ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ ມີການຫັນປ່ຽນຢ່າງຕັ້ງໜ້າ

ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ ມີການຫັນປ່ຽນຢ່າງຕັ້ງໜ້າ

ຮອງປະທານປະເທດເນັ້ນ 7 ບັນຫາເພື່ອໃຫ້ວຽກງານຜູ້ພິພາກສາ  ມີການຫັນປ່ຽນຢ່າງຕັ້ງໜ້າ
ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ພິ ພາກສາທົ່ວປະເທດ ຄັ້ງທີ XII ໃນວັນທີ 16 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ (ສປສສ), ມີບັນດາຮອງປະທານ ສປສສ, ປະທານສານປະຊາຊົນພາກ, ແຂວງ-ນະຄອນຫຼວງ ພ້ອມດ້ວຍບັນດາຜູ້ພິພາກສາໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

 

ຮອງປະທານປະເທດເນນ 7 ບນຫາເພອໃຫວຽກງານຜພພາກສາ ມການຫນປຽນຢາງຕງໜາ - image 1
 

ໃນໂອກາດເຂົ້າຮ່ວມຄັ້ງນີ້, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ສານປະຊາຊົນແຕ່ລະຂັ້ນຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງເນັ້ນໜັກ 7 ບັນຫາສໍາຄັນເພື່ອໃຫ້ວຽກງານຜູ້ພິພາກສາມີການຫັນປ່ຽນຢ່າງຕັ້ງໜ້າດັ່ງນີ້: ໜຶ່ງ: ສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາ ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານຕາມຫຼັກການນໍາພາຂອງພັກ, ຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານແຖວໜ້າຂອງທຸກວຽກງານເພື່ອກໍ່ສ້າງສະມາຊິກພັກ-ພະນັກງານທຸກສະຫາຍໃຫ້ມີຄວາມເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ກໍາແໜ້ນທາດແທ້ຊົນຊັ້ນ ແລະ ຄຸນສົມບັດສິນທໍາປະຕິວັດ, ມີຈິດໃຈຮັກເຊື້ອແພງຊາດ, ຮັກລະບອບໃໝ່ລະບອບປະຊາທິປະໄຕ ປະຊາຊົນ, ມີຄວາມຈົງຮັກພັກດີຕໍ່ພັກ, ເຊື່ອໝັ້ນຕໍ່ແນວທາງ ແລະ ການນໍາພາຂອງພັກ ກໍຄືຕໍ່ການສ້າງສາພັດທະນາພັດທະນາປະເທດຊາດ ແລະ ສ້າງອໍານາດແຫ່ງລັດໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ ເຮັດໃຫ້ສະມະຊິກພັກ, ພະນັກງານສານປະຊາຊົນມີຄຸນທາດການເມືອງ, ມີຄຸນສົມບັດ ສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ, ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດ, ມີນໍ້າໃຈຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ຖືກມອບໝາຍ; ສອງ: ເອົາໃຈໃສ່ລົງຊຸກຍູ້, ຕິດຕາມ ສານປະຊາຊົນທ້ອງຖິ່ນໃນການດໍາເນີນຄະດີໃຫ້ຖືກຕ້ອງຕາມກົດໝາຍ, ເພີ່ມທະວີໃຫ້ໂຈດ, ຈໍາເລີຍ, ບຸກຄົນທີ່ສາມ ແລະ ທະນາຍຄວາມເຂົ້າຮ່ວມໃນການດໍາເນີນຄະດີ ເພື່ອໃຫ້ເຂົາເຈົ້າໄດ້ໂຕ້ແຍ່ງ-ໂຕ້ຖຽງ, ຊີ້ແຈງ, ອະທິບາຍຂໍ້ມູນຫຼັກຖານທີ່ແຕ່ລະຝ່າຍຍົກຂຶ້ນຢ່າງລະອຽດ, ຄົບຖ້ວນທຸກປະເດັນ ແລະ ໃຫ້ສິ້ນສຸດຕາມຂະບວນການຂອງກົດໝາຍເພື່ອເຊີດຊູບົດບາດຂອງອົງການຕຸລາການໃຫ້ເຂັ້ມແຂງ, ໜັກແໜ້ນໃຫ້ກາຍເປັນເຄື່ອງມືຜະເດັດການທີ່ສັກສິດ ແລະ ເຂັ້ມງວດຂອງພັກ, ເປັນທີ່ເພິ່ງສຸດທ້າຍທາງດ້ານກົດໝາຍຂອງປະຊາຊົນຕາມລັດຖະທໍາມະນູນ ແລະ ກົດໝາຍໄດ້ກໍານົດ ມີແຕ່ສານປະຊາຊົນເທົ່ານັ້ນມີສິດອໍານາດໃນການຕັດສິນ, ພິພາກສາຄະດີ. ບົນພື້ນຖານດັ່ງກ່າວ ສານປະຊາ ຊົນແຕ່ລະຂັ້ນຕ້ອງສ້າງຄວາມເປັນເອກະພາບທາງດ້ານທັດສະນະ ແລະ ການປະຕິບັດຢູ່ໃນສານປະຊາຊົນແຕ່ລະຂັ້ນໃຫ້ມີຄວາມປອດໃສ ເຂັ້ມແຂງ, ສາມາດນໍາພາປະຕິບັດໜ້າທີ່ການເມືອງໃນການພິຈາລະນາຕັດສິນ ແລະ ພິພາກສາຄະດີໃຫ້ມີຄວາມຖືກຕ້ອງ, ເປັນທຳເພື່ອນໍາເອົາຄວາມຍຸຕິທໍາມາໃຫ້ສັງຄົມຢ່າງແທ້ຈິງໃຫ້ສົມກັບຄຳເວົ້າຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ປະເທດໃດທີ່ສານບໍ່ປະຕິບັດລັດຖະທໍາມະນູນ ຈະມີວິກິດການທາງດ້ານຕຸລາການອັນຈະເຮັດໃຫ້ສານຕັດສິນຄະດີໃຫ້ຄວາມຍຸຕິທໍາແກ່ສັງຄົມບໍ່ໄດ້”; ສາມ: ບັນຫາສໍາຄັນໜຶ່ງໃນການປະຕິບັດໜ້າທີ່ພາລະບົດບາດອັນຕົ້ນຕໍຂອງສານປະຊາຊົນ ໃນນາມອົງການຕຸລາການ ກໍຄືການຕັດສິນ, ການພິພາກສາຄະດີ. ສະນັ້ນ, ຕ້ອງເອົາໃຈໃສ່ແທ້ໆໃນການພິຈາລະນາແກ້ໄຂຄະດີຢູ່ສານປະຊາຊົນໃຫ້ມີຄວາມວ່ອງໄວ ແລະ ມີຄຸນນະພາບສູງ, ຕ້ອງເພີ່ມທະວີການຈັດຕັ້ງຜັນຂະຫຍາຍມະຕິເລກທີ 141/ສພຊ, ລົງວັນທີ 11 ທັນວາ 2024 ຂອງສະພາແຫ່ງຊາດທີ່ໄດ້ຮັບຮອງເອົາຕົວຊີ້ວັດໃນການແກ້ໄຂຄະດີ, ຄະດີອາຍາໃຫ້ໄດ້ 90% ຂຶ້ນໄປ, ຄະດີແພ່ງ, ຄະດີການຄ້າໃຫ້ໄດ້

75% ຂຶ້ນໄປ ແລະ ຄະດີຄອບຄົວ, ຄະດີແຮງງານ, ຄະດີເດັກ ແລະ ຄະດີປົກຄອງໃຫ້ໄດ້ 85% ຂຶ້ນໄປ; ສີ່: ເອົາໃຈໃສ່ບໍາລຸງ-ສ້າງຜູ້ພິພາກສາ, ພະນັກງານຂອງສານ ຖ້າຜູ້ພິພາກສາດີ-ເກັ່ງຈະເຮັດໃຫ້ການຕັດສິນຄະດີມີຄວາມຖືກຕ້ອງ, ເປັນທໍາ. ສະນັ້ນ, ຂອດພະນັກງານ, ຜູ້ພິພາກສາຍາມໃດກໍຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດເປັນກົກ, ໃຫ້ມີຄວາມໜັກແໜ້ນ, ມີມານະຈິດຟົດຟື້ນປະຕິວັດ ໂດຍໃຫ້ຖືເອົາການລົງຮາກຖານໃກ້ຊິດກັບປະຊາຊົນ ຖືເອົາປະຊາຊົນເປັນກົກ; ຫ້າ: ຍົກສູງຄວາມຮັບຜິດຊອບຂອງຜູ້ພິພາກສາໃນການດໍາເນີນ, ຕັດສິນ ແລະ ພິພາກສາຄະດີ ເນື່ອງຈາກວ່າຜູ້ພິພາກສາເປັນຜູ້ບັງຄັບບັນຊາ, ຄວບຄຸມການດໍາເນີນ, ຊີ້ຂາດກ່ຽວກັບຄະດີ ຍ້ອນແນວນັ້ນໃນການຕັດສິນ, ພິພາກສາຄະດີຕ້ອງຍົກສູງການນຳພາຂອງພັກ, ນຳພາການຕັດສິນ, ພິພາກສາຄະດີເພື່ອປົກປ້ອງສິດຜົນປະໂຫຍດຂອງລັດ, ຂອງປະຊາຊົນ. ການຄັດເລືອກຜູ້ພິພາກສາຕ້ອງຮັບປະກັນເງື່ອນໄຂມາດຕະຖານດ້ານຄຸນທາດການເມືອງ ແລະ ຄວາມຮູ້ຄວາມສາມາດຢູ່ໃນລະດັບອັນແນ່ນອນ; ສ້າງກົນໄກກໍານົດຄວາມຮັບຜິດຊອບຂອງຜູ້ພິພາກສາຢ່າງຈະແຈ້ງ; ຫົກ: ເພີ່ມທະວີການຕິດຕາມກວດກາ ການປະຕິບັດໜ້າທີ່ຕັດສິນຄະດີຂອງຜູ້ພິພາກ ສາ ແລະ ພະນັກງານກົດໝາຍໃຫ້ເປັນປົກກະຕິ ໂດຍສຸມໃສ່ກວດກາ ເປັນຕົ້ນ 1) ການປະພຶດຂອງຜູ້ພິພາກສາຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ; 2) ການປະຕິບັດໜ້າທີ່ຂອງຜູ້ພິພາກສາໃນການພິຈາລະນາຕັດສິນ-ພິພາກສາຄະດີ ສອດຄ່ອງຕາມກົດໝາຍ ແລະ ຖືກຕ້ອງຕາມຄວາມເປັນຈິງ; 3) ການຮັບເອົາຄໍາຮ້ອງຟ້ອງຂໍຄວາມເປັນທໍາຈາກສານປະຊາຊົນ ແລະ ຄຳສະເໜີຂອງຄູ່ຄວາມ; 4) ການປະຕິບັດການຍ້ອງຍໍຜູ້ມີຜົນສຳເລັດ ແລະ ປະຕິບັດວິໄນຕໍ່ຜູ້ລະເມີດກົດໝາຍ; ເຈັດ: ເອົາໃຈໃສ່ປະສານສົມທົບກັບອົງການປົກປ້ອງກົດໝາຍ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນທີ່ຍັງຄ້າງຢູ່ສະພາ, ຢູ່ຫ້ອງການປະຕິບັດຄໍາຕັດສິນ ຫຼື ພາກສ່ວນອື່ນ ເພື່ອໃຫ້ຄໍາຕັດສິນໄດ້ຮັບການຈັດຕັ້ງປະຕິບັດ ເພາະລັດຖະທໍາມະນູນ, ລັດເຮົາບໍ່ອະນຸຍາດໃຫ້ຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນບໍ່ໄດ້ຮັບການຈັດ ຕັ້ງປະຕິບັດ. ສະນັ້ນ, ຕ້ອງກວດກາ, ໄຈ້ແຍກເບິ່ງເປັນແຕ່ລະປະເພດຄະດີ, ອັນໃດຄ້າງຄາແທ້, ຫຍຸ້ງຍາກຫຍັງ, ສາເຫດແນວໃດເພື່ອຊອກຫາທາງແກ້ໄຂ, ອັນໃດແມ່ນຄວາມຮັບຜິດຊອບຂອງສານ, ຂອງໄອຍະການປະຊາຊົນ, ຂອງເຈົ້າໜ້າທີ່ຕຳຫຼວດ, ຂອງພະນັກງານປະຕິບັດຄຳຕັດສິນ ແລະ ອັນໃດແມ່ນຄວາມຮັບຜິດຊອບຂອງປະຊາຊົນ ກໍຄືຄູ່ຄວາມ. (ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ