ຮ່ວມໃຈພັດທະນາກະສິກໍາຜະລິດເຂົ້າຄຸນນະພາບສູ່ສັງຄົມ

ຮ່ວມໃຈພັດທະນາກະສິກໍາຜະລິດເຂົ້າຄຸນນະພາບສູ່ສັງຄົມ

ຮ່ວມໃຈພັດທະນາກະສິກໍາຜະລິດເຂົ້າຄຸນນະພາບສູ່ສັງຄົມ
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສະຫະກອນ (11 ພຶດສະພາ 1978) ຄົບຮອບ 48 ປີ ທີ່ສູນການຄ້າລາວໄອເຕັກ ໄດ້ຈັດໃຫ້ມີງານວາງສະແດງສິນຄ້າ ສະຫະກອນ ກຸ່ມ ແລະ ຜູ້ປະກອບການ, ສະຫະກອນ ຮ່ວມໃຈພັດທະນາກະສິກໍາ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ ເປັນຕົ້ນແນວພັນເຂົ້າຫອມທ່າດອກຄຳ 1, ທ່າດອກຄຳ 8, ທ່າດອກຄຳ 15, ທ່າດອກຄຳ 8 ແລະ ຫອມເຊບັ້ງໄຟ 4 ເພື່ອຈໍາໜ່າຍ ແລະ ໃຫ້ສັງຄົມໄດ້ຮັບຮູ້ຫຼາຍຂຶ້ນ.

 

ຮວມໃຈພດທະນາກະສກາຜະລດເຂາຄນນະພາບສສງຄມ - image 1
 

ໂອກາດດັ່ງກ່າວ, ທ່ານ ຂັນຄໍາ ເຂັມພາວັນ ປະທານສະຫະກອນ ຮ່ວມໃຈພັດທະນາ ກະສິກໍາ ໄດ້ໃຫ້ສໍາພາດວ່າ: ສະຫະກອນ ຮ່ວມໃຈພັດທະນາ ໄດ້ສ້າງຕັ້ງຂຶ້ນໃນ 26 ກໍລະກົດ 2012 ມີສະມາຊິກເຂົ້າຮ່ວມເບື້ອງຕົ້ນທັງໝົດ 22 ຄອບຄົວ ແຕ່ມາປັດຈຸບັນ 161 ຄອບຄົວ ເລີ່ມຕົ້ນ ກຸ່ມພວກເຮົາໄດ້ຮັບທຶນສະໜັບສະໜູນດ້ານປັດໃຈການຜະລິດ ແລະ ອຸປະກອນກົນຈັກກະສິກຳ ຈຳນວນ 10 ກວ່າ ລາຍການ ເຊັ່ນ: ເຄື່ອງຂັດເມັດ, ເຄື່ອງອົບແຫ້ງ, ຈັກປັ່ນເຂົ້າ, ລົດດຳນາຍ່າງຕາມ ແລະ ອື່ນໆ, ພ້ອມທັງໄດ້ຮັບການຝຶກອົບຮົມ ດ້ານເຕັກນິກການປູກເຂົ້າສິນຄ້າ, ການຜະລິດເຂົ້າແນວພັນ, ເຕັກນິກການບໍລິຫານກຸ່ມ, ຈາກໂຄງການຜະລິດກະສິກຳເປັນສິນຄ້າຂອງລັດຖະບານ, ໂດຍແມ່ນຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ຊຸກຍູ້ - ສົ່ງເສີມນໍາພາຈັດຕັ້ງປະຕິບັດເຮັດໃຫ້ກຸ່ມການຜະລິດເຂົ້າຂອງພວກເຮົາໄດ້ມີການຫັນປ່ຽນ, ຈາກທີ່ເຄີຍຜະລິດແບບທຳມະຊາດ, ນຳໃຊ້ແນວພັນເຂົ້າພື້ນບ້ານທີ່ຊາວນາເກັບຮັກສາເອງເອົາມາປູກ ຊຶ່ງມີຜົນຜະລິດຄຸນນະພາບເຂົ້າບໍ່ດີ, ເປັນເຂົ້າແຂງ ແຕ່ຜ່ານການຝຶກອົບຮົມດ້ານເຕັກນິກຕ່າງໆ, ຊາວນາກຸ່ມບ້ານຕຶງ ສາມາດຜະລິດເຂົ້າແນວພັນ ທີ່ມີຄຸນນະພາບດີຕອບສະໜອງໃຫ້ແກ່ສັງຄົມຢ່າງຕໍ່ເນື່ອງ, ເຮັດໃຫ້ກຸ່ມພວກເຮົາໄດ້ເຕີບໃຫຍ່ຂະຫາຍຕົວຢ່າງຕັ້ງໜ້າ, ເນື້ອທີ່ການຜະລິດເພີ່ມ, ນາປີ,ນາແຊງຈາກ 42.19 ເຮັກຕາ, ໃນປີ 2012 ມາເປັນ 56.2 ເຮັກຕາ ໃນປີ 2021, ສະມັດຖະພາບ 3-4 ໂຕນຕໍ່ເຮັກຕາ, ຂາຍເປັນແນວພັນ 10 -15 ໂຕນຕໍ່ປີ, ເຫຼືອນັ້ນແມ່ນຂາຍເປັນເຂົ້າສິນຄ້າທີ່ຄຸນນະພາບດີ,ການຜະລິດແນວພັນເຂົ້າຂອງກຸ່ມ ປະກອບມີ 5 ແນວພັນຄື: ແນວພັນເຂົ້າຫອມທ່າດອກຄຳ 1, ເຂົ້າຫອມທ່າດອກຄຳ 8, ເຂົ້າຫອມທ່າດອກຄຳ 15, ເຂົ້າທ່າດອກຄຳ 8 ແລະ ເຂົ້າຫອມເຊບັ້ງໄຟ 4 ຊຶ່ງເປັນທີ່ນິ ຍົມຂອງຊາວນາ ແລະ ຕະຫຼາດຕ້ອງການ, ຜ່ານການຜະລິດແນວພັນເຂົ້າ ແລະ ການຈຳໜ່າຍແນວພັນເຂົ້າ, ກຸ່ມບ້ານຕຶງໄດ້ມີເງິນທ້ອນສະສົມ 800 ກວ່າລ້ານກີບ, ສະມາຊິກພາຍໃນກຸ່ມມີລາຍຮັບເພີ່ມຂຶ້ນເລື້ອຍໆ.

ຮວມໃຈພດທະນາກະສກາຜະລດເຂາຄນນະພາບສສງຄມ - image 2
 

ທ່ານ ຂັນຄໍາ ກ່າວຕື່ມວ່າ: ການເຂົ້າຮ່ວມງານໃນຄັ້ງນີ້ ຮູ້ສຶກດີໃຈຫຼາຍ ເພາະໄດ້ເອົາສິນຄ້າມາວາງສະແດງຂາຍໃຫ້ສັງຄົມໄດ້ຮັບຮູ້ຫຼາຍຂຶ້ນ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ມີສູນລວມແນວພັນເຂົ້າ ສໍາລັບຊາວກະສິກອນລາວ ໂດຍການຜະລິດແນວພັນ, ມີການຄັດເລືອກເຂົ້າຢ່າງລະອຽດ ກ່ອນຂາຍ, ສ່ວນລາຄາຂາຍແມ່ນ 15 ພັນກີບຕໍ່ກິໂລ ໂດຍສະເລ່ຍແລ້ວ ສະມາຊິກພາຍໃນກຸ່ມ ສາມາດສ້າງລາຍຮັບ 20 ລ້ານກີບຕໍ່ປີ. ຖ້າທ່ານໃດຢາກໄດ້ແນວພັນເຂົ້າຄຸນນະພາບດີ ກໍສາມາດເຂົ້າມາຊື້ໄດ້ຢູ່ສູນ ຕັ້ງຢູ່ບ້ານຕຶງ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຫຼື ຕິດຕໍ່ໄດ້ທີ່ເບີ 02095280645.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫສປທ ປາຖະກະຖາວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ຂຶ້ນ ໃນວັນທີ 5 ພະຈິກນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນ ໃຫ້ນາຍຕໍາຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ, ພະນັກ ງານຫຼັກແຫຼ່ງ ແລະ ນາຍຕໍາຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ, ເລື່ອນຊັ້ນເຂົ້າຮ່ວມ.
ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ