ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິ 04, 19/ກມສພ

ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຊຸກຍູ້ວຽກງານ ຢູ່ແຂວງເຊກອງ

ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຊຸກຍູ້ວຽກງານ ຢູ່ແຂວງເຊກອງ
ວັນທີ 18 ຕຸລາຜ່ານມາ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ພ້ອມຄະນະ ໄດ້ຕິດຕາມ, ຊຸກຍູ້ວຽກງານ ແລະ ຮ່ວມເຮັດວຽກກັບຄະນະຊ່ວຍວຽກ

 ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 116/ນຍ, ວ່າດ້ວຍການແຕ່ງຕັ້ງຄະນະຊ່ວຍວຽກທ່ານນາຍົຫລັດຖະມົນຕີ ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິ 04, 19/ກມສພ, ມະຕິ 05/ລບ, 2 ວາລະແຫ່ງຊາດ ແລະ ວຽກງານຈຸດສຸມເຄັ່ງຮ້ອນຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ ຢູ່ແຂວງເຊກອງ, ໂດຍມີ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນແຂວງ, ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຂັນຕີ ສີລະວົງສາ ໄດ້ລາຍງານສະພາບການຈັດຕັ້ງຜັນຂະຫຍາຍ ແລະປະຕິບັດບັນດາມະຕິຂອງສູນກາງພັກ, ລັດຖະບານ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ບັນຫາເຄັ່ງຮ້ອນ ເປັນຕົ້ນແມ່ນການຜະລິດ, ການປຸງແຕ່ງ ເພື່ອຊົດເຊີຍການນໍາເຂົ້າ-ສົ່ງອອກສິນຄ້າ, ການຄົມມະນາຄົມຂົນສົ່ງ, ການພັດທະນາ ແລະ ການຄຸ້ມຄອງແຮ່ທາດ ຊຶ່ງທ່ານໃຫ້ຮູ້ວ່າ: ການນໍາແຂວງ ໄດ້ເປັນເຈົ້າການແຕ່ຫົວທີຊີ້ນໍາການຜັນຂະຫຍາຍ-ເຜີຍແຜ່ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດບັນດາມະຕິຕ່າງໆ ແລະ ສອງວາລະແຫ່ງຊາດຢ່າງເປັນເຈົ້າການ. ພ້ອມນີ້ຄະນະປະຈໍາພັກແຂວງ, ອົງການປົກຄອງແຂວງໄດ້ອອກເປັນມະຕິຕົກລົງ ແລະ ຂໍ້ຕົກລົງຂອງທ້ອງຖິ່ນ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບ ແລະ ມອບໝາຍໃຫ້ບັນດາຂະແໜງການ ແລະ 4 ເມືອງ ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຕົວຈິງໃນແຕ່ລະໜ້າວຽກຄື: ໄດ້ສຸມໃສ່ການຜະລິດ ເພື່ອທົດແທນການນໍາເຂົ້າ, ໂດຍໄດ້ສົ່ງເສີມ, ດຶງດູດທຸລະກິດເອກະຊົນ ລົງທຶນສ້າງຟາມໄຂ່ 3 ແຫ່ງ, ຟາມໝູ 3 ແຫ່ງ, ຊຶ່ງສາມາດສະໜອງໄຂ່ ແລະ ຊີ້ນໝູ ໃຫ້ຕະຫຼາດພາຍໃນແຂວງ ພຽງພໍກັບຄວາມຕ້ອງການ; ພ້ອມນີ້ ກໍໄດ້ຜະລິດພືດຜັກ (ຊຶ່ງເປັນທ່າແຮງ ແລະ ມູນເຊື້ອຂອງປະຊາຊົນເມືອງທ່າແຕງ) ສົ່ງອອກຂາຍພານໃນ ແລະ ຕ່າງປະເທດຈຳນວນໜຶ່ງ; ການນໍາເຂົ້າ-ສົ່ງອອກ ເຫັນວ່າມີລັກສະນະກ້າວກະໂດດ ເປັນຕົ້ນ: ການສົ່ງອອກຫຼາຍກວ່າການນໍາເຂົ້າ, ແມ່ນການສົ່ງອອກກະແສໄຟຟ້າ, ແປ້ງມັນຕົ້ນ, ມັນຕົ້ນແຫ້ງ, ຢາງພາລາ, ກາເຟ, ຜະລິດຕະພັນໄມ້, ຖ່ານຫີນ ແລະ ສິນຄ້າ ອື່ນໆ.

ການຂຸດຄົ້ນລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ແມ່ນໄດ້ສຸມໃສ່ການຈັດເກັບລາຍຮັບ ຕາມຖານທີ່ສູນກາງໄດ້ມອບໃຫ້ແຂວງ ຄົບຖ້ວນ, ການປະຕິບັດລາຍຮັບ 9 ເດືອນ ປີ 2024 ລວມພູດສູນກາງ ແລະ ທ້ອງຖິ່ນ 298,426 ຕື້ກີບ ເທົ່າກັບ 134%. ໃນນັ້ນ, ພູດສູນກາງ 92,202 ຕື້ກີບ, ເທົ່າກັບ 120%, ພູດທ້ອງຖິ່ນ 398,939 ຕື້ກີບ ເທົາກັບ 140%; ໄດ້ເອົາໃຈໃສ່ແຕ່ຫົວທີໃນການແກ້ໄຂບັນດາຮ້ານແລກປ່ຽນເງິນຕາໃນທົ່ວແຂວງ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ, ຊຶ່ງມາຮອດປັດຈຸບັນທົ່ວແຂວງ ບໍ່ມີຮ້ານແລກປ່ຽນເງິນຕາ, ມີແຕ່ໄປແລກປ່ຽນນໍາທະນາຄານທຸລະກິດເທົ່ານັ້ນ.

ໂອກາດນີ້, ຄະນະທີມງານຮັບຜິດຂອບ 116/ລບ ໄດ້ເຜີຍແຜ່ນິຕິກຳຕ່າງໆ ຂອງຄະນະ 116/ນຍ, ມະຕິ 04/ກມສພ, 05/ລບ, 19/ກມສພ ແລະ ແຜນວຽກຈຸດສຸມ 4 ເດືອນທ້າຍປີ 2024 ຕື່ມອີກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ