ໂຮງໝໍແຂວງສະຫວັນນະເຂດ ຂະຫຍາຍລະບົບສະໜອງອົກຊີແຊນເພື່ອກອບກູ້ຊີວິດຄົນເຈັບ

ໂຮງໝໍແຂວງສະຫວັນນະເຂດ ຂະຫຍາຍລະບົບສະໜອງອົກຊີແຊນເພື່ອກອບກູ້ຊີວິດຄົນເຈັບ
ໂຮງໝໍແຂວງສະຫວັນນະເຂດ ໄດ້ຂະຫຍາຍລະບົບສະໜອງອົກຊີແຊນເພື່ອກອບກູ້ຊີວິດຄົນເຈັບ ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ສະຫະລັດອາເມຣິກາ(USAID)ແລະ ອົງການອະນາໄມໂລກ (WHO).
ພິທີມອບ-ຮັບ ເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ ຜ່ານມາທີ່ໂຮງໝໍດັ່ງກ່າວ, ລະບົບທໍ່ສົ່ງອົກຊີແຊນ ເພື່ອກອບກູ້ຊີວິດຄົນເຈັບໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ ຊຶ່ງອົກຊີແຊນທາງດ້ານການແພດ ຈະສາມາດເຂົ້າເຖິງຄົນເຈັບຢູ່ໂຮງໝໍແຂວງສະຫວັນນະເຂດໄດ້ຫຼາຍກວ່າທີ່ຜ່ານມາ. ການຕິດຕັ້ງລະບົບທໍ່ສົ່ງອົກຊີແຊນ ທີ່ໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ສະຫະລັດອາເມຣິກາ (USAID) ແລະຈັດຕັ້ງໂດຍອົງການອະນາໄມໂລກ (WHO) ຈະສາມາດຊ່ວຍຊີວິດຄົນໄດ້ໂດຍກົງ, ຢ່າງຕໍ່ເນື່ອງ ແລະວ່ອງໄວ ສຳລັບຄົນເຈັບທີ່ມີຄວາມສ່ຽງສູງ ໃນໜ່ວຍງານທີ່ມີຄົນເຈັບໜັກເປັນຕົ້ນ ຫ້ອງສຸກເສີນ, ຫ້ອງຟື້ນຟູຊີບ (ICU), ຫ້ອງຜ່າຕັດ ແລະຫ້ອງເດັກແດງ.
ລະບົບທໍ່ສົ່ງອົກຊີແຊນດັ່ງກ່າວ ແມ່ນມີມູນຄ່າເກືອບ 2,5 ຕື້ກີບ  (120.000 ໂດລາ) ຊຶ່ງປະກອບມີລະບົບການແຈກຢາຍອົກຊີແຊນຄົບວົງຈອນ, ລະບົບທໍ່ສົ່ງທີ່ມີຄວາມຍາວຫຼາຍກວ່າ 300 ແມັດ ຊຶ່ງມີຄວາມສາມາດໃນການອະເຊື້ອ, ມີໜ່ວຍຄວບຄຸມສູນກາງ, ລະບົບສຳຮອງ 2 ຊຸດ ແລະຫົວຈ່າຍອົກຊີແຊນ 55 ຈຸດ.ກ່າວມອບໂດຍ ທ່ານ ໄມເຄິລ ຣອນນິ້ງ ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ, ທ່ານ ບັກໂຄເດຍ ເບີຄະນ໋ອບຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ທ່ານ ນາງ  ຢິງ-ຣູ ແຈັກກະລິນ ໂລ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ. ເປັນກຽດກ່າວຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ .
ລະບົບທໍ່ສົ່ງອົກຊີແຊນຖືເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ເຄື່ອງຜະລິດອົກຊີແຊນ ເຄື່ອງທີ 2 ຂອງ ສປປ ລາວ ທີ່ໂຮງໝໍແຂວງສະຫວັນນະເຂດ ໄດ້ເປີດນຳໃຊ້ເມື່ອບໍ່ດົນມານີ້ ໂດຍການສະໜັບສະໜູນຈາກອົງການອະນາໄມໂລກ,  ເຄື່ອງຜະລິດອົກຊີແຊນນີ້ ເຮັດໃຫ້ໂຮງໝໍສາມາດຜະລິດອົກຊີແຊນດ້ວຍຕົນເອງໄດ້ເປັນຄັ້ງທໍາອິດ, ສາມາດຮັບປະກັນແຫຼ່ງທີ່ມາຂອງອົກຊີແຊນ, ຫຼຸດຜ່ອນການເພິ່ງພາການສະໜອງອົກຊີແຊນຈາກພາຍນອກ ແລະຫຼຸດຜ່ອນຄ່າໃຊ້ຈ່າຍອີກດ້ວຍ. ການຊ່ວຍເຫຼືອລະບົບທໍ່ສົ່ງດັ່ງກ່າວ,ເປັນສ່ວນໜຶ່ງຂອງການຊ່ວຍເຫຼືອຮອບດ້ານຈາກອົງການ USAID ຜ່ານອົງການອະນາໄມໂລກ ເພື່ອໃຫ້ ສປປ ລາວ ສາມາດເຂົ້າເຖິງອົກຊີແຊນທາງການແພດ ແລະ ທັງຮັບປະກັນໃຫ້ສະຖານທີ່ບໍລິການປິ່ນປົວພະຍາດໂຄວິດ-19   ຈຳນວນ 23 ແຫ່ງທົ່ວປະເທດ ມີອົກຊີແຊນສຳລັບນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບ ໂດຍການສະໜອງອົກຊີແຊນເຖິງ 206 ລ້ານລິດ ຊຶ່ງບັນຈຸໃສ່ບັ້ງໄວ້ສຳລັບຄົນເຈັບພະຍາດໂຄວິດ-19 ຜູ້ມີຄວາມສ່ຽງສູງ ແລະ ສະໜອງອຸປະກອນອື່ນໆທີ່ຈຳເປັນໃນການເບິ່ງແຍງປິ່ນປົວຄົນເຈັບພະຍາດໂຄວິດ-19 ໃນໄລຍະທີ່ມີການແຜ່ລະບາດ ແລະອື່ນໆ.
ທ່ານ  ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດໃຫ້ຮູ້ວ່າ: ຜ່ານມາໂຮງໝໍແຂວງສະຫວັນນະເຂດໄດ້ຮັບການສະໜອງອົກຊີແຊນທີ່ຜ່ານການຈັດຊື້ຮ່ວມກັນຂອງກົມອາຫານ ແລະຢາ, ຖັງລະ 64.200 ກີບ, ນອກນັ້ນຍັງມີເຄື່ອງກັ່ນຕອງອົກຊີແຊນແບບເຄື່ອນໄປທີ່ບາງຕຶກ/ໜ່ວຍງານ ຊ່ວຍໃນການສະໜອງອົກຊີແຊນໄດ້ປະມານ1-2%ຂອງຈຳນວນຕ້ອງການທັງໝົດ ເທົ່ານັ້ນ. ໃນປີ 2023 ປະລິມານການນຳໃຊ້ອົກຊີແຊນຢູ່ໂຮງໝໍແຂວງສະຫວັນນະເຂດ ໂດຍສະເລ່ຍປະມານ 1.400 ຖັງ ຫຼືປະມານ 8,4 ລ້ານລິດຕໍ່ເດືອນ ຫຼື 280.000 ລິດຕໍ່ວັນ ຄິດເປັນມູນຄ່າໃນການຈັດຊື້ປະມານ 90 ລ້ານກີບຕໍ່ເດືອນ. ໂດຍເຫັນໄດ້ຄວາມສຳຄັນຂອງອົກຊີແຊນເຂົ້າໃນການປິ່ນປົວ ພ້ອມທັງເພື່ອໃຫ້ການສະໜອງອົກຊີແຊນ ໃຫ້ແກ່ຄົນເຈັບໄດ້ຢ່າງຕໍ່ເນື່ອງ, ມີຄວາມປອດໄພແລະຍືນຍົງ,ອົງການອະນາໄມໂລກປະຈຳ ສປປ ລາວໄດ້ສະໜັບສະໜູນເຄື່ອງຜະລິດ ແລະບັນຈຸອົກຊີແຊນໃຫ້ແກ່ແຂວງສະຫວັນນະເຂດ ຈຳນວນ 1 ເຄື່ອງທີ່ມີກຳລັງການຜະລິດສູງເຖິງ21,8 m2 ຕໍ່ຊົ່ວໂມງ ຫຼື 21.800 ລິດຕໍ່ຊົ່ວໂມງ,ດ້ວຍຄວາມບໍລິສຸດຂອງອົກຊີແຊນ ຊຶ່ງເຄື່ອງດັ່ງກ່າວໄດ້ເລີ່ມນຳໃຊ້ໃນເດືອນກຸມພາ 2023.
ທ່ານ  ຈັນທະລາ ພາມີສິດ ຜູ້ອໍານວຍການໂຮງໝໍແຂວງສະຫວັນນະເຂດ ກ່າວວ່າ: ການຂະຫຍາຍລະບົບອົກຊີແຊນໃນຄັ້ງນີ້ ຖືເປັນການປ່ຽນແປງອັນສຳຄັນ ຊຶ່ງກ່ອນໜ້ານີ້, ການສະໜອງອົກຊີແຊນໃຫ້ຄົນເຈັບ ແມ່ນເຮົາຕ້ອງໄດ້ເຄື່ອນຍ້າຍບັ້ງອົກຊີແຊນໄປແຕ່ລະໜ່ວຍງານຂອງໂຮງໝໍ ຕ້ອງໃຊ້ເວລາ  ແລະ ພະນັກງານ. ແຕ່ປັດຈຸບັນນີ້, ຄົນເຈັບທີ່ມີຄວາມສ່ຽງສູງສາມາດຮັບອົກຊີແຊນທີ່ເຂົາເຈົ້າຕ້ອງການໄດ້ທັນທີ, ສາມາດກອບກູ້ຊີວິດ ແລະເປັນການຊ່ວຍເພີ່ມໂອກາດໃຫ້ຄົນເຈັບຟື້ນຕົວໄວຂຶ້ນ.
ຂ່າວ-ພາບ:ສະຫວັນນະເຂດ

ຄໍາເຫັນ

ຂ່າວສາທະລະນະສຸກ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ໃນວັນທີ 11 ພະຈິກນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຮັດວຽກຮ່ວມກັບພະແນກສາທາລະນະສຸກແຂວງເຊກອງ ເພື່ອຕິດຕາມ ແລະ ເກັບກຳບັນຫາສະພາບການຕ່າງໆຂອງວຽກງານສາທາລະນະສຸກແຂວງ, ໂດຍທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ ໃຫ້ການຕ້ອນຮັບ.
ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ກອງປະຊຸມຄະນະກຳມະການດ້ານໂພຊະນາການ ປະຈໍາ 9 ເດືອນ 2025 ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການດ້ານໂພຊະນາການຂັ້ນແຂວງ.
50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນຄວາມພ້ອມ ໃນການບໍລິການສຸຂະພາບ ໂດຍຈັດຕັ້ງທີມແພດ ພະຍາບານແຕ່ລະພະແນກການ ແລະ ຈັດຫາອຸປະກອນການແພດ ທີມລົດການແພດ ໃຫ້ມີຄວາມພ້ອມສູງ ເພື່ອຕອບໂຕ້ ແລະ ແກ້ໄຂບັນຫາເຫດການດ່ວນ, ສຸກເສີນກະທັນຫັນທີ່ອາດມີຂຶ້ນ, ພິເສດໂຮງໝໍມິດຕະພາບ ຍັງໄດ້ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ໂດຍການຈັດກວດພະຍາດ, ຈັດງານຊຸມນຸມສົ່ງເສີມສຸຂະພາບໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ປ້ອງກັນ ພະຍາດເສັ້ນເລືອດສະໝອງຕີບ-ແຕກ ລວມທັງການອອກແຮງງານລວມ, ປັບປຸງສະຖານທີ່ຕຶກອາຄານ ໃຫ້ມີຄວາມສະອາດຈົບງາມ. ນອກນັ້ນ, ຍັງສົ່ງແພດໝໍສະມາຊິກພັກຈໍານວນໜຶ່ງເຂົ້າຮ່ວມປະກອບສ່ວນການຝຶກຊ້ອມສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງ.
ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ວັນທີ 26 ຕຸລາຜ່ານມານີ້ ທີ່ຂະແໜງປິ່ນປົວຕາ ໂຮງໝໍແຂວງຫຼວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ແຂກຮັບເຊີນ ພ້ອມດ້ວຍປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານດ້ານຫົວໃຈ ຂອງທີມແພດຊ່ວຍເຫຼືອແຂວງຫຼວງພະບາງ ຈາກ ສປ ຈີນ, ທີມງານຫົວໃຈຂອງໂຮງໝໍແຂວງຫຼວງພະບາງ ໄດ້ປະຕິບັດຜ່າຕັດ PCI ດ້ານສຸກເສີນຄັ້ງທຳອິດ ຂອງແຂວງ ໂດຍຊ່ວຍຊີວິດຜູ້ປ່ວຍໂລກຫົວໃຈ ຮ້າຍແຮງໄວ້ໄດ້. ເປັນການສ້າງມາດຖານເຕັກນິກໃໝ່ ໃນການປິ່ນປົວໂລກຫົວໃຈຮ້າຍແຮງ ໃນແຂວງຫຼວງພະບາງ ແລະ ພາກເໜືອຂອງລາວ.
ເພີ່ມເຕີມ