ລາຍງານລະບຸວ່າ: ປຶ້ມ 6 ຫົວນີ້ຖືກລັກໄປໃນລະດູໃບໄມ້ປົ່ງຂອງປີ 2023, ແຕ່ຫໍສະໝຸດໄດ້ປິດຂ່າວໃນຂະນະທີ່ການສືບສວນພວມດຳເນີນຢູ່. ແຕ່ປັດຈຸບັນການສືບສວນຂອງຕໍາຫຼວດເຖິງຈຸດຕັນ, ທັງຫ້ອງສະໝຸດ ແລະ ເຈົ້າໜ້າທີ່ຈຶ່ງຫັນມາຂໍຄວາມຊ່ວຍເຫຼືອຈາກສາທາລະນະ, ໂດຍຫວັງວ່ານັກສືບອອນລາຍຈະຊ່ວຍສ້າງຄວາມຄືບໜ້າ.
ບັນດານັກສືບສວນຂອງເອີຣົບໄດ້ຈັບກຸມຜູ້ຕ້ອງສົງໄສຢ່າງໜ້ອຍ 4 ຄົນໃນປີ 2024 ຊຶ່ງເຊື່ອກັນວ່າເປັນສະມາຊິກຂອງກຸ່ມແກ້ງທີ່ມີຄວາມຊ່ຽວຊານໃນການລັກປຶ້ມທີ່ຫາຍາກ ແລະ ມີຄ່າ. ແຕ່ປຶ້ມທີ່ຖືກລັກໄປຍັງບໍ່ທັນໄດ້ຮັບຄືນ. ສະນັ້ນ, ຫວັງວ່າການປະກາດຄັ້ງນີ້ອາດຈະນຳເອົາຂໍ້ມູນໃໝ່ໆທີ່ຈະຊ່ວຍເອົາປຶ້ມກັບຄືນມາ.
ຄໍາເຫັນ