ໃນວັນທີ 7 ພະຈິກ ນີ້ ທີ່ໂຮງໝໍມິດຕະພາບ ໄດ້ຈັດພິທີເຊັນສັນຍາຮ່ວມມືວ່າດ້ວຍການບໍລິການທາງການແພດ ແລະ ປິ່ນປົວສຸຂະພາບ ລະຫວ່າງ ໂຮງໝໍມິດຕະພາບ ແລະ ບໍລິສັດ ທິບພະຍະປະກັນໄພ.
ຮ່ວມລົງນາມໃນຄັ້ງນີ້ໂດຍ ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ດັດຊະນີ ສຣີອະນັນຮັກສາ ຜູ້ອຳນວຍການ ບໍລິສັດ ທິບພະຍະປະກັນໄພ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.
ການເຊັນສັນຍາຮ່ວມມື ໃນຄັ້ງນີ້ແມ່ນເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການບໍລິການລູກຄ້າຂອງບໍລິສັດປະກັນໄພ ມາຮັບບໍລິການປິ່ນປົວໃນເວລາເຈັບເປັນຕ່າງໆ ຕາມເງື່ອນໄຂຂອງບໍລິສັດ ແລະ ວົງເງິນຂອງຄົນເຈັບແຕ່ລະຄົນ ແລະ ກໍຍັງເປັນການແລກປ່ຽນການຮ່ວມມືກັບບໍລິສັດ ທີ່ມີຄວາມສົນໃຈເປັນເຄືອຂ່າຍກັບໂຮງໝໍມິດຕະພາບ ຊຶ່ງໂຮງໝໍມິດຕະພາບແມ່ນເປັນໂຮງໝໍສູນກາງປິ່ນປົວທົ່ວໄປ ມີຫຼາຍຂະແໜງການເຊັ່ນ: ລະບົບປະສາດ, ພາຍໃນທົ່ວໄປ, ຊຶມເຊື້ອ, ປະສູດ-ພະຍາດຍິງ-ແມ່ ແລະ ເດັກ, ຜ່າຕັດທົ່ວໄປ, ຫູ-ດັງ-ຄໍ-ຕາ ແລະ ຄາງໜ້າ, ທັນຕະກຳ, ຟື້ນຟູຊີບ, ກວດເຂດນອກ, ສຸກເສີນ, ກາຍຍະບຳບັດ, ວິເຄາະ, ລັງສີ-ສູນສາຍແສງ ແລະ ກໍຍັງມີວຽກທີ່ເປັນບຸລິມະສິດໃນການລົງເລິກຊ່ຽວຊານໃນລະດັບສູງຂອງ ສປປ ລາວ ເປັນຕົ້ນແມ່ນຂະແໜງກະທົບ-ຜ່າຕັດກະດູກ, ຜ່າຕັດສະໝອງ-ສັນຫຼັງ, ໄຂ່ຫຼັງທຽມ (ຟອກເລືອດ), ການແພດພື້ນເມືອງ ແລະ ສູນມະເຮັງ ອີກດ້ວຍ.
ຜ່ານມາໂຮງໝໍມິດຕະພາບໄດ້ມີການເຊັນສັນຍາຮ່ວມມືການບໍລິການທາງການແພດ ແລະ ປິ່ນປົວສຸຂະພາບ ດັ່ງນີ້: ບໍລິສັດ ໂຊກໄຊ ປະກັນໄພ, ບໍລິສັດ ພົງສະຫວັນ (ເອພີເອ), ບໍລິສັດ ວຽງຈັນປະກັນໄພ, ບໍລິສັດເທບຈະເລີນ ປະກັນໄພ ຈຳກັດ, ພາກສ່ວນກູ້ໄພມູນນິທິຈີນ 1628 ແລະ ພາກສ່ວນມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະແມ່ນ ນັກສຶກສາຕ່າງປະເທດ.
ຂ່າວ-ພາບ: ຕຸໄລເພັດ
ຄໍາເຫັນ