ຮອງນາຍົກລັດຖະມົນຕີເນັ້ນໃຫ້ຂະແໜງ ຖວທ ເອົາໃຈໃສ່ບາງວຽກຕົ້ນຕໍ

ຮອງນາຍົກລັດຖະມົນຕີເນັ້ນໃຫ້ຂະແໜງ ຖວທ ເອົາໃຈໃສ່ບາງວຽກຕົ້ນຕໍ
ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານຂົງເຂດປົກຄອງ ແລະວັດທະນະທໍາ-ສັງຄົມໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ໃນວັນທີ 13 ກຸມພານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຫົວໜ້າກົມ-ຮອງກົມ; ຫົວໜ້າພະແນກ-ຮອງພະແນກຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໃຫ້ຂະແໜງ ຖວທ ເອົາໃຈໃສ່ບາງວຽກຕົ້ນຕໍເປັນຕົ້ນວຽກງານກໍ່ສ້າງພັກ, ວຽກງານການຈັດຕັ້ງ ແລະ ວຽກງານວິຊາສະເພາະ ຊຶ່ງໄດ້ສະເໜີໃຫ້ເອົາໃຈໃສ່ວຽກງານກໍ່ສ້າງພັກຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງໂດຍນຳໃຊ້ຫຼາຍຮູບການ, ວິທີການທີ່ອຸດົມສົມບູນສອດຄ່ອງເໝາະສົມ ເພື່ອໂຄສະນາເຜີຍແຜ່, ສຶກສາອົບຮົມພະນັກງານ, ສະມາຊິກພັກໃຫ້ຮັບຮູ້, ເຂົ້າໃຈ, ກຳແໜ້ນເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ. ບົນພື້ນຖານເປັນເຈົ້າການຜັນຂະຫຍາຍ ແລະ ກຳນົດໜ້າທີ່ການເມືອງຂອງພັກແຕ່ລະຂັ້ນ) ແລະ ແຕ່ລະສະຫາຍຢ່າງຖືກຕ້ອງ ແລະ ຕັດສິນໃຈເດັດດ່ຽວປະຕິບັດໃຫ້ປະກົດຜົົນເປັນຈິງ; ເປັນເຈົ້າການກໍ່ສ້າງພັກທາງດ້ານແນວຄິດ, ສຳຄັນກວ່າໝູ່ແມ່ນໃຫ້ເອົາໃຈໃສ່ປັບປຸງຍົກລະດັບທິດສະດີການເມືອງ-ການປົກຄອງ, ໂດຍສະເພາະແມ່ນທິດສະດີມາກ-ເລນິນ, ທິດສະດີທີ່ກ້າວໜ້າອື່ນໆ, ທິດສະດີການເມືອງ ແລະ ມູນເຊື້ອຂອງພັກເຮົາ, ແນວຄິດໄກສອນ ພົມວິຫານ ແລະ ບົດຮຽນທີ່ດີຂອງປະເທດເພື່ອນມິດ ດ້ວຍຮູບການຈັດຕັ້ງຝຶກອົບຮົມ ຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ ທັງປັບປຸງຍົກສູງຄວາມເຊື່ອໝັ້ນຢ່າງຕາຍໃຈ ຄວາມເປັນເອກະພາບສູງກັບແນວທາງ, ທິດທາງທີ່ພັກ, ລັດວາງອອກ, ບົນພື້ນຖານສ້າງຄວາມຕັດສິນໃຈເດັດດ່ຽວຈັດຕັ້ງໃຫ້ເກີດເປັນຈິງ; ຍູ້ແຮງຄວາມຕື່ນຕົວເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງຂອງສະມາຊິກພັກດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້-ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ; ເອົາໃຈໃສ່ຈົດຈໍ່ຕໍ່ການກໍ່ສ້າງພັກທາງດ້ານການຈັດຕັ້ງ. ໃນນັ້ນ, ອັນເປັນກົກແມ່ນປະຕິບັດເຂັ້ມງວດ 5 ຫຼັກການ 3 ທິດນຳແຫ່ງການຈັດຕັ້ງຂອງພັກ(ໂດຍເລີ່ມຈາກຄະນະພັກ, ຄະນະປະຈຳເປັນກົກ); ຕັ້ງໜ້າປັບປຸງແບບແຜນນຳພາຂອງອົງຄະນະພັກ ເປັນຕົ້ນ ພັກນຳພາດ້ວຍແນວທາງ ແລະ ລະບຽບກົດໝາຍຕິດພັນກັບການຂະຫຍາຍຄວາມເປັນແບບຢ່າງນຳໜ້າຂອງພັກເປັນຕົ້ນປະຕິບັດແນວທາງ, ແບບຢ່າງໃນການປະຕິບັດລະບຽບກົດໝາຍ; ການປ່ຽນແປງແກ້ໄຂຂໍ້ຂາດຕົກບົກພ່ອງ ແລະ ການນຳພາແຫ່ງການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີຂຶ້ນ. ບັນຫາໜຶ່ງໃນວຽກງານພັກ ແມ່ນຕ້ອງເອົາໃຈໃສ່ວຽກພະນັກງານ, ອົງຄະນະພັກຕ້ອງປັບປຸງຢ່າງຈິງຈັງວຽກງານພະນັກງານ ເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນທຸກຂອດຂອງວຽກງານພະນັກງານ. ນັບແຕ່ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ; ການເລືອກເຟັ້ນ ແລະ ສັບຊ້ອນພະນັກງານ; ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ; ການເພີ່ມທະວີການຄຸ້ມຄອງຕິດຕາມກວດກາ ແລະ ປະຕິບັດວິໃນຕໍ່ພະນັກງານຢ່າງຖືກຕ້ອງເຂັ້ມງວດ....ເຮັດໄດ້ແນວນັ້ນ ພວກເຮົາຈຶ່ງຈະສາມາດຍົກສູງບົດບາດພະນັກງານທີ່ເປັນປັດໄຈຕັດສິນ ຫັນເຂົ້າສູ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດ; ເປັນຂໍກຸນແຈແຫ່ງການປະຕິບັດບົດບາດນຳພາຂອງພັກ ແລະ ພາລະກິດຂອງພັກເຮົາຕໍ່ວຽກງານທັງໝົດຂອງ ຖວທ. 
     ພ້ອມນີ້, ໃຫ້ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງ ແລະ ການກໍ່ສ້າງບຸກຄາລະກອນຢ່າງຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບໜ້າວຽກຕົວຈິງ, ຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານ-ລັດຖະກອນທາງດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງໄປຕາມທິດພະນັກງານສືບທອດປ່ຽນແທນແຕ່ລະໄລຍະ, ກວດກາເບິ່ງຄືນບ່ອນໃດພະນັກງານເຫຼືອບໍ່ພໍ, ພະນັກງານບໍ່ມີຄຸນນະພາບກໍຕ້ອງແກ້ໄຂໃຫ້ໄວຄຽງຄູ່ກັບການສັບຊ້ອນຈັດວາງ, ຍົກຍ້າຍພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ແລະ ແທດເໝາະກັບຄວາມຮູ້, ຄວາມສາມາດວິຊາສະເພາະ ຜູ້ໜຶ່ງຕ້ອງເຮັດໄດ້ຫຼາຍວຽກ ຍ້ອນປັດຈຸບັນໂກຕ້າພະນັກງານ-ລັດຖະກອນມີຈຳກັດຫຼາຍ; ເອົາໃຈໃສ່ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກຳ ເພື່ອເປັນເຄື່ອງມືຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຖືວ່າເປັນວຽກງານຈຸດສຸມອັນໜຶ່ງທີ່ກະຊວງ ຖວທ ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ ເບິ່ງຄືນວ່າ ມາຮອດປັດຈຸບັນພວກເຮົາມີກົດໝາຍຈັກສະບັບ ແລະ ລະບຽບການອັນໃດແດ່ແລ້ວ ທີ່ນຳໃຊ້ເຂົ້າໃນວຽກງານຕົວຈິງ ແລະ ມີຄວາມແທດເໝາະແລ້ວບໍ ຫຼື ມີຄວາມຈຳເປັນຕ້ອງໄດ້ປັບປຸງ, ອັນໃດບໍ່ທັນມີຈະຕ້ອງໄດ້ສ້າງຂຶ້ນໃໝ່ ເພື່ອນຳສະເໜີໄປຫາລັດຖະບານພິຈາລະນາ; ສືບຕໍ່ເອົາໃຈໃສ່ວຽກງານເສນາທິການຮັບໃຊ້ໃນລະບົບກົງຈັກພາຍໃນກະຊວງ, ທ້ອງຖິ່ນໃຫ້ປະສານກົມກຽວກັນຫຼາຍຂຶ້ນ ທັງຮັບປະກັບຄວາມປອດໄພ, ວ່ອງໄວ ແລະ ຖືກຕ້ອງຕາມທິດ(ແນວທາງນະໂຍບາຍ) ແລະ ລະບຽບກົດໝາຍຂອງບ້ານເມືອງ.
ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ເນັ້ນຕື່ມອີກວ່າ: ໃຫ້ເອົາໃຈໃສ່ປັບປຸງຍົກລະດັບວຽກງານສື່ມວນຊົນໃຫ້ທັນສະໄໝ ດ້ວຍການຫັນປ່ຽນຈາກລະບົບອານາລັອກໄປສູ່ລະບົບດີຈີຕອນ, ການຂະຫຍາຍຕາໜ່າງໂທລະໂຄ່ງໄປສູ່ຊຸມຊົນທ້ອງຖິ່ນເຂດຫ່າງໄກສອກຫຼີກໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ນໍາໃຊ້ສື່ແບບໃໝ່ໃຫ້ຫຼາຍຂຶ້ນ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຕອບຕ້ານການໂຄສະນາສິ່ງທີ່ບິດເບືອນຂໍ້ມູນຕົວຈິງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງເນື້ອຫາສາລະຂອງບົດຂ່າວ, ບົດຄວາມ, ບົດສາລະຄະດີ ແລະ ລາຍການບັນເທີງຕ່າງໆຕ້ອງໃຫ້ມີເນື້ອໃນໂນມນ້າວ, ດຶງດູດ, ຈູງໃຈຜູ້ອ່ານ, ຜູ້ຊົມ ແລະ ຜູ້ຟັງ; ຄົ້ນຄວ້າປະຕິບັດນະໂຍບາຍຍ້ອງຍໍສັນລະເສີນບຸກຄົນ, ສັງຄົມ ແລະ ໜ່ວຍງານທີ່ມີຜົນງານດີເດັ່ນຕາມຄວາມເປັນຈິງ; ບໍາລຸງສ້າງພະນັກງານໃນຖັນແຖວສື່ມວນຊົນທາງດ້ານເຕັກນິກວິຊາການ ແລະ ຈັນຍາບັນຂອງສື່ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມທັງຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ. ເອົາໃຈໃສ່ຊຸກຍູ້ສົ່ງເສີມຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທໍາຕ້ອງມີຄຸນນະພາບຢ່າງແທ້ຈິງ, ເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມ ບົນພື້ນຖານການອະນຸລັກຟື້ນຟູວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງເຜົ່າໄປພ້ອມກັບການແກ້ໄຂ-ຕີຖອຍສິ່ງຫຼ້າຫຼັງງົມງວາຍ; ສົ່ງເສີມເອກະລັກດ້ານສິລະປະວັນນະຄະດີ, ພູມປັນຍາເຂົ້າໃນການສ້າງຜະລິດຕະພັນວັດທະນະທໍາໃຫ້ມີຫຼາກຫຼາຍສີສັນ-ຫຼາຍຮູບແບບ; ເສີມຂະຫຍາຍ, ປົກປັກຮັກສາ, ຄຸ້ມຄອງມໍລະດົກວັດທະນະທໍາຂອງຊາດ ໂດຍສະເພາະສຸມໃສ່ການນໍາສະເໜີເອົາພູຫີນໜາມໜໍ່, ຟ້ອນລໍາວົງລາວ ແລະ ສິ້ນລາຍນາກລາວເຂົ້າເປັນມໍລະດົກໂລກ; ນອກຈາກນີ້, ຕ້ອງໄດ້ກໍ່ສ້າງພະນັກງານຜູ້ທີ່ມີພອນສະຫວັນທາງດ້ານວັດທະນະທໍາໃຫ້ມີການພັດທະນາດີຂຶ້ນໄປຄຽງຄູ່ກັບການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານຢ່າງສົມເຫດສົມຜົນ ແລະ ຖືກຕ້ອງຕາມຄວາມເປັນຈິງ. ເອົາໃຈໃສ່ໂຄສະນາ, ພັດທະນາ, ຄຸ້ມຄອງແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ, ທ່ອງທ່ຽວກະສິກໍາ ແລະ ການທ່ອງທ່ຽວແບບຍືນຍົງປະຊາຊົນມີສ່ວນຮ່ວມ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດຈັດຕັ້ງປະຕິບັດແຜນຟື້ນຟູການທ່ອງທ່ຽວພາຍຫຼັງທີ່ໄດ້ເປີດປະເທດ, ຊຸກຍູ້ແນະນໍາບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການສະຖານທີ່ພັກແຮມ, ຮ້ານອາຫານໃຫ້ມີຄຸນນະພາບ, ສ້າງກິດຈະກຳ ແລະ ຜະລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍຕິດພັນກັບການທ່ອງທ່ຽວວັດທະນະທຳຂອງບັນດາເຜົ່າ ແລະ ກະສິກຳເພື່ອສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ ຊົມໃຊ້ຜະລິດຕະພັນລາວ” ແລະ ຄຸ້ມຄອງບັນດາຫົວໜ່ວຍທຸລະກິດຕ່າງໆ ໃຫ້ເຂົ້າສູ່ລະບຽບການ.
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ