ໂຮງໝໍມິດຕະພາບເຜີຍແຜ່ ເຊື່ອມຊຶມເອກະສານສໍາຄັນຂອງພັກ-ຂອງຊາດ

ໂຮງໝໍມິດຕະພາບເຜີຍແຜ່ ເຊື່ອມຊຶມເອກະສານສໍາຄັນຂອງພັກ-ຂອງຊາດ
ໃນວັນທີ 14 ທັນວາ ນີ້ ທີ່ໂຮງໝໍມິດຕະພາບໄດ້ຈັດພິທີເຜີຍແຜ່ 4 ເອກະສານວັນສໍາຄັນຂອງພັກ-ຂອງຊາດຄື: 1. ມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 7 ສະໄໝທີ XI ສູນກາງພັກ,2. ເອກະສານ ວຽກງານການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ - ພະນັກງານຫຼັກແຫຼ່ງ ເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,3.ສະເຫຼີມສະຫຼອງວັນເກີດຂອງທ່ານປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, 4. ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນເກີດຂອງທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.ໃຫ້ກຽດເປັນປະທານໃນຄັ້ງນີ້ໂດຍ ທ່ານ  ສອນໄຊ ລາດຊະວົງ ກໍາມະການຄະນະພັກກະຊວງເລຂາຄະນະພັກຮາກຖານຜູ້ອໍານວຍການໂຮງໝໍມິດຕະພາບ, ໂດຍມີບັນດາຄະນະອໍານວຍການໂຮງໝໍ, ຄະນະພະແນກ, ທ່ານໝໍ, ພະຍາບານເຂົ້າຮ່ວມຢ່າງພ້ອມພຽງ.
ການເຜີຍແຜ່ເອກະສານຕ່າງໆໃນຄັ້ງນີ້ເຮັດໃຫ້ພະນັກງານ-ລັດຖະກອນພາຍໃນໂຮງໝໍ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໃນວຽກງານການເມືອງ-ແນວຄິດ, ມູນເຊື້ອປະຫວັດສາດວັນສໍາຄັນຕ່າງໆຂອງຊາດ, ຮັບຮູ້ເຖິງການດໍາລົງຊີວິດ ແລະ ແບບແຜນວິທີເຮັດວຽກຂອງທ່ານປະທານ ໄກສອນ ພົມວິຫານ ແລະ ທ່ານປະທານ ຄໍາໄຕ ສີພັນດອນ ໃຫ້ເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ພະນັກງານສະມາຊິກພັກ ແລະ ພະນັກງານໃນຍຸກໃໝ່ເພື່ອນໍາໄປປະຕິບັດ.
(ຂ່າວ-ພາບ:ຕຸໄລເພັດ)

ຄໍາເຫັນ

ຂ່າວສາທະລະນະສຸກ

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15

ມອບ-ຮັບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15

ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຮ່ວມກັບອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ສະຫະລັດອາເມຣິກາ ແລະ ອົງການອະນາໄມໂລກໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໃຫ້ນັກສຶກສາຜູ້ທີ່ສໍາເລັດຊຸດອົບຮົມລະບາດວິທະຍາພາກສະໜາມຮຸ່ນທີ 15ຂຶ້ນຢ່າງເປັນທາງການໃນວັນທີ 10 ເມສານີ້
ການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ

ການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ

ກອງປະຊຸມລາຍງານຜົນຂອງການປະເມີນຮ່ວມພາຍນອກກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ (JEE) ຄັ້ງທີ II ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ
ໃຫ້ຄວາມຮູ້ການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

ໃຫ້ຄວາມຮູ້ການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

ໃນລະຫ່ວາງວັນທີ17-19 ມີນານີ້, ອົງການກາແດງແຫ່ງຊາດລາວໄດ້ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ (Community Early Warning Training) ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດຂອງອົງການກາແດງແຂວງໃນທົ່ວປະເທດຂຶ້ນ,
ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ 10 ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳປີ 2024

ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ 10 ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳປີ 2024

ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ 10 ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 18 ມີນານີ້ ທີ່ນະຄອນຫຼວງວຽງຈັນໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ບຸນແຝງ ພູມມະໄລສິດ
ເຊັນບົດບັນທຶກຄວາມເຂົ້າໃຈການເຊື່ອມສານລະບົບຖານຂໍ້ມູນການພົ້ນທຸກ ແລະ ພັດທະນາ ເຂົ້າກັບລະບົບຂໍ້ມູນປະຊາກອນທີ່ເກີດສິດໃນການໃຊ້ບໍລິການສາທາລະນະສຸກ

ເຊັນບົດບັນທຶກຄວາມເຂົ້າໃຈການເຊື່ອມສານລະບົບຖານຂໍ້ມູນການພົ້ນທຸກ ແລະ ພັດທະນາ ເຂົ້າກັບລະບົບຂໍ້ມູນປະຊາກອນທີ່ເກີດສິດໃນການໃຊ້ບໍລິການສາທາລະນະສຸກ

ໃນວັນທີ 10 ກຸມພາ ນີ້ ທີ່ກະຊວງສາທາລະນະສຸກ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການເຊື່ອມສານລະບົບຖານຂໍ້ມູນການພົ້ນທຸກ ແລະ ພັດທະນາ ເຂົ້າກັບລະບົບຂໍ້ມູນປະຊາກອນທີ່ເກີດສິດ
ສະຫາຍນາງ ດາວດວງຈັນ ບູລົມມະວົງ ໄດ້ຮັບເລືອກເປັນເລຂາໜ່ວຍພັກຫ້ອງການກະຊວງສາທາ

ສະຫາຍນາງ ດາວດວງຈັນ ບູລົມມະວົງ ໄດ້ຮັບເລືອກເປັນເລຂາໜ່ວຍພັກຫ້ອງການກະຊວງສາທາ

ກອງປະຊຸມໃຫຍ່ຄັ້ງທີ X ໜ່ວຍພັກຮາກຖານ ຫ້ອງການກະຊວງສາທາລະນະສຸກໄດ້ຈັດຫວ່າງບໍ່ດົນມານີ້ທີ່ຫ້ອງປະຊຸມໃຫຍ່ກະຊວງສາທາລະນະສຸກໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນແຝງ ພູມມະໄລສິດ
ໂຄງການຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າຍົກລະດັບຄຸນນະພາບຊີວິດໃຫ້ປະຊາຊົນ

ໂຄງການຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າຍົກລະດັບຄຸນນະພາບຊີວິດໃຫ້ປະຊາຊົນ

ໂຮງໝໍມະໂຫສົດ ຮ່ວມກັບມູນນິທິພົງສະຫວັນແລະອົງການA New Vision (ປະເທດສິງກະໂປ)ໄດ້ຈັດພິທີເປີດກິດຈະກໍາໂຄງການຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າຂຶ້ນໃນວັນ4 ກຸມພານີ້ ທີ່ໂຮງໝໍມະໂຫສົດໂດຍການເຂົ້າຮ່ວມຂອງທ່ານບຸນໂຮມ ກັນທະວົງ ຮອງຜູ້ອໍານວຍການໂຮງໝໍມະໂຫສົດ,
ເສີມຂະຫຍາຍມູນເຊື້ອແລະອະນາຄົດຂອງການຜະດຸງຄັນໃນສປປລາວ

ເສີມຂະຫຍາຍມູນເຊື້ອແລະອະນາຄົດຂອງການຜະດຸງຄັນໃນສປປລາວ

ເພື່ອສົ່ງເສີມວິຊາຊີບການຜະດຸງຄັນໃນທົ່ວປະເທດ, ສະມາຄົມຜະດຸງຄັນລາວໄດ້ສ້າງຕັ້ງຂຶ້ນ ໃນປີ2022 ເພື່ອເປັນອົງການຈັດຕັ້ງທີ່ນໍາພາໃນວຽກງານການສົ່ງເສີມແລະກວດກາຊຶ່ງປັດຈຸບັນແມ່ນເປັນຄູ່ຮ່ວມຈັດຕັ້ງປະຕິບັດຂອງອົງການUNFPA. ເພື່ອເປັນສັນຍາລັກຂອງການຟື້ນ
ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ

ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ

ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ພິ​ທິ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU) ລະ​ຫວ່າງ ສະ​ຖາ​ບັນ​ການ​ແພດ ແລະ ການ​ຢາ​ພື້ນ​ເມືອງກະ​ຊວງ​ສະ​ທະ​ລະ​ນະ​ສຸກ ແລະ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ເມືອງ​ຈັນ​ທະ​ບູ​ລີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມັງ​ກອນນີ້
ເພີ່ມເຕີມ