![]() |
ໃນການເຄື່ອນໄຫວ, ໄດ້ຮັບກັບການລາຍງານສະພາບຜົນກະທົບ ແລະ ຜົນເສຍຫາຍ ເຊິ່ງແຂວງຫຼວງນໍ້າທາ ປະສົບໄພພິບັດ 5 ເມືອງ, 81 ບ້ານ, 4,300 ຫຼັງຄາເຮືອນ, 25,712 ຄົນ ໃນນີ້, ໄດ້ຮັບຜົນກະທົບໜັກ 460 ຫຼັງຄາເຮືອນ; ເສັ້ນທາງຫຼວງແຫ່ງຊາດ 311.1 ກິໂລແມັດ (ກມ), ທາງຫຼວງຂອງແຂວງ 573.8 ກມ, ທາງຫຼວງຂອງເມືອງ 134 ກມ, ທາງຕົວເມືອງ 20.60 ກມ, ທາງຊົນນະບົດ 364.37 ກມ, ຂົວ 33.27 ກມ; ການບໍລິການນໍ້າປະປາ 5 ພື້ນທີ່ບໍລິການ, 7 ໂຮງງານ, ສະໜາມບິນ 1 ແຫ່ງ, ໂຮງຮຽນ 29 ແຫ່ງ, ຊົນລະປະທານ 9 ແຫ່ງ; ເນື້ອທີ່ນາ 108.9 ເຮັກຕາ (ຮຕ), ໄຮ່ 22 ຮຕ, ສວນອ້ອຍ 210 ຮຕ; ສັດລ້ຽງ 31 ໂຕ, ສັດປີກ 720 ໂຕ.
ແຂວງອຸດົມໄຊ ມີ 7 ເມືອງ, ໄດ້ຮັບຜົນກະທົບໜັກ 5 ເມືອງ, 75 ບ້ານ, 1,067 ຫຼັງຄາເຮືອນ, 8,277 ຄົນ ຍິງ 3,917 ຄົນ, ເສຍຊີວິດ 2 ຄົນ, ສູນຫາຍ 1 ຄົນ, ລວມມູນຄ່າເສຍຫາຍ 74,518,982,936 ກີບ; ເສັ້ນທາງ 51 ເສັ້ນ, ຂົວ 21 ແຫ່ງ, ເສັ້ນທາງໄດ້ຮັບການແກ້ໄຂເບື້ອງຕົ້ນ 44 ເສັ້ນ ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂ 7 ເສັ້ນ; ເສົາໄຟຟ້າເສຍຫາຍ 21 ຕົ້ນ, ສາຍໄຟຟ້າ 22 ຈຸດ ສາມາດແກ້ໄຂ ແລະ ສົ່ງກະແສໄຟຟ້າໄດ້ແລ້ວ 14 ຈຸດ ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂ 8 ຈຸດ; ລະບົບນໍ້າປະປາມີ 5 ຈຸດ, ມາຮອດປັດຈຸບັນ ສາມາດແກ້ໄຂ ແລະ ດຳເນີນການຜະລິດນໍ້າໄດ້ປົກກະຕິ; ໂຮງໝໍຊຸມຊົນໄດ້ຮັບຜົນກະທົບ 2 ແຫ່ງ ສາມາດແກ້ໄຂໃນເບື້ອງຕົ້ນ 5 ຈຸດ, ໂຮງຮຽນ 22 ແຫ່ງ ສາມາດແກ້ໄຂແລ້ວ; ເນື້ອທີ່ທຳການຜະລິດ 52 ພັນ ຮຕ, ໜອງປາ 144 ໜອງ ແລະ ສັດລ້ຽງຈຳນວນໜຶ່ງ.
ທ່ານ ກອງແກ້ວ ໄຊສົງຄາມ ພ້ອມຄະນະ ຍັງໄດ້ຕິດຕາມສະຖານທີ່ຕົວຈິງ ແລະ ມອບວັດຖຸປັດໄຈ ແລະ ເຄື່ອງອຸປະໂພກໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈຳນວນໜຶ່ງ.
ຂ່າວ: ສພຊ

ຄໍາເຫັນ