ໂຮງງານພູຄໍາ ດຳເນີນງານຢ່າງຄ່ອງຕົວ ທ່າມກາງການປະກອບສ່ວນທີ່ມີທ່າອ່ຽງເພີ່ມຂຶ້ນ

ໂຮງງານພູຄໍາ ດຳເນີນງານຢ່າງຄ່ອງຕົວ ທ່າມກາງການປະກອບສ່ວນທີ່ມີທ່າອ່ຽງເພີ່ມຂຶ້ນ
ໂດຍ: ສ.ບຸດປະຊາ
    ໂຮງງານ ພູຄໍາ ບ້ານນໍ້າຍອນ ເມືອງອານຸວົງ ແຂວງໄຊສົມບູນ ກໍຄືໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາມີການດຳເນີນງານຢ່າງຄ່ອງຕົວ ຍ້ອນລັດຖະບານໃຫ້ຄວາມສະດວກ ແລະ ຍ້ອນປັດໄຈອື່ນໆ; ຂະນະທີ່, ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ເຈົ້າຂອງໂຄງການ ເຜີຍຂໍ້ມູນໃຫ້ຮູ້ວ່າ “ນັບແຕ່ປີ 2011ເປັນຕົ້ນມາ ບໍລິສັດໄດ້ປະກອບສ່ວນຫຼາຍກວ່າ 932 ລ້ານໂດລາ ໃຫ້ແກ່ ສປປລາວ ແລະ ການປະກອບສ່ວນມີທ່າອ່ຽງເພີ່ມຂຶ້ນຕື່ມອີກ 229 ລ້ານໂດລາ ລະຫວ່າງປີ 2022 – 2026, ທັງນີ້ດ້ານສະໜອງທຶນ ແກ່ກອງທຶນພັດທະນາຊຸມຊົນ (CDF) ຈະເພີ່ມເປັນ 750.000 ໂດລາຕໍ່ປີ.
    ຂໍ້ມູນທາງການທີ່ເປີດເຜີຍຫຼ້າສຸດ, ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ຊຶ່ງມີລັດຖະບານລາວ ຖືຫຸ້ນ 10% ແລະ 90% ແມ່ນບໍລິສັດ ແພນອອສ ຈໍາກັດ ຜູ້ຜະລິດທອງ ແລະ ຄໍາ ໃນລາວ ຊຶ່ງສຳນັກງານໃຫຍ່ຕັ້ງຢູ່ອົສຕຣາລີ ແລະ ມີຜູ້ຖືຫຸ້ນເປັນລັດວິສາຫະກິດຂອງ ສປ ຈີນ ຊຶ່ງແມ່ນ ບໍລິສັດ ກວາງດົງ ໄຣຊິງ ເອທເຄ (ໂຮນດິ້ງ) ຈໍກັດ. ພູເບ້ຍ ມາຍນິງ ມີ 2 ໂຮງງານ ທີ່ດຳເນີນງານຢູ່ແຂວງໄຊສົມບູນ ຄື: ໂຮງງານພູຄໍາ ແລະ ໂຮງງານຂຸດຄົ້ນປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ (ທີ່ເມືອງລ່ອງແຈ້ງ) ໂດຍການດຳເນີນງານໃນປີ 2023 ໄດ້ມີຄວາມຄ່ອງຕົວດີ. 
ທ່ານ ຈິດ ທອງວິນາຫົງ ຮອງຜູ້ຈັດການຝ່າຍການຜະລິດຂອງບໍລິສັດພູເບ້ຍມາຍນິງ ໄດ້ກ່າວວ່າ: ໂຮງງານນີ້ ໄດ້ເນັ້ນໃສ່ຄວາມປອດໄພ, ຄຸນນະພາບ ແລະ ຮັກສາສິ່ງແວດລ້ອມ ຊຶ່ງປີນີ້ການຜະລິດເປັນໄປໄດ້ດີ ສາມາດບັນລຸເປົ້າໝາຍໂດຍສະເພາະທອງແດງບັນລຸ 48.203 ໂຕນ ແລະ ມີທ່າອ່ຽງສູງເຖິງ 49.000 ໂຕນ, ທັງສາມາດຫຼຸດຜ່ອນຕົ້ນທຶນ, ໃນຂະນະດຽວກັນ ກໍໄດ້ສົ່ງເສີ່ມການພັດທະນາພະນັກງານຄົນລາວ ຈົນສາມາຄວບຄຸມການຜະລິດໄດ້ຫຼາຍຄົນສົມຄວນ. ດ້ານການຈັບແຮ່ ສາມາດຈັບໄດ້ປະມານ 85% ຂອງທອງແດງ ຊຶ່ງມີແຮ່ຕິດພັນ ມີແຮ່ຄໍາ ແລະ ເງິນ ຕິດນໍາມາ. ບັນດັ່ງກ່າວ, ແມ່ນເນື່ອງຈາກການຂຸດຄົ້ນແຮ່ມາປ້ອນໂຮງງານໄດ້ຕາມເປົ້າໝາຍ ດ້ານປະລິມານ ແລະ ຄຸນນະພາບແຮ່, ການຈັບແຮ່ແມ່ນໄດ້ດີ ແລະ ການແລ່ນຂອງເຄື່ອງຈັກໂຮງງານດຳເນີນໄດ້ຕາມເວລາທີ່ກຳນົດ ທີ່ເປັນຕົວຊີ້ວັດສຳຄັນ ຊຶ່ງປັດຈຸບັນໂດຍສະເລ່ຍ ຜະລິດໄດ້ 140 ໂຕນ (ທອງແດງ). ສ່ວນດ້ານສິ່ງແວດລ້ອມ ພູເບ້ຍ ມາຍນິງ ກໍໄດ້ເອົາໃຈໃສ່ຢ່າງດີ ໂດຍສະເພາະເນັ້ນໃສ່ການບໍລິຫານຈັດການນໍ້າ, ຂີ້ຝຸ່ນ ແລະ ຄວບຄຸມສານເຄມີຕ່າງໆ ແມ່ນໄດ້ດຳເນີນຕາມລະບຽບການຂອງເຕັກນິກ-ວິທະຍາສາດ ຕາມຫຼັກສາກົນ ເພື່ອຫຼຸດຜ່ອນຜົນກະທົບ. 
    ທ່ານ ຈິດ ທອງວິນາຫົງ ກ່າວຕື່ມວ່າ: ສິ່ງທີ່ເຫັນໄດ້ຢ່າງຈະແຈ້ງເດັ່ນຊັດ ແມ່ນລັດຖະບານລາວ ໄດ້ໃຫ້ຄວາມສະດວກໃນການຜະລິດ, ການນໍາເຂົ້າສິນຄ້າ, ການເຄື່ອນຍ້າຍສິນຄ້າ ແລະ ການສົ່ງອອກສິນຄ້າ ຊຶ່ງປັດຈຸບັນແມ່ນມີ 2 ເສັ້ນທາງຫຼັກ ຄືສົ່ງອອກໄປທາງຫວຽດນາມ ແລະ ຣາຊະອານາຈັກໄທ; ພ້ອມນີ້, ດ້ວຍລະບົບໂຄງການຈັດສ້າງທີ່ດີ ສາມາດເຮັດໃຫ້ຜະລິດໄດ້ຕາມເປົ້າໝາຍ, ແຮງງານໄດ້ຮັບການຝຶກອົບຮົມທີ່ດີ ແລະ ການສື່ສານກໍໄດ້ສະດວກດີຂຶ້ນ ເມື່ອມີຄົນລາວເຮົາສາມາດມາຄວບຄຸມການຜະລິດໄດ້ ເຮັດໃຫ້ການຮຽນຮູ້ວຽກງານໄດ້ໄວຂຶ້ນ, ເມື່ອກ່ອນແມ່ນປະມານ 1 ປີ ແຕ່ປັດຈຸບັນຝຶກພຽງ 6 ເດືອນ ກໍສາມາດແລ່ນວຽກໃນໂຮງງານໄດ້ແລ້ວ.
    ການຜະລິດທີ່ຄ່ອງຕົວໄດ້ດຳເນີນທ່າມກາງການປະກອບສ່ວນ ທີ່ມີທ່າອ່ຽງເພີ່ມຂຶ້ນ ຊຶ່ງໃນພິທີມອບ-ຮັບ 10 ໂຄງການປັບປຸງໂຄງລ່າງພື້ນຖານໃຫ້ແກ່ປະຊາຊົນ 3 ບ້ານຂອງ 2 ເມືອງ ແຂວງໄຊສົມບູນ ທີ່ຈັດຂຶ້ນເມື່ອວັນທີ 15 ທັນວາຜ່ານມາ ທີ່ແຂວງດັ່ງກ່າວ, ທ່ານ ທ່ານ ສະຕີບ ຈິມໂປ (Steve Gimpel) ຜູ້ອຳນວຍການ ບໍລິສັດ ພູເບ້ຍ ໄດ້ກ່າວໃຫ້ຮູ້ວ່າ: ບໍລິສັດໄດ້ສະໜອງທຶນໃຫ້ແກ່ກອງທຶນພັດທະນາຊຸມຊົນ (CDF) ຫຼາຍກວ່າ 380.000 ໂດລາຕໍ່ປີ ແລະ ມີທ່າອ່ຽງເພີ່ມຂຶ້ນ ພາຍຫຼັງທີ່ການລົງນາມໃນຂໍ້ຕົກລົງໃນ ສັນຍາວ່າດ້ວຍການສຳຫຼວດ ແລະ ການຜະລິດແຮ່ທາດ (MEPA) ຄັ້ງທີ 4 ຈະເພີ່ມເງິນທຶນນີ້ ເຖິງ 750.000 ໂດລາຕໍ່ປີ. 
    ພູເບ້ຍ ມາຍນິງ ໄດ້ປະກອບສ່ວນຫຼາຍກວ່າ 932 ລ້ານໂດລາ ນັບແຕ່ປີ 2011 ເປັນຕົ້ນມາຊຶ່ງການປະກອບສ່ວນທາງກົງປະກອບມີ ອາກອນລາຍໄດ້ຂອງບໍລິສັດ 293 ລ້ານໂດລາ, ຄ່າຊັບພະຍາກອນທໍາມະຊາດ 437 ລ້ານໂດລາ, ພາສີ ແລະ ການຈັດເກັບພາສີ 58 ລ້ານໂດລາ, ອາກອນເງິນເດືອນ 73 ລ້ານໂດລາ, ເງິນປັນຜົນ 69 ລ້ານໂດລາ, ບໍລິຈາກ 3 ລ້ານໂດລາ; ນັບແຕ່ປີ 2011 ມາ, ຜົນປະໂຫຍດທີ່ພາກລັດໄດ້ຮັບຈາກບໍລິສັດ ແມ່ນອັດຕາສ່ວນ 57% ຈາກຜົນກຳໄລສຸດທິຫຼັງຫັກອາກອນ; ຄາດວ່າຈະປະກອບສ່ວນເພີ່ມຕື່ມອີກ 229 ລ້ານໂດລາ ລະຫວ່າງປີ 2022-2026. ນອກຈາກນີ້ ຍັງປະກອບສ່ວນໂດຍທາງອ້ອມອີກ.
    ສະນັ້ນ, ເຮົາຈະເຫັນໄດ້ວ່າ: ການດຳເນີນງານທີ່ຄ່ອງຕົວດ້ານການຜະລິດ ໄດ້ມີທ່າອ່ຽງໃນການເພີ່ມການປະກອບສ່ວນໃຫ້ເພີ່ມຂຶ້ນ ຊຶ່ງປະເຮັດໃຫ້ປະເທດຊາດ ກໍຄືລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະປະຊາຊົນບ້ານທີ່ອ້ອມຂ້າງໂຄງການຂອງບໍລິສັດ ໄດ້ຮັບຜົນປະໂຫຍດຈາກໂຄງການຕ່າງໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ