຼາຍກວ່າ 2,000 ກຸ່ມ, ໂດຍສະເພາະໃນມື້ຂຶ້ນ 3 ຄໍ່າເດືອນຈຽງ, ມີກຸ່ມນັກທ່ອງທ່ຽວຫຼາຍກວ່າ 440 ກຸ່ມເຂົ້າມາຮົງກົງ ຊຶ່ງໄດ້ສ້າງສະຖິຕິສູງສຸດຕໍ່ມື້. ສ່ວນໂຮງແຮມຕ່າງໆຂອງຮົງກົງມີອັດຕາການເຂົ້າພັກສະເລ່ຍເຖິງ 90%.
ຄໍາເຫັນ