![]() |
ສະຫາຍ ພັນຕີ ໄຊສົງຄາມ ວັນທະນາ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 157 ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານລວມຂອງກົມກອງ ໃນໄລຍະຜ່ານມາ ໂດຍຫຍໍ້.
ໂອກາດນີ້, ສະຫາຍ ພັນໂທ ບຸນທະວີ ຖານະວັນ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ຍົກສູງສະຕິຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານຂອງຕົນ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ເຊື່ອມຊຶມກໍາແໜ້ນແນວທາງການປ່ຽນແປງໃໝ່ຂອງພັກ, ປະຕິບັດກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ, ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຮັກສາມູນເຊື້ອການປະຕິວັດຢ່າງແທ້ຈິງ, ສືບຕໍ່ຕິດຕາມສະພາບການຂອງພວກກຸ່ມຄົນບໍ່ຫັວງດີ ທີ່ຫວັງທໍາລາຍມ້າງເພແນວທາງຂອງພັກ, ແຜນນະໂຍບາຍຂອງລັດ, ພ້ອມທັງປັບປຸງແບບແຜນວິທີເຮັດວຽກໃນການນຳພາ-ບັນຊາໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີຄວາມເປັນເອກະພາບ, ເອົາໃຈໃສ່ປັບປຸງລະບົບປະຈໍາການໃຫ້ເຂັ້ມງວດເປັນປົກກະຕິ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງໃຫ້ໜັກແໜ້ນ, ຖືສໍາຄັນການຈັດຕັ້ງປະຕິບັດຂໍ້ກຳນົດວ່າດ້ວຍ 7 ລະບອບ 18 ວຽກຂອງກອງທັບປະຊາຊົນລາວຢ່າງເຂັ້ມງວດ.
![]() |
ໂດຍ: ໄຊຍະສັກ ມະນີວັນ


ຄໍາເຫັນ