ພິທີເປີດໜ່ວຍບໍລິການສົ່ງເສີມສຸຂະພາບ Wellness center

ໂຮງໝໍໍຫຼັກໄຊ ເປີດໜ່ວຍບໍລິການສົ່ງເສີມສຸຂະພາບ Wellness center

ໂຮງໝໍໍຫຼັກໄຊ ເປີດໜ່ວຍບໍລິການສົ່ງເສີມສຸຂະພາບ Wellness center
ວັນທີ 10 ສິງຫາ ຜ່ານມາ ທີ ໂຮງໝໍຫຼັກໄຊ ໄດ້ຈັດພິທີເປີດໜ່ວຍບໍລິການສົ່ງເສີມສຸຂະພາບ Wellness center ຄື ສູນສຸຂະພາບອົງລວມ, ໂດຍມີ ທ່ານ ບຸນກອງ ສີຫາວົງ ຮອງປະທານສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ອະດີດ ລັດຖະມົນຕີ ກະຊວງ ສາທາລະນະສຸກ,​ ທ່ານ ບຸນມີ ສົມສະໝຸດ

 ຫົວໜ້າ ອຳນວຍການໂຮງໝໍຫຼັກໄຊ ພ້ອມດ້ວຍ ພະນັກງານແພດ ໝໍ ເຂົ້າຮ່ວມ. ຈຸດປະສົງການເປີດໜ່ວຍບໍລິການສົ່ງເສີມສຸຂະພາບສູນ Wellness center ຄືສູນສຸຂະພາບອົງລວມ ຢູ່ ໂຮງໝໍຫຼັກໄຊ ເພື່ອສົ່ງເສີມສຸຂະພາບປະຊາຊົນລາວ ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ປະເທດ ສປປ ລາວ ທຸກເພດທຸກໄວ ໃຫ້ມີສຸຂະພາບທີ່ດີທີ່ສຸດ.

ຜ່ານມາໂຮງໝໍຫຼັກໄຊ ໄດ້ໃຫ້ການບໍລິການປະຊາຊົນລາວ ແລະ ຊາວຕ່າງປະເທດທີ່ອາໄສໃນປະເທດລາວເຮົາເຊັ່ນ: ໃຫ້ບໍລິການ ບົ່ງມະຕິ ປິ່ນປົວພະຍາດ ປ້ອງກັນ ເພື່ອບໍ່ໃຫ້ ເກີດອາການສົນ ລຸກລາມໄປຫາອະໄວຍະວະອື່ນຂອງຮ່າງກາຍ ແລະ ເພື່ອ ຟື້ນຟູໜ້າທີ່ການທີ່ ສູນເສຍໄປໃຫ້ກັບມາສູ່ຄວາມປົກກະຕິ ຫຼື ໃກ້ຄຽງ ກັບປົກະຕິ ແຕ່ການໃຫ້ບໍລິການ ດັ່ງກ່າວມານັ້ນມີຜູ້ປ່ວຍພຽງ 20-30% ໃນ 100% ຂອງປະຊາກອນ ; ປະຊາກອນອີກຈໍານວນ 70-80% ໃນສັງຄົມທີ່ຍັງມີສຸຂະພາບແຂງແຮງ ຫຼື ກໍາລັງຈະກ້າວເປັນພະຍາດ ທີ່ຍັງບໍ່ໄດ້ເຂົ້າເຖິງການປ້ອງກັນດູແລສຸຂະພາບຢ່າງຖືກວິທີ. ອີກດ້ານໜຶ່ງໂຮງໝໍຫຼັກໄຊເປີດສູນສົ່ງເສີມສຸຂະພາບ (wellness center) ຄັ້ງນີ້: ເພື່ອເນັ້ນໃສ່ກຸ່ມປະຊາກອນ 70-80% ທີ່ຍັງບໍ່ທັນມີບັນຫາດ້ານສຸຂະພາບຫຼື ຜູ້ທີ່ກຳລັງທີ່ ກຳລັງຈະເປັນພະຍາດເຂົ້າມາໃຊ້ບໍລິການ ກວດສຸຂະພາບປະຈຳປີເຊັ່ນ: ການກວດຄວາມສົມດູນຂອງຮໍໂມນ, ການກວດວິຕາມິນ, ກວດສານອາຫານຕ່າງໆໃນຮ່າງກາຍ, ກວດຫາສານໂລຫາໜັກທີ່ຕົກ ຄ້າງໃນຮ່າງກາຍ ແລະ ກວດເຊວຜິດປົກກະຕິທີ່ຮ້າຍແຮງຂອງ ຮ່າງກາຍ; ຫຼັງຜ່ານການກວດເຊັກສຸຂະພາບແລ້ວ ທີມແພດຜູ້ຊ່ຽວຊານກັບຄົນໄຂ້ຈະວາງແຜນຮ່ວມກັນໃນການປິ່ນປົວໂດຍການໃຫ້ໂພຊະນາການ ການປັບປ່ຽນພຶດຕິກຳ ການກິນອາຫານທີ່ມີຄຸນນະພາບຕໍ່ຮ່າງກາຍ, ການອອກກໍາລັງກາຍ ຫຼື ວາງແຜນດ້ວຍການກິນວິຕາມິນແບບເປັນເມັດ ຫຼື ວິຕາມິນແບບສັກ ເຂົ້າທາງສາຍນໍ້າເກືອ ການໃຫ້ເຊວບຳບັດ (stem cell). ໃນການປິ່ນປົວ ໃນໄວໆນີ້

ທ່ານຫົວໜ້າ ອຳນວນການ ຍັງໄດ້ຮຽກຮອງໃຫ້ທຸກຊັ້ນຄົນ ຫັນມາໃສ່ໃຈ ແລະ ຫັນມາເບິ່ງແຍງ ດູແລສຸຂະພາບຕົນເອງ ເລີ່ມແຕ່ ໄວໜຸ່ມ ເພື່ອສຸຂະພາບທີ່ດີຂອງຕົນເອງ.

(ຂ່າວ: ຕຸໄລເພັດ ຂໍ້ມູນໂຮງໝໍຫຼັກໄຊ)

ຄໍາເຫັນ

ຂ່າວສາທະລະນະສຸກ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນຄວາມພ້ອມ ໃນການບໍລິການສຸຂະພາບ ໂດຍຈັດຕັ້ງທີມແພດ ພະຍາບານແຕ່ລະພະແນກການ ແລະ ຈັດຫາອຸປະກອນການແພດ ທີມລົດການແພດ ໃຫ້ມີຄວາມພ້ອມສູງ ເພື່ອຕອບໂຕ້ ແລະ ແກ້ໄຂບັນຫາເຫດການດ່ວນ, ສຸກເສີນກະທັນຫັນທີ່ອາດມີຂຶ້ນ, ພິເສດໂຮງໝໍມິດຕະພາບ ຍັງໄດ້ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ໂດຍການຈັດກວດພະຍາດ, ຈັດງານຊຸມນຸມສົ່ງເສີມສຸຂະພາບໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ປ້ອງກັນ ພະຍາດເສັ້ນເລືອດສະໝອງຕີບ-ແຕກ ລວມທັງການອອກແຮງງານລວມ, ປັບປຸງສະຖານທີ່ຕຶກອາຄານ ໃຫ້ມີຄວາມສະອາດຈົບງາມ. ນອກນັ້ນ, ຍັງສົ່ງແພດໝໍສະມາຊິກພັກຈໍານວນໜຶ່ງເຂົ້າຮ່ວມປະກອບສ່ວນການຝຶກຊ້ອມສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງ.
ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ວັນທີ 26 ຕຸລາຜ່ານມານີ້ ທີ່ຂະແໜງປິ່ນປົວຕາ ໂຮງໝໍແຂວງຫຼວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ແຂກຮັບເຊີນ ພ້ອມດ້ວຍປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານດ້ານຫົວໃຈ ຂອງທີມແພດຊ່ວຍເຫຼືອແຂວງຫຼວງພະບາງ ຈາກ ສປ ຈີນ, ທີມງານຫົວໃຈຂອງໂຮງໝໍແຂວງຫຼວງພະບາງ ໄດ້ປະຕິບັດຜ່າຕັດ PCI ດ້ານສຸກເສີນຄັ້ງທຳອິດ ຂອງແຂວງ ໂດຍຊ່ວຍຊີວິດຜູ້ປ່ວຍໂລກຫົວໃຈ ຮ້າຍແຮງໄວ້ໄດ້. ເປັນການສ້າງມາດຖານເຕັກນິກໃໝ່ ໃນການປິ່ນປົວໂລກຫົວໃຈຮ້າຍແຮງ ໃນແຂວງຫຼວງພະບາງ ແລະ ພາກເໜືອຂອງລາວ.
ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສາຍຕາໂລກ ຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ເພື່ອເຮັດໃຫ້ທຸກຄົນໄດ້ຄໍານຶງເຖິງ ສາຍຕາແມ່ນມີຄວາມສໍາຄັນທີ່ສຸດ, ສາຍຕາເປັນສິ່ງທີ່ປະເສີດ ແລະ ຈົ່ງຮ່ວມກັນຮັກສາສຸຂະພາບຕາຂອງທ່ານ ແລະ ເດັກນ້ອຍ ຊຶ່ງປີນີ້ມີຄໍາຂວັນທີ່ວ່າ: ຮັກສາສຸຂະພາບຕາຂອງທ່ານ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນ ແມ່ຍິງລາວ, ຫ້ອງການສາທາລະນະສຸກ, ກົມ, ສູນ ອ້ອມຂ້າງກະຊວງອົງການຈັດຕັ້ງສາກົນ ແລະ ປະຊາຊົນເຂົ້າຮ່ວມ.
ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ວັນທີ 22 ຕຸລາຜ່ານມາ ທີ່ໂຮງໝໍຈີນ-ຫຼວງພະບາງ ນະຄອນ ຫຼວງພະບາງ ໄດ້ມີພິທີເປີດ ໂຄງການປະສານໃຈຢູນນານ ຊ່ວຍເຫຼືອຜູ້ສູງອາຍຸ ແລະ ຄົນພິການ ໃນທົ່ວແຂວງຫຼວງພະບາງ, ມີທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງຫຼວງພະບາງ, ທ່ານ ຈາງ ເສີພິງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ພ້ອມດ້ວຍແຂກຮັບເຊີນ, ຜູ້ສູງອາຍຸ ແລະ ຜູ້ພິການ ເຂົ້າຮ່ວມ.
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນພະຍາດທີ່ອັນຕະລາຍຮ້າຍແຮງເກີດຈາກພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາພັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດຄໍຕີບຕາມເກນອາຍຸ ຕາມຕາຕະລາງຂອງວັກຊິນແຫ່ງຊາດໄດ້ກໍານົດໄວ້.
ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ ພາຍໃຕ້ຫົວຂໍ້ ຂ້ອຍຄືເດັກຍິງ ການຫັນ ປ່ຽນສູ່ຄວາມເປັນຜູ້ນໍາ ເດັກຍິງຄືຜູ້ຢູ່ແຖວໜ້າໃນຍາມວິກິດ ແລະ ພິທີສະເຫຼີມສະຫຼອງວັນຄຸມກໍາເນີດໂລກປະຈຳປີ 2025 ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ ຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແອນເອເທີວຽນ ວາລາດສ ເອກອັກຄະລັດຖະທູດກູບາປະຈຳລາວ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 2 ກັນຍານີ້, ທີ່ແຂວງເຊກອງ, ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດໃຫ້ແກ່ອົງການກາແດງແຂວງເຊກອງ, ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.
ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ບໍລິຈາກເລືອດສະຫຼອງວັນສ້າງຕັ້ງ ສນຊ

ກິດຈະກຳບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສູນກາງແນວລາວສ້າງຊາດ (ສນຊ) ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ທີ່ສູນການຄ້າລາວໄອເຕັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ